ສັນຍາອັດສະລິຍະ “Smart Contract” ເເມ່ນຫຍັງ?


Smart Contract ເເມ່ນຫຍັງ?

ສັນຍາອັດສະລິຍະ ຫຼື Smart Contract ນັ້ນມີລັກສະນະເປັນ Programming Code ທີ່ຖືກເກັບໄວ້ໃນ blockchain ທີ່ຈະດຳເນີນການ ຂັ້ນຕອນການເຮັດວຽກຕາມເງື່ອນໄຂທີ່ໄດ້ກຳນົດໄວ້ລ່ວງໜ້າໂດຍບໍ່ຕ້ອງອາໄສຕົວກາງ ຖືໄດ້ວ່າເປັນລະບົບອັດຕະໂນມັດຢ່າງເຕັມຮູບເເບບ.

ໂດຍປົກກະຕິແລ້ວພວກມັນຖືກໃຊ້ເພື່ອປະຕິບັດຕາມຂໍ້ຕົງລົງອັດຕະໂນມັດ ເພື່ອໃຫ້ຜູ້ເຂົ້າຮ່ວມທັງໝົດສາມາດໝັ້ນໃຈໄດ້ໃນຜົນໄດ້ຮັບ, ໂດຍບໍ່ມີຄົນກາງເຂົ້າໄປຫຍຸ້ງກ່ຽວໃຫ້ເສຍເວລາ. ເປັນຂະບວນການເຮັດວຽກເເບບອັດຕະໂນມັດ ເເລະ ຈະກະຕຸ້ນການດໍາເນີນການຕໍ່ໄປເມື່ອກົງຕາມເງື່ອນໄຂຈົນສຳເລັດ.

ເວົ້າໃຫ້ເຂົ້າໃຈງ່າຍໆກໍຄື Smart Contract ເເມ່ນສັນຍາດິຈິຕອນທີ່ເກັບໄວ້ໃນ Blockchain ເຊິ່ງດຳເນີນການໂດຍອັດຕະໂນມັດເມື່ອກົງຕາມຂໍ້ກຳນົດ ເເລະ ເງື່ອນໄຂທີ່ໄດ້ວາງໄວ້ລ່ວງໜ້າລະຫວ່າງຜູ້ຊື້ ເເລະ ຜູ້ຂາຍ.

Smart Contract ມີຄວາມສຳຄັນເເນວໃດຕໍ່ Crypto?

ແນວຄວາມຄິດຂອງ Smart Contract ເກີດຂຶ້ນໃນປະປານປີ 1994, ເມື່ອ Nick Szabo ນໍາສະເໜີແນວຄວາມຄິດຂອງ Smart Contract ວ່າເປັນອະນຸສັນຍາການເຮັດທຸລະກໍາດ້ວຍຄອມພິວເຕີ (Computerized Transaction Protocol) ທີ່ໃຊ້ເພື່ອດຳເນີນການຕາມເງື່ອນໄຂຂອງສັນຍາໃນຄອມພິວເຕີ ໂດຍມີຈຸດປະສົງເພື່ອໃຊ້ງານເປັນສັນຍາທົ່ວໄປເຊັ່ນ: ການຊຳລະເງິນ, ການຮັກສາຄວາມລັບ, ການບັງຄັບໃຊ້ກົດລະບຽບຕ່າງໆເປັນຕົ້ນ. ທີ່ສໍາຄັນຄື Smart Contract ແມ່ນລະບົບການເຮັດສັນຍາການເຮັດທຸລະກໍາທີ່ບໍ່ມີຕົວກາງເຂົ້າມາກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມຜິດພາດຂອງມະນຸດ ແລະ ລົບລ້າງແນວຄິດທີ່ອີງໃສ່ຄວາມເຊື່ອຂອງຕົວກາງອອກໄປ.

ຫຼັກການເຮັດວຽກຂອງ Smart Contract

ຂະບວນການເຮັດວຽກຂອງ Smart Contract ມີປະມານ 3 ຂັ້ນຕອນຄື:

  • ການສ້າງຮ່າງຂໍ້ຕົກລົງ

ໂດຍຂໍ້ຕົກຂໍ້ລະຫວ່າງຜູ້ຊື້ ແລະ ຜູ້ຂາຍຈະຖືກປ່ຽນເປັນລະຫັດຄອມພິວເຕີ. ຫຼັງຈາກນັ້ນ, ການເຮັດທຸລະກໍາຈະຖືກບັນທຶກໂດຍອັດຕະໂນມັດໃນ Blockchain.

