Binance ປະກາດຍຸຕິການສະໜັບສະໜູນ Polygon NFT ເປັນທີ່ຮຽບຮ້ອຍແລ້ວ


Binance ແພລັດຟອມເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດຍຸຕິການສະໜັບສະໜູນໂຄງການ Sandbox NFT Stake ໃນເຄືອຂ່າຍ Polygon ໂດຍຈະມີຜົນນັບຕັ້ງແຕ່ວັນທີ 26 ກັນຍາ 2023 ເປັນຕົ້ນໄປ. ການຕັດສິນໃຈດັ່ງກ່າວເກີດຂຶ້ນຫຼັງຈາກການພິຈາລະນາຢ່າງຖີ່ຖ້ວນແລ້ວ ເພື່ອທີ່ຈະປັບປຸງຜະລິດຕະພັນໃນ Binance NFT Marketplace ໃຫ້ດີຂຶ້ນກວ່າເກົ່າ, ນີ້ຖືໄດ້ວ່າເປັນໜຶ່ງບາດກ້າວໃນການປ່ຽນແປງທີ່ໂດດເດັ່ນຂອງແພລັດຟອມ.

ນັບຕັ້ງແຕ່ວັນທີ 26 ກັນຍາ 2023 ເປັນຕົ້ນໄປຜູ້ໃຊ້ຈະບໍ່ສາມາດຊື້ ຫຼື List NFT ໃນແພລັດຟອມໄດ້ ແລະ ຜະລິດຕະພັນໃດໆທີ່ມີຄວາມກ່ຽວຂ້ອງກັບເຄືອຂ່າຍ Polygon ກໍຈະຖືກຍົກເລີກທັງໝົດ. ດັ່ງນັ້ນທາງ Binance ຈຶ່ງແນະນຳໃຫ້ຜູ້ໃຊ້ຄວນຖອນ NFT ຂອງຕົນອອກໂດຍຜ່ານ Polygon Network ຈາກ Binance NFT Marketplace ພາຍໃນສິ້ນປີນີ້.

ການຍຸຕິໂປຣແກມ Sandbox NFT Stake ແລະ ການຍົກເລີກການສະໜັບສະໜຸນ Polygon Network ໃນຄັ້ງນີ້ສົ່ງຜົນກະທົບຕໍ່ຜູ້ໃຊ້ໂດຍບໍ່ຕ້ອງສົງໄສ, ເພາະສະນັ້ນຜູ້ໃຊ້ຄວນຈື່ວັນເວລາທີ່ກຳນົດໄວ້ ແລະ ຈັດການປ່ຽນແປງສິນຊັບຂອງຕົນເອງໃຫ້ຮຽບຮ້ອຍ, ເຊິ່ງ Binance ຈະແຈ້ງກ່ຽວກັບລາຍລະອຽດເພີ່ມເຕີມໃຫ້ແກ່ຜູ້ໃຊ້ທີ່ໄດ້ຮັບຜົນກະທົບໃນພາຍຫຼັງ ລວມເຖິງຂໍ້ມູນກ່ຽວກັບຂະບວນການໃນການຖອນເງິນ ແລະ ທາງເລືອກອື່ນທີ່ອາດເປັນຕົວເລືອກໃຫ້ແກ່ຜູ້ໃຊ້ໃນອະນາຄົດ.

Sandbox NFT ເປັນຄໍເລັກຊັນ Polygon NFT ທີ່ມີການຊື້ຂາຍຫຼາຍທີ່ສຸດເປັນອັນດັບສອງໃນ Binance NFT, ໂດຍມີລາຄາຂັ້ນຕໍ່າຢູ່ທີ່ 494 ໂດລາ ແລະ ປະລິມານການຊື້ຂາຍຂອງຢູ່ທີ່ 11.1 ລ້ານໂດລາ. ໂດຍຫຼັງຈາກນີ້, Binance ຈະຮອງຮັບ blockchain ພຽງ 3 ລາຍການເທົ່ານັ້ນ ໄດ້ແກ່: BNB Chain, Ethereum, ແລະ Bitcoin.

ທີ່ມາ:

binance

siamblockchain

theblock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/