ສິງກະໂປ ຂາດແຄນແຮງງານຫຼາຍຂະແໜງການ ເປີດກວ້າງຕ້ອນຮັບແຮງງານຕ່າງຊາດ ໂດຍສະເພາະພາກບໍລິການ


 ຕະຫຼາດແຮງງານ ເລີ່ມຄຶກຄື້ນຫຼັງຜ່ານວິກິດການແຜ່ລະບາດຂອງໂຄວິດ-19 ນັກທ່ອງທ່ຽວຈາກຫຼາຍປະເທດໄດ້ຫຼັ່ງໄຫຼເຂົ້າມາທ່ຽວສິງກະໂປຢ່າງຫຼວງຫຼາຍ, ພ້ອມກັນນີ້ ສິງກະໂປ ຍັງເປີດຮັບແຮງງານພາກບໍລິການເປັນຈຳນວນຫຼາຍ ພ້ອມຮັບແຮງງານກຸ່ມເປົ້າໝາຍອີກດ້ວຍເຊັ່ນ: ປະເທດບັງກະລາເທດ, ອິນເດຍ, ມຽນມາ, ຟິລິບປິນ, ສີລັງກາ ແລະ ປະເທດໄທ ເຊິ່ງໃຫ້ໄດ້ຮັບສິດເຮັດວຽກ 1 ໃນ 9 ອາຊີບ ທີ່ຕ້ອງການໃນສິງກະໂປທັນທີ ລວມເຖິງແຮງງານທັກສະສູງຢ່າງ AI.

ສຳນັກຂ່າວ Nikkei Asia ໄດ້ລາຍງານວ່າ ປະເທດສິງກະໂປ ເປີດຮັບແຮງງານພາກບໍລິການທີ່ກຳລັງຂາດແຄນຢ່າງໜັກ ເນື່ອງຈາກນັກທ່ອງທ່ຽວເຂົ້າມາຈຳນວນຫຼາຍ ຫຼັງຜ່ານພົ້ນໂຄວິດ-19 ໂດຍໄດ້ເປີດຮັບແຮງງານຈາກກຸ່ມປະເທດເປົ້າໝາຍ.

ກ່ອນໜ້ານີ້ ສິງກະໂປອອກໃບອະນຸຍາດເຮັດວຽກໃຫ້ກັບຜູ້ທີ່ອາໄສໃນມາເລເຊຍ, ຈີນ, ຮ່ອງກົງ, ເກົາຫຼີໃຕ້ ແລະ ໄຕ້ຫວັນ ເທົ່ານັ້ນ. ຫຼ້າສຸດ ສິງກະໂປເພີ່ມອາຊີບແມ່ບ້ານ ແລະ ພະນັກງານຍົກກະເປົາຕາມໂຮງແຮມ ເປັນອາຊີບທີ່ໄດ້ຮັບອະນຸຍາດໃຫ້ສາມາດວ່າຈ້າງພະນັກງານຕ່າງຊາດໄດ້. ນອກຈາກນີ້ ຍັງມີອາຊີບພໍ່ຄົວໃນຮ້ານອາຫານອິນເດຍ ແລະ ອາຊີບຊ່າງດ້ານໂລຫະເພີ່ມເຂົ້າມາດ້ວຍ.

ນອກຈາກນີ້ ສິງກະໂປ ຍັງປະເມີນຄັດເລືອກແຮງງານຕ່າງຊາດ Complementarity Assessment Framework (COMPASS) ຮູບແບບໃໝ່ ສຳລັບ Employment Pass ໃນເດືອນກັນຍາ ເຊິ່ງຈະໃຫ້ຄະແນນຜູ້ສະໝັກຕາມເງິນເດືອນ ປະຫວັດການສຶກສາ ແລະ ຄຸນສົມບັດອື່ນໆ. ລວມເຖິງທັກສະທີ່ກ່ຽວຂ້ອງກັບສາຂາທີ່ເປັນທີ່ຕ້ອງການຂອງສິງກະໂປ ເຊັ່ນ: ປັນຍາປະດິດ AI ໃຫ້ຫຼາຍຂຶ້ນອີກດ້ວຍ.

ສຳລັບ 9 ອາຊີບ ພາກບໍລິການທີ່ສິງກະໂປຕ້ອງການໄດ້ແກ່ ຊ່າງໂລຫະ, ຊ່າງຕໍ່ສາຍເຄເບິ້ນ, ຊ່າງເຫຼັກ, ຊ່າງເຊື່ອມ, ພໍ່ຄົວ (ສະເພາະຮ້ານອາຫານອິນເດຍ), ພະນັກງານແປຮູບອາຫານ, ແມ່ບ້ານ (ໃນໂຮງແຮມທີ່ໄດ້ຮັບອະນຸຍາດຈາກຄະນະກໍາມະການບອດໂຮງແຮມ), ພະນັກງານໂຮງແຮມ ແລະ ພະນັກງານຍົກກະເປົາ.

ຂໍ້ມູນຈາກ:

     The Standard Wealth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/