ຄວາມສຳພັນສັ່ນຄອນ ຍ້ອນມັກເລື່ອນນັດເລື້ອຍໆ


“ບໍ່ໄດ້ໄປແລ້ວເດີ້ເພິ່ນ, ເຂົາຄາວຽກແລ້ວ” ປະໂຫຍກສຸດຮິດມັກໃຊ້ຄອບລາໃນນາທີສຸດທ້າຍ ມີໃຜເຄີຍພົບພໍ້ປະສົບການແບບນີ້ບໍ່? ກ່ອນໜ້ານີ້ໄດ້ຕົກລົງນັດກັນກັບໝູ່ໄວ້ລ່ວງໜ້າຫຼາຍມື້ແລ້ວ ແຕ່ມາຍົກເລີກໃນນາທີສຸດທ້າຍ ຫຼື ເລື່ອນເວລາອອກໄປເລື້ອຍໆ ຈົນເຮັດໃຫ້ຕາຕະລາງເວລານັດໝາຍອື່ນໆຄາດເຄື່ອນໄປໝົດ.

ຖ້າຫາກທ່ານເຄີຍພົບປັນຫານີ້ ຫຼື ອາດແມ່ນທ່ານເອງທີ່ເປັນຄົນທີ່ມັກຍົກເລີກນັດ ຍ້ອນເກີດເຫດການສຸກເສີນຈຳເປັນ ກໍຄົງບໍ່ເປັນເລື່ອງໃຫຍ່ແຕ່ຢ່າງໃດເລີຍ. ແຕ່ເມື່ອໃດກໍຕາມທີ່ຍົກເລີກນັດໃນນາທີສຸດທ້າຍເປັນປະຈຳໂດຍທີ່ບໍ່ສົນໃຈວ່າຜູ້ທີ່ທ່ານນັດໄວ້ນັ້ນຈະຄາວຽກຫຍັງຫຼືບໍ່ ກໍຄົງເປັນເລື່ອງທີ່ກະທົບຕໍ່ຄວາມສຳພັນໄລຍະຍາວຢ່າງແນ່ນອນ ບໍ່ວ່າຈະເປັນຄວາມສຳພັນລະຫວ່າງໝູ່ເພື່ອນ, ຄົນຮັກ, ຄອບຄົວ ຫຼື ໃນການເຮັດວຽກງານກໍຕາມ. ມື້ນີ້, ເຮົາມາເບິ່ງວ່າຍ້ອນຫຍັງຄົນທີ່ມັກເລື່ອນນັດ ຈຶ່ງມັກເຮັດພຶດຕິກຳນີ້ເລື້ອຍໆ ແລະ ຖ້າຫາກແມ່ນຕົວເຮົາເອງທີ່ເປັນແບບນັ້ນ ຈະແກ້ໄຂຄືແນວໃດ.  

Brent Roberts ອາຈານສອນທາງດ້ານຈິດຕະວິທະຍາຈາກມະຫາວິທະຍາໄລ Illinois Champagne ໄດ້ກ່າວໄວ້ວ່າ: ຄົນທີ່ມັກຍົກເລີກນັດຕະຫຼອດ ສ່ວນໃຫຍ່ມັກຈະເປັນຄົນທີ່ຂາດວິໄນ (Conscientiousness) ແລະ ຂາດຄວາມຮັບຜິດຊອບ ເຊິ່ງເປັນບັນຫາທາງດ້ານບຸກຄະລິກກະພາບຮູບແບບໜຶ່ງ. ນອກນັ້ນ ຄົນທີ່ມັກຍົກເລີກນັດ ອາດມາຈາກລັກສະນະນິດໄສສ່ວນຕົວບາງຢ່າງເຊັ່ນ: ເປັນຄົນທີ່ປະຕິເສດບໍ່ເກັ່ງ ຈຶ່ງຕອບຕົກລົງເອົາໄວ້ກ່ອນ ແຕ່ວ່າເລິກໆແລ້ວບໍ່ໄດ້ຢາກໄປ ແຕ່ຍ້ອນຢາກໃຫ້ເປັນທີ່ຍອມຮັບ ແລະ ບໍ່ກ້າຫານພໍທີ່ຈະຕອບປະຕິເສດຕັ້ງແຕ່ທຳອິດ ຈຶ່ງເລືອກຕອບຕົກລົງເອົາໄວ້ກ່ອນ ແລ້ວຄ່ອຍຫາທາງອອກຕາມພາຍຫຼັງ.

