ອາຟຣິກາໄດ້ສະເໜີພາສີຄາບອນທົ່ວໂລກເພື່ອຕໍ່ສູ້ກັບການປ່ຽນແປງຂອງສະພາບອາກາດ


ການປະຕິຍານໃນເມືອງຫຼວງໄນໂຣບີ (Nairobi) ຂອງເຄັນຍາໄດ້ຕໍ່ຍອດການປະຊຸມສຸດຍອດດ້ານສະພາບພູມອາກາດເປັນເວລາ 3 ມື້ໃນເມືອງຫຼວງຂອງເຄັນຍາ ເພື່ອສະເໜີລະບອບການປົກຄອງພາສີຄາບອນທົ່ວໂລກໃນການປະຕິຍານຮ່ວມ ໂດຍຮຽກຮ້ອງໃຫ້ຜູ້ກໍ່ມົນລະພິດລາຍໃຫຍ່ຕ້ອງຈ່າຍພາສີຫຼາຍຂຶ້ນເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກກວ່າ. William Ruto ປະທານາທິບໍດີເຄັນຍາ ກ່າວວ່າ ພວກເຂົາຈະໃຊ້ພື້ນຖານເຫຼົ່ານີ້ເພື່ອເປັນຈຸດຢືນໃນການເຈລະຈາເຂົ້າໃນການປະຊຸມສຸດຍອດ COP28 ທີ່ດູໄບໃນເດືອນພະຈິກນີ້.

ການປະຊຸມສຸດຍອດດ້ານສະພາບອາກາດຂອງອາຟຣິກາແມ່ນການອະພິປາຍກ່ຽວກັບການລະດົມເງິນທຶນເພື່ອປັບຕົວໃຫ້ເຂົ້າກັບສະພາບອາກາດທີ່ຮຸນແຮງຫຼາຍຂຶ້ນ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ການພັດທະນາພະລັງງານໝຸນວຽນ.

ເນື່ອງຈາກອາຟຣິກາເປັນໜຶ່ງໃນທະວີບທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບພູມອາກາດທີ່ຫຼາຍທີ່ສຸດ, ຈາກຂໍ້ມູນຂອງນັກຄົ້ນຄວ້າລະບຸວ່າ ອາຟຣິກາໄດ້ຮັບພຽງແຕ່ປະມານ 12% ຂອງເງິນທຶນເກືອບ 300 ຕື້ໂດລາ (240 ຕື້ປອນ) ຕໍ່ປີທີ່ເປັນເງິນທຶນເພື່ອຮັບມືກັບສະພາບອາກາດ.

ໂດຍການການປະຕິຍານໃນເມືອງຫຼວງໄນໂຣບີໄດ້ຮຽກຮ້ອງໃຫ້ຜູ້ນຳໂລກສະໜັບສະໜູນຂໍ້ສະເໜີສຳລັບການເກັບພາສີຄາບອນທົ່ວໂລກ ລວມທັງພາສີຄາບອນສຳລັບການຊື້ຂາຍນໍ້າມັນເຊື້ອໄຟ, ການຂົນສົ່ງທາງທະເລ ແລະ ການບິນ ເຊິ່ງນີ້ອາດຈະໄດ້ຮັບການສົ່ງເສີມໂດຍພາສີທຸລະກໍາທາງດ້ານການເງິນທົ່ວໂລກ.

Graça Machel ນັກເຄື່ອນໄຫວດ້ານສິດທິມະນຸດກ່າວກັບສຳນັກຂ່າວວ່າ

“ຄຳປະກາດດັ່ງກ່າວຖືເປັນບາດກ້າວທີ່ສຳຄັນທີ່ຈະເຮັດໃຫ້ພວກເຮົາກ້າວໄປຂ້າງໜ້າ.

ອາຟຣິການັ້ນປຽບສະເໝືອນຜູ້ຫຼິ້ນ ແລະ ໂລກຈະບໍ່ສາມາດກ້າວຕໍ່ໄປໄດ້ຫາກບໍ່ມີອາຟຣິກາເປັນສູນກາງ.

ອາຟຣິກາບໍ່ໄດ້ລໍຖ້າເພື່ອຮັບຄວາມຊ່ວຍເຫຼືອ ແຕ່ອາຟຣິກາຢູ່ບ່ອນນີ້ເພື່ອສະເໜີໂອກາດໃນການລົງທຶນ ແລະ ໄດ້ຮັບການແກ້ໄຂ”

William Ruto ປະທານາທິບໍດີເຄັນຍາກ່າວເຖິງຂໍ້ສະເໜີທີ່ຜ່ານມາໃນ EU ສໍາລັບພາສີທຸລະກໍາທາງດ້ານການເງິນ. ໂດຍລັດຖະບານສາກົນ, ທະນາຄານພັດທະນາ ແລະ ນັກລົງທຶນເອກະຊົນໄດ້ລະດົມທຶນຮ່ວມກັນກວ່າ 23 ຕື້ໂດລາໃຫ້ກັບໂຄງການສີຂຽວ. ຢ່າງໃດກໍຕາມ, ຜູ້ນໍາອາຟຣິກາຫຼາຍຄົນຍັງຄິດວ່າການລົງທຶນປະເພດນີ້ແມ່ນພຽງແຕ່ຄວາມຕ້ອງການທາງດ້ານການເງິນຂອງທະວີບເທົ່ານັ້ນ ແລະ ກ່າວວ່າຈຳເປັນຕ້ອງມີການປ່ຽນແປງລະບົບເພີ່ມເຕີມ.

ປັດຈຸບັນ ໄດ້ມີປະເທດເຂົ້າຮ່ວມ 12 ປະເທດໃນການສະເໜີໃຫ້ເກັບພາສີຄາບ່ອນເພີ່ມຂຶ້ນ, ອີງຕາມຂໍ້ມູນຈາກກອງທຶນເງິນຕາສາກົນ (IMF). ແຕ່ແນວຄິດຂອງລະບອບການປົກຄອງພາສີຄາບອນທົ່ວໂລກກັບບໍ່ໄດ້ຮັບແຮງຊຸກຍູ້ເທົ່າທີ່ຄວນ.

ທີ່ມາ:

bbc

lemonde

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/