Smart Contract ເເຕ່ລະອັນຈະມີໝາຍເລກທີ່ຢູ່ເປັນຂອງຕົນເອງ ແລະທຸກຄັ້ງທີ່ Smart Contract ຖືກບັນທຶກໄວ້ໃນ blockchain ເເລ້ວ, ໃຜກໍຕາມທີ່ມີທີ່ຢູ່ຂອງ Smart Contract ຈະສາມາດເຂົ້າເຖິງ Smart Contract ໄດ້.

ຂໍ້ທີ່ຄວນຮູ້ : ເມື່ອ Smart Contract ຖືກສ້າງຂື້ນ ຈະບໍ່ສາມາດຢ້ອນກັບໄປເເກ້ໄຂໄດ້

  • Trigger Event ​

Smart Contract ຈຳເປັນຈະຕ້ອງລະບຸເຫດການ,ຈຸດປະສົງ ພ້ອມກັບວັນໝົດອາຍຸຂອງສັນຍາ, ເພື່ອໃຫ້ Smart Contract ສາມາດເຮັດວຽກໄດ້ດ້ວຍຕົວມັນເອງ. ໂດຍຈະພິຈາລະນາຈາກຂໍ້ຕົກລົງທີ່ຖືກເເປງເປັນລະຫັດ ເຊິ່ງໃນລະຫັດເຫຼົ່ານັ້ນຈະລະບຸຂັ້ນຕອນຕ່າງໆ ໂດຍອີງໃສ່ເຫດ​ແລະ​ຜົນ.

ພວກເຮົາສາມາດອະທິບາຍເຫດ ແລະ ຜົນໄດ້ວ່າ: ຖ້າຄໍາສັ່ງຊຸດໜຶ່ງຖືກສົ່ງອອກກໍຈະໃຫ້ຜົນໃນຮູບເເບບໆໜຶ່ງ, ເຊິ່ງ Smart Contract ກໍຈະສືບຕໍ່ເຮັດວຽກໄປເລື້ອຍໆຈົນກວ່າທັງຜູ້ຊື້ ແລະ ຜູ້ຂາຍຈະຍຸຕິສັນຍາ.

  •  ການຍຸຕິຂໍ້ຕົກລົງ

ເມື່ອ Smart Contract ໄດ້ຖືກສ້າງຂຶ້ນແລ້ວເເລ້ວ, ຜູ້ຊື້ ແລະ ຜູ້ຂາຍຈຳເປັນຈະຕ້ອງບັນລຸຈຸດປະສົງ ຫຼື ເຫດການທີ່ໄດ້ຕົກລົງກັນໃນເບື້ອງຕົ້ນ. ແຕ່ຖ້າຝ່າຍໃດຝ່າຍໜຶ່ງບໍ່ປະຕິບັດຕາມເງື່ອນໄຂທີ່ລະບຸໄວ້ໃນສັນຍາພາຍໃນໄລຍະເວລາທີ່ໄດ້ຕົກລົງກັນ, blockchain ກໍຈະສົ່ງຄືນເງິນໄປໃຫ້ອີກຝ່າຍໜຶ່ງ.

ຂໍ້ດີ ເເລະ ຂໍ້ເສຍຂອງ Smart Contract

ຂໍ້ດີຂອງ Smart Contract:

  • ມີຄວາມປອດໄພສູງເພາະຂໍ້ມູນຖືກເກັບໄວ້ຢູ່ໃນ Blockchain
  • ສາມາດເຮັດທຸລະກຳໄດ້ຢ່າງວ່ອງໄວ
  • ຊ່ວຍປະຢັດຄ່າໃຊ້ຈ່າຍເນື່ອງຈາກບໍ່ມີຕົວກາງ

ຂໍ້ເສຍຂອງ Smart Contract:

  • ຍັງມີຂໍ້ບົກຜ່ອງຂອງ Programming Code ໃນ Smart Contract ສົ່ງຜົນໃຫ້ການເຮັດທຸລະກຳມີການຜິດພາດເປັນບາງຄັ້ງ
  • Smart Contract ຖືວ່າເປັນເຕັກໂນໂລຊີໃໝ່ ຈຶ່ງບໍ່ມີກົດໝາຍຮອງຮັບ ເມື່ອເກີດຂໍ້ຜິດພາດຈຶ່ງສົ່ງຜົນຕໍ່ຜູ້ໃຊ້ໂດຍກົງ    
  • ມີຂໍ້ຈຳກັດໃນການໃຊ້ງານ ຜູ້ໃຊ້ຈໍາເປັນຕ້ອງມີຄວາມຮູ້ກ່ຽວກັບພາສາຄອມພິວເຕີເຊັ່ນ Solidity ທີ່ໃຊ້ໄວ້ສໍາລັບການຂຽນຂໍ້ກໍານົດ ຫຼື ເງື່ອນໄຂເຂົ້າໄປໃນສັນຍາ

ທີ່ມາ:

ibm

bitkub

zipmex

etda

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/