ແຕ່ເຖິງຢ່າງໃດກໍຕາມ, Kira Asatryan ນັກຂຽນທ່ານໜຶ່ງ ທີ່ສົນໃຈສຶກສາເລື່ອງສາຍສຳພັນ ຍັງໄດ້ໃຫ້ທັດສະນະຕື່ມອີກວ່າ ບາງຄັ້ງການທີ່ໝູ່ຍົກເລີກນັດ ອາດມາຈາກບັນຫາບຸກຄະລິກກະພາບສ່ວນຕົວ ເຊັ່ນ: ລາວອາດເປັນຄົນມັກເກັບຕົວ, ວິຕົກກັງວົນ ແລະ ເຂົ້າສັງຄົມບໍ່ເກັ່ງ. ດັ່ງນັ້ນ ໃນເບື້ອງຕົ້ນທີ່ຖືກຊວນຈຶ່ງຕອບຕົກລົງໄວ້ກ່ອນ ແຕ່ພໍຮອດເວລາທີ່ຕ້ອງໄປແທ້ໆ ຈຶ່ງເກີດຄວາມວິຕົກກັງວົນເກີດຂຶ້ນ, ຮູ້ສຶກບໍ່ຢາກອອກໄປສັງສັນກັບຄົນຈຳນວນຫຼາຍ ຫຼື ບາງຄົນອາດກຳລັງມີເລື່ອງໂສກເສົ້າທາງຈິດໃຈທີ່ບໍ່ຢາກບອກໃຫ້ໝູ່ຮູ້ ແລະ ຢາກເກັບຕົວຢູ່ຄົນດຽວ. ດັ່ງນັ້ນ ພວກເຂົາຈຶ່ງຕັດສິນໃຈບອກຍົກເລີກເອົາຊື່ໆກໍເປັນໄດ້.

ເຖິງແມ່ນວ່າການຍົກເລີກນັດກະທັນຫັນ ອາດເກີດຂຶ້ນດ້ວຍເຫດຜົນໃດກໍຕາມ ແຕ່ເມື່ອເກີດຂຶ້ນແລ້ວກໍຄົງກະທົບຕໍ່ຄວາມຮູ້ສຶກຂອງຄົນທີ່ເຮົານັດໝາຍບໍ່ຫຼາຍກໍໜ້ອຍ ແລະ ຍິ່ງເຫດການມັກເກີດຂຶ້ນເລື້ອຍໆ ຍິ່ງຈະເຮັດໃຫ້ຄວາມສະໜິດສະໜົມນັບມື້ນັບຫ່າງເຫີນອອກໄປໃນທີ່ສຸດ. ສະນັ້ນ, ຖ້າເຮົາເປັນຄົນທີ່ມັກຍົກເລີກນັດເລື້ອຍໆ ຫຼື ມັກເທໃນນາທີສຸດທ້າຍ ອາດເຖິງເວລາແລ້ວທີ່ເຮົາຈະປ່ຽນແປງໃໝ່ເພື່ອຮັກສາມິດຕະພາບສາຍສຳພັນລະຫວ່າງກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແຖມເຮົາຍັງຈະກາຍເປັນຄົນທີ່ໜ້າເຊື່ອຖືຫຼາຍຂຶ້ນອີກດ້ວຍ.

