ຊາວຍູກັນດາປ່ຽນຂີ້ເຫຍື້ອໃຫ້ກາຍເປັນງານສິລະປະຕ່າງໆເພື່ອສ້າງລາຍໄດ້ ແລະ ເປັນການທຳຄວາມສະອາດໃຫ້ສິ່ງແວດລ້ອມໄປນຳ


ນັກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກຸ່ມ​ໜຶ່ງ​ໄດ້​ມີ​ຄວາມ​ຄິດ​ໃນ​ການ​ນຳ​ໃຊ້​ສິລະ​ປະ​ເປັນ​ເຄື່ອງ​ມື ​ເພື່ອ​ທຳ​ຄວາມ​ສະ​ອາດ​ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ແຫຼ່ງຫາລາຍໄດ້ໄປໃນຕົວ ພາຍ​ໃຕ້​ແຄັມເປນ “Tawa Uchafu na Nusu” ​ທີ່ຈະປ່ຽນ​ຂີ້ເຫຍື້ອ​ໃຫ້​ກາຍ​ເປັນ​ງານ​ສິລະ​ປະ​ຫຼາກຫຼາຍຮູບແບບເພື່ອ​ນຳ​ໄປວາງຂາຍໃນທ້ອງຕະຫຼາດ.

Lwanyaga Walakira ຜູ້ຈັດໂຄງການ Tawa Uchafu na Nusu ໄດ້ອະທິບາຍວ່າ ແຮງບັນດານໃຈຂອງພວກເຂົາມາຈາກການລົນນະລົງດ້ານສິ່ງແວດລ້ອມຕ່າງໆ, ເຊິ່ງເປົ້າໝາຍຫຼັກຂອງພວກເຂົາແມ່ນເພື່ອສະແດງໃຫ້ໄວໜຸ່ມສາມາດນໍາເອົາຄວາມຄິດສ້າງສັນ ແລະ ສິລະປະຂອງເຂົາເຈົ້າມາສ້າງລາຍໄດ້ຈາກຂີ້ເຫຍື້ອທີ່ເກັບມາຈາກຄົວເຮືອນ ແລະ ຈຸດຖິ້ມຂີ້ເຫຍື້ອ ເພື່ອກະຕຸ້ນໃຫ້ພວກເຂົາບໍ່ຖິ້ມຂີ້ເຫຍື້ອໄປໂດຍເປົ່າປະໂຫຍດ ແລະ ໃຊ້ງານສິລະປະໃນການປ່ຽນມັນໃຫ້ມີປະໂຫຍດແເທນ. ພວກເຂົາແນມເຫັນອະນາຄົດທີ່ຄົນເກັບຂີ້ເຫຍື້ອຍອມຈ່າຍເງິນໃຫ້ກັບເຈົ້າຂອງຂີ້ເຫຍື້ອ ເມື່ອພິຈາລະນາເບິ່ງແລ້ວພວກມັນສາມາດສ້າງກຳໄລໄດ້ຢ່າງຫຼວງຫຼາຍຈາກການນຳໄປຣີໄຊເຄິນ.

“ທຸກມື້ນີ້ພວກເຮົາຈ່າຍເງິນຈຳນວນຫຼາຍໃຫ້ກັບບໍລິສັດເກັບຂີ້ເຫຍື້ອ ແລະ ບໍລິສັດເຫຼົ່ານີ້ໄດ້ຄັດແຍກຂີ້ເຫຍື້ອແລ້ວຮັບຜົນປະໂຫຍດຈາກມັນ. ຄວາມຝັນຂອງພວກເຮົາກໍຄືຍອມຈ່າຍເພື່ອຊື້ຂີ້ເຫຍື້ອເຫຼົ່ານັ້ນແລ້ວນຳມາປ່ຽນໃຫ້ເປັນຜະລິດຕະພັນທີ່ມີປະໂຫຍດທີ່ສາມາດກະຕຸ້ນເສດຖະກິດພາຍໃນປະເທດໄດ້”

Walakira ເຊື່ອວ່າ ການໃຫ້ນັກສິລະປິນເຂົ້າມາມີສ່ວນຮ່ວມໃນໂຄງການດັ່ງກ່າວ ກໍເພື່ອໃຫ້ພວກເຂົາເຂົົ້າໃຈເຖິງຄວາມສຳຄັນໃນການຮັກສາຄວາມສະອາດຂອງສິ່ງແວດລ້ອມ ແລະ ຍັງສາມາດນຳໄປສູ່ການສ້າງສັນສິນລະປະໃນຮູບແບບຕ່າງໆທີ່​ເອື້ອ​ອໍາ​ນວຍ​ໃຫ້​ກັບເປົ້າໝາຍ​ນີ້ໄດ້​.

ນອກຈາກນີ້, Walakira ຍັງໄດ້ເປີດເຜີຍວ່າໂຄງການຂອງພວກເຂົາໄດ້ສ້າງຕັ້ງສະຖາບັນການເຝິກອົບຮົມໃນ Kyebando ເຊິ່ງຈະສອນວິທີການສ້າງຮູບແບບສິລະປະຕ່າງໆຈາກວັດສະດຸທີ່ຖືກຖິ້ມເຊັ່ນ: ດອກໄມ້, ເຕົ່າພລາສຕິກ, ເຄື່ອງຫຼິ້ນເດັກນ້ອຍ, ໂຖດອກໄມ້. ອຸປະກອນຕົບແຕ່ງເຮືອນ ແລະ ອື່ນໆອີກດ້ວຍ.

ທີ່ມາ:

kampalasun

Serumpanise Omufirika

fundsforngos

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/