ຕາມກັນໄປແບບຕິດໆ Bitkub ກຽມຖອດຫຼຽນ BUSD ຂອງ Binance ອອກຈາກກະດານເທຣດ ນັບຕັ້ງແຕ່ວັນທີ 21 ກັນຍານີ້ເປັນຕົ້ນໄປ


ໃນວັນທີ 8 ກັນຍາ, Bitkub ກະດານເທຣດ crypto ໄດ້ປະກາດແຈ້ງເຕືອນເຖິງການຖອດຖອນຫຼຽນ Binance USD (BUSD) ເຊິ່ງເປັນ Stablecoin ທີ່ຜູກກັບສະກຸນເງິນໂດລາອອກຈາກກະດານເທຣດຖາວອນ.

ໂດຍໃນໜ້າຊື້ຂາຍຂອງກະດານເທຣດຈະຂຶ້ນເຄື່ອງໝາຍ DE (Delist) ໄວ້ໃນສັນຍະລັກຂອງຫຼຽນ BUSD ເພື່ອເຕືອນຜູ້ໃຊ້ ແລະ ຈະຍຸຕິໃຫ້ການຊື້ຂາຍ ຫຼື ຝາກຫຼຽນ BUSD ຖາວອນໃນວັນທີ 21 ກັນຍາ 2023, ເຊິ່ງຜູ້ໃຊ້ສາມາດຖອນຫຼຽນ BUSD ອອກຈາກກະດານເທຣດໄດ້ກ່ອນທີ່ຈະຢຸດໃຫ້ບໍລິການ ແລະ ຈະສິ້ນສຸດການໃຫ້ຖອນຫຼຽນ BUSD ໃນວັນທີ 6 ຕຸລາ 2023.

ອີງຕາມການປະກາດຂອງບໍລິສັດ Bitkub ໄດ້ລະບຸວ່າ: ເນື່ອງຈາກໜ່ວຍງານດູແລຄຸ້ມຄອງໃນສະຫະລັດໄດ້ສັ່ງໃຫ້ບໍລິສັດ Paxos Trust Co., Ltd. (Paxos) ເຊິ່ງເປັນຜູ້ອອກຫຼຽນ Binance USD (BUSD), ໄດ້ຢຸດເຊົາການອອກຫຼຽນເພີ່ມເຕີມ ດ້ວຍເຫດຜົນດ້ານກົດລະບຽບ ແລະ ຂໍ້ບັງຄັບຂອງກົດໝາຍນັ້ນ. ບໍລິສັດ Bitkub Online ຈໍາກັດ ຈຶ່ງໄດ້ພິຈາລະນາຄວາມເປັນຈິງທີ່ເກີດຂື້ນພ້ອມກັບການປະກາດຂອງ Paxos ກ່ຽວກັບແຜນການຢຸດໃຫ້ບໍລິການຫຼຽນ BUSD, ເຊິ່ງຄາດວ່າຈະເກີດຂຶ້ນໃນເດືອນກຸມພາ 2024. ດັ່ງນັ້ນຈຶ່ງເຫັນຄວນວ່າໃຫ້ຖອດຖອນຫຼຽນ BUSD ອອກຈາກສູນບໍລິການຊື້ຂາຍຊັບສິນດິຈິຕອນຂອງບໍລິສັດ ດ້ວຍເຫດຜົນທີ່ວ່າຄຸນສົມບັດຂອງຫຼຽນບໍ່ເປັນໄປຕາມນະໂຍບາຍການໃຫ້ບໍລິການໃນສູນຊື້ຂາຍຊັບສິນດິຈິຕອນຂອງບໍລິສັດອີກຕໍ່ໄປ.

ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນກັບລູກຄ້າ, ບໍລິສັດຂໍແຈ້ງໃຫ້ລູກຄ້າ ແລະ ນັກລົງທຶນໃຫ້ຖອນຫຼຽນ BUSD ຂອງທ່ານອອກຈາກກະດານເທຣດກ່ອນທີ່ບໍລິສັດຈະຖອດຖອນຫຼຽນດັ່ງກ່າວອອກຈາກສູນຊື້ຂາຍຊັບສິນດິຈິຕອນຂອງບໍລິສັດ.

ທີ່ມາ:

siamblockchain

bitkub

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/