ຖ້າບໍ່ຢາກເທໝູ່ໃນນາທີສຸດທ້າຍ ຢ່າຟ້າວຕັດສິນໃຈຕອບຕົກລົງໄວເກີນໄປ

ບໍ່ວ່າເຫດຜົນຂອງການຕອບຕົກລົງນັ້ນ ຈະແມ່ນຍ້ອນເຮົາເປັນຄົນປະຕິເສດບໍ່ເກັ່ງ ຫຼື ຢາກຮັກສານ້ຳໃຈຄົນຊວນ ຫຼື ເພື່ອຕອບຕົກລົງເອົາໄວ້ກ່ອນແລ້ວຄ່ອຍປະຕິເສດຕາມຫຼັງ ແຕ່ມັນບໍ່ເປັນການດີແນ່ນອນຖ້າເຮົາເຮັດແບບນີ້ເປັນປະຈຳ. ສະນັ້ນ, ກ່ອນທີ່ຈະຕອບຕົກລົງທັນທີ ໃຫ້ປ່ຽນມາເປັນຄິດທົບທວນ, ເບິ່ງຕາຕະລາງເວລາຕົນເອງໃຫ້ແນ່ໃຈກ່ອນແລ້ວຄ່ອຍໃຫ້ຄຳຕອບຕາມຫຼັງກໍໄດ້ ຫຼື ອາດສະເໜີທາງເລືອກໃຫ້ໝູ່ວ່າ ຈະກັບມາໃຫ້ຄຳຕອບພາຍໃນວັນທີໃດໜຶ່ງ ຫຼື ແຈ້ງວ່າຈະຄອນເຟີມຄຳຕອບພາຍໃນເວລາເທົ່ານັ້ນເທົ່ານີ້ໂມງ (ແຕ່ກໍບໍ່ຄວນແຈ້ງອີກຝ່າຍດ້ວຍເວລາທີ່ຈໍ້ເກີນໄປ).

ບໍ່ຢາກໄປກໍໃຫ້ຄອບປະຕິເສດແຕ່ທຳອິດເລີຍ ວິທີນີ້ກໍດີຄືກັນ

ບາງຄັ້ງການທີ່ເຮົາຊັດເຈນໃນຄຳຕອບ ກໍຄົງເປັນສິ່ງທີ່ດີກວ່າການທີ່ໃຫ້ອີກຝ່າຍລໍຖ້າເພື່ອຟັງຄຳຕອບປະຕິເສດໃນນາທີສຸດທ້າຍຢູ່ດີ. ດັ່ງນັ້ນ ຖ້າຫາກເຮົາບໍ່ສະບາຍໃຈທີ່ຈະໄປຕາມຄຳຊວນ ຫຼື ຄາວຽກໃດໜຶ່ງຢູ່, ການທີ່ເຮົາກ້າທີ່ຈະຄອບປະຕິເສດຄຳຊວນແຕ່ທຳອິດເລີຍ ຄົງເປັນການດີກວ່າແນ່ນອນ. ທັງນີ້, ເຮົາອາດຕ້ອງເລືອກໃຊ້ຄຳເວົ້າທີ່ມີສິລະປະໃນການປະຕິເສດ. ຕົວຢ່າງ: ຖ້າທ່ານມີນັດກັບຄອບຄົວໄວ້ແລ້ວ ແຕ່ໄດ້ຮັບຄຳຊວນຈາກເພື່ອນຮ່ວມງານຫຼັງເລີກວຽກ ທ່ານອາດບອກເຫດຜົນຕາມຄວາມເປັນຈິງທີ່ບໍ່ສາມາດໄປນຳໄດ້ ເຊັ່ນ: “ຂອບໃຈຫຼາຍໆເດີທີ່ຊວນກັນ, ທີ່ຈິງກໍຢາກໄປນຳ ແຕ່ຮອບນີ້ເຮົາໄປນຳບໍ່ໄດ້ອີ່ຫຼີ ເພາະໄດ້ນັດກິນເຂົ້າກັບຄອບຄົວໄວ້ແລ້ວ, ຂໍເປັນຮອບໜ້າຈະໄປນຳເດີ້”. 

