Rise Up Alameda ໂຄງການດີໆທີ່ແຈກເງິນກວ່າ 3,6 ລ້ານໂດລາໃຫ້ປະຊາຊົນແບບຟຣີໆ ເພື່ອຫຼຸດຜ່ອນຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ ແລະ ຕໍ່ສູ້ກັບຄວາມທຸກຍາກ


ໃນເມືອງ San Francisco ລັດ California ຂອງສະຫະລັດກໍາລັງດໍາເນີນການໂຄງການທົດລອງລາຍຮັບພື້ນຖານ ຫຼື UBI ແບບໃໝ່ ໂດຍກຽມທີ່ຈະແຈກເງິນສົດ 3.6 ລ້ານໂດລາໃຫ້ກັບປະຊາຊົນໃນທ້ອງຖິ່ນໂດຍບໍ່ມີເງື່ອນໄຂໃດໆ ເຊິ່ງໃນປັດຈຸບັນໄດ້ມີຄົນເຂົ້າຮັບສິດ 200 ຄົນ ແລະ ຈະໄດ້ຮັບເງິນ 1,000 ໂດລາຕໍ່ເດືອນ ໂດຍຈະເລີ່ມຕັ້ງແຕ່ເດືອນຕຸລາໄປຈົນເຖິງເດືອນກັນຍາ ປີ 2024.

ສຳລັບເງິນທີ່ໄດ້ຮັບນັ້ນຈະບໍ່ມີຂໍ້ຜູກມັດ ຫຼື ເງື່ອນໄຂໃດໆ ສາມາດໃຊ້ຈ່າຍໄດ້ຕາມປົກກະຕິບໍ່​ວ່າ​ຈະ​ເປັນ​ຂອງ​ກິນ​ອາ​ຫານ, ໂຮງ​ຮຽນ, ​ຈ່າຍ​ຄ່າ​ລົດ, ຄ່ານ້ຳມັນ, ຄ່າ​ໃຊ້​ຈ່າຍ​ສ່ວນຕົວ ແລະ ​​ອື່ນໆ.

Rise Up Alameda ແມ່ນໂຄງການທີ່ອອກແບບມາເພື່ອທົດສອບວ່າການແຈກເງິນເປັນປະຈຳ ແມ່ນວິທີການທີ່ມີປະສິດທິຜົນເພື່ອຫຼຸດຜ່ອນຄວາມບໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ຕໍ່ສູ້ກັບຄວາມທຸກຍາກຫຼືບໍ່?

ສະພານະຄອນ Alameda ໄດ້ໃຊ້ເງິນທັງໝົດ 4.6 ລ້ານໂດລາສະຫະລັດ ຈາກແຜນການກູ້ໄພຂອງອາເມຣິກາ ເພື່ອສະໜອງທຶນໃຫ້ແກ່ໂຄງການນີ້. ໂດຍເງື່ອນໄຂໃນການແຈກຢາຍເງິນດັ່ງກ່າວຈະຖືກແຈກຢາຍໃຫ້ຜູ້ເຂົ້າຮ່ວມໂຄງການ ເຊິ່ງເປັນຜູ້ໃຫຍ່ທີ່ອາໄສຢູ່ໃນ San Francisco ທີ່ມີລາຍໄດ້ເທົ່າກັບ ຫຼື ໜ້ອຍກວ່າ 50% ຂອງລາຍໄດ້ສະເລ່ຍໃນພື້ນທີ່ (AMI) ຫຼື ບໍ່ມີລາຍໄດ້ຈາກວຽກ ແລະ ໂຄງການອື່ນໆ. ເຊິ່ງພວກເຂົາເຈົ້າຈະຕ້ອງຜ່ານການກວດສອບຄວາມເໝາະສົມເພື່ອຢືນຢັນວ່າເຂົາເຈົ້າມີສິດເຂົ້າຮ່ວມ ແລະ ຈະໝົດເຂດໃນການເຂົ້າຮັບສິດໃນວັນທີ 18 ກັນຍາ, ສຳລັບທຸກຄົນທີ່ຜ່ານເກນເມື່ອມີຈຳນວນຫຼາຍເກີນໄປ ທາງໂຄງການກໍຈະໄດ້ສຸ່ມຈັບສະຫຼາກເພື່ອຫາຄົນຮັບສິດ.

ໂຄງການທົດລອງນີ້ເປັນໜຶ່ງໃນສິບໂຄງການທົ່ວສະຫະລັດທີ່ມີກຳນົດທີ່ຈະແຈກເງິນຢ່າງໜ້ອຍ 220 ລ້ານໂດລາອີງຕາມລາຍງານຫຼ້າສຸດທີ່ຜ່ານມາ. ເຊິ່ງຜົນທີ່ໄດ້ຮັບເບື້ອງຕົ້ນຈາກການທົດລອງໃນເມືອງແດນເວີ (Denver) ທີ່ໃຊ້ງົບໄປປະມານ 1.8 ລ້ານໂດລາ ພົບວ່າໂຄງການດັ່ງກ່າວສາມາດຊ່ວຍເຮັດໃຫ້ຜູ້ຄົນທີ່ກຳລັງປະເຊີນກັບບັນຫາທາງດ້ານເງິນສາມາດຫຼຸດພົ້ນຈາກວິກິດການນັ້ນໄດ້. ຜູ້ເຂົ້າຮ່ວມໃນການທົດລອງທີ່ໄດ້ຮັບເງິນຕັ້ງແຕ່ 600 ຫາ 12,000 ໂດລາກ່າວວ່າ “ພວກເຂົາມີຄວາມຮູ້ສຶກກົດດັນທາງດ້ານການເງິນໜ້ອຍລົງ. ໃນຂະນະທີ່ສ່ວນໃຫຍ່ໃຊ້ເງິນທຶນໄປກັບການໃຊ້ຊື້ສິ່ງຕ່າງໆໃນການດຳລົງຊິວິດ”

ທີ່ມາ:

dailyhodl

dailyhodl2

dailyhodl3

mgronline

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/