ບອກເຫດຜົນທີ່ປະຕິເສດໄປກົງໆ ແຕ່ຢ່າຕົວະ ຫຼື ຫາຂໍ້ແກ້ຕົວ

ສົມມຸດວ່າ ຫົວໜ້າຊວນໄປງານລ້ຽງຕອນຄ່ຳວັນສຸກຫຼັງເລີກວຽກ ແລະ ທຸກຄົນໃນທີມກໍໄປໝົດ ຍົກເວັ້ນເຮົາຄົນດຽວທີ່ບໍ່ຢາກໄປ ແຕ່ເຮົາມີນັດຢູ່ແລ້ວ ເຊັ່ນ: ນັດພາແຟນໄປທ່ຽວ. ຫຼາຍຄົນຄົງບໍ່ກ້າປະຕິເສດ ເພາະຢ້ານຖືກຕຳໜິ ຈຶ່ງເລືອກທີ່ຈະຕົວະວ່າບໍ່ສະບາຍ ຫຼື ຍົກສາລະພັດເຫດຜົນອື່ນໆເພື່ອອ້າງອີງ ແຕ່ຖ້າບັງເອີນໂຊກບໍ່ເຂົ້າຂ້າງ ພາແຟນໄປທ່ຽວຮ້ານດຽວກັບຫົວໜ້າ ວິນາທີນັ້ນເຮົາຈະກາຍເປັນເດັກນ້ອຍໃນນິທານເດັກລ້ຽງແກະທັນທີ ເຊິ່ງນອກຈາກຈະອັບອາຍແລ້ວ ຍັງຕ້ອງກາຍເປັນຄົນທີ່ບໍ່ມີໃຜເຊື່ອຖືອີກດ້ວຍ. ດັ່ງນັ້ນ ເມື່ອບໍ່ສະດວກທີ່ຈະໄປ ຫຼື ບໍ່ຢາກໄປ ເຮົາກໍຄວນບອກເຫດຜົນໄປຕາມຄວາມເປັນຈິງ ເຊິ່ງຈະເປັນການດີກວ່າ.

ຖ້າເຮົາເປັນຄົນຍົກເລີກນັດ ເຮົາຄວນເປັນຝ່າຍຫາເວລານັດຄືນ

ບາງຄັ້ງ ການຍົກເລີກນັດ ອາດເກີດຂຶ້ນຍ້ອນເຫດການສຸກເສີນຈຳເປັນເຊິ່ງເປັນເຫດການສຸດວິໄສທີ່ບໍ່ສາມາດຫຼີກເວັ້ນໄດ້. ດັ່ງນັ້ນ ເມື່ອເຮົາຕ້ອງເປັນຝ່າຍທີ່ຍົກເລີກນັດໝູ່ໃນຄັ້ງກ່ອນ ຄັ້ງນີ້ເຮົາຄວນເປັນຝ່າຍຊວນ ຫຼື ນັດຄືນໃໝ່ ໂດຍໃຫ້ນຳໃຊ້ຫຼັກການແກ້ໄຂ ERRO(R) 4 ຫຼັກການດັ່ງນີ້:  

  1. Empathy (ເຂົ້າໃຈວ່າພຶດຕິກຳການປະຕິເສດຂອງເຮົາ ເຮັດໃຫ້ອີກຝ່າຍເດືອດຮ້ອນຄືແນວໃດ),
  2. Responsibility (ເປັນຄວາມຮັບຜິດຊອບຂອງເຮົາທີ່ຕ້ອງແກ້ໄຂ),
  3. Reason (ແຕ່ເຮົາກໍມີເຫດຜົນແບບນີ້)
  4. Offer Reassurance (ຂໍໂທດ ແລະ ຈະບໍ່ໃຫ້ເກີດຂຶ້ນຊ້ຳອີກ, ຍິນດີແກ້ໄຂໃໝ່ ພ້ອມສະເໜີວິທີແກ້ໄຂ)

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/msb2ubr7

http://tinyurl.com/y3zxmr27

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/