ການປະຊຸມຫຼາຍເກີນໄປ ອາດເຮັດໃຫ້ການເຮັດວຽກຂອງເຮົາມີປະສິດທິພາບໜ້ອຍລົງ ແຖມຍັງເຮັດໃຫ້ເສຍສຸຂະພາບອີກ


ການປະຊຸມແມ່ນສ່ວນໜຶ່ງທີ່ສຳຄັນໃນຂະບວນການເຮັດວຽກ ເພື່ອໃຫ້ອົງກອນມີການເຕີບໂຕຂຶ້ນ ໂດຍທຸກຄົນສາມາດແລກປ່ຽນຄວາມຄິດເຫັນ ແລະ ຊ່ວຍກັນຫາຂໍ້ສະຫຼຸບໃນຕອນທ້າຍເພື່ອໃຫ້ບັນລຸເປົ້າໝາຍຂອງທີມ ຫຼື ອົງກອນ. ແຕ່ເຖິງແບບນັ້ນ ໃນການຈັດການປະຊຸມແຕ່ລະຄັ້ງກໍບໍ່ແມ່ນຜົນດີສະເໝີໄປ ໂດຍສະເພາະຢ່າງຍິ່ງ ແມ່ນມີການຈັດການປະຊຸມທີ່ໃຊ້ເວລາຫຼາຍ ແລະ ຈັດຖີ່ເກີນໄປ ເຊິ່ງນອກຈາກຈະກິນເວລາໃນການພັກຫາຍໃຈຂອງຜູ້ເຂົ້າຮ່ວມປະຊຸມແລ້ວ ມັນຍັງສົ່ງຜົນເສຍຕໍ່ສຸຂະພາບຈິດຂອງຜູ້ເຂົ້າຮ່ວມປະຊຸມທີ່ອາດຈະສົ່ງຜົນເສຍໄລຍະຍາວໃຫ້ກັບພະນັກງານ ແລະ ອົງກອນ.

ແລ້ວເປັນຫຍັງອົງກອນຈຶ່ງໄດ້ມີການນັດປະຊຸມຫຼາຍໆຄັ້ງ ແຖມຍັງກິນເວລາດົນອີກພ້ອມ? ອີງຕາມບົດຄວາມເລື່ອງ The Psychology behind Meeting Overload ທີ່ໄດ້ອະທິບາຍເຖິງເບື້ອງຫຼັງທາງຈິດຕະວິທະຍາທີ່ເຮັດໃຫ້ອົງກອນ ແລະ ຄົນຕິດນິດໄສການປະຊຸມທີ່ຫຼາຍເກີນໄປ ໂດຍມີ 6 ເຫດຜົນຄື:

  1. Fear of Missing Out: ຄວາມກັງວົນ ແລະ ຢ້ານທີ່ຈະພາດ

ຫຼາຍຄົນບໍ່ກ້າປະຕິເສດທີ່ຈະເຂົ້າຮ່ວມກອງປະຊຸມ ຍ້ອນ​ຢ້ານ​ວ່າ​ຈະ​ຖືກ​ຜູ້​ອື່ນ​ຕັດສິນ​ວ່າ​ບໍ່​ໄດ້​ສະແດງ​ຄວາມ​ຮັບຜິດຊອບ ຫຼື ບໍ່ພະຍາຍາມເປັນສ່ວນໜຶ່ງຂອງອົງກອນ ເຖິງແມ່ນວ່າກອງປະຊຸມຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ.

  1. Selfish Urgency: ການເອົາຕົນເອງເປັນສູນກາງ

ແມ່ນຄວາມຈິງທີ່ວ່າພວກເຮົາທຸກຄົນອາດຈະເອົາຕົນເອງເປັນສູນກາງຂອງໂລກ ຕ້ອງການເຮັດໃຫ້ທຸກຢ່າງສຳເລັດຕາມໃຈປາຖະໜາ ແລະ ຄິດວ່າຕົນເອງນັ້ນສຳຄັນທີ່ສຸດ ໂດຍລືມໄປວ່າຄົນອື່ນກໍມີເລື່ອງທີ່ສຳຄັນຕ້ອງເຮັດເຊັ່ນກັນ. ເມື່ອເວົ້າເຖິງການປະຊຸມຄວາມອະຄະຕິນີ້ຈະກໍ່ໃຫ້ເກີດປາກົດການທີ່ວ່າ ຄວາມເລັ່ງດ່ວນທີ່ເຫັນແກ່ຕົວ ຫຼື ການກຳນົດການຈັດປະຊຸມຕາມທີ່ຕົນເອງສະດວກ ໂດຍບໍ່ຄໍານຶງວ່າມັນຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງຄົນອື່ນຫຼືບໍ່

  1. Meetings as Commitment Devices: ໃຊ້ການປະຊຸມເປັນເຄື່ອງມືໃນການປະເມີນ

ການປະຊຸມກັບຫົວໜ້າໂດຍກົງຖືເປັນເລື່ອງທີ່ດີໃນການກະຕຸ້ນວຽກງານໃຫ້ມີປະສິດທິພາບຫຼາຍກວ່າເກົ່າ ເຮັດໃຫ້ຫຼາຍອົງກອນໃຊ້ການປະຊຸມເປັນເຄື່ອງມືໃນການປະເມີນວຽກງານ ແລະ ເຮັດໃຫ້ວຽກງານບັນລຸເປົ້າໝາຍໄດ້ດີຂຶ້ນ. ແຕ່ເຖິງແບບນັ້ນການປະຊຸມໃນລັກສະນະນີ້ບໍ່ຄ່ອຍມີຄວາມຈຳເປັນຫຼາຍເທົ່າໃດ ແລະ ຍັງເຮັດໃຫ້ວຽກວາງໄວ້. ຖ້າທ່ານຕ້ອງການຮູ້ຄວາມຄືບໜ້າໃນການດຳເນີນງານ, ພຽງແຕ່ໃຫ້ຜູ້ປະຕິບັດລາຍງານໄປຕາມຄວາມຈິງວ່າບັນລຸເປົ້າໝາຍທີ່ວາງໄວ້ໄດ້ຫຼືຍັງເທົ່ານັ້ນກໍພໍ. ເພາະການປະຊຸມທີ່ໜ້ອຍລົງຈະເຮັດໃຫ້ພະນັກງານສາມາດຈົດຈໍ່ກັບການເຮັດວຽກໄດ້ຢ່າງເຕັມທີ່ ແລະ ມີສະມາທິຫຼາຍຂຶ້ນ.

  1. The Mere Urgency Effect: ການລຽງຄວາມສຳຄັນແບບຜິດໆ

ຫຼາຍຄົນບໍ່ຢາກພາດການປະຊຸມ ເນື່ອງຈາກວ່າອົງກອນມີວັດທະນະທໍາທີ່ເຂັ້ມງວດໃນການຢູ່ໃນຫ້ອງປະຊຸມ. ເຮັດ​ໃຫ້​ການ​ປະຊຸມ​ກາຍ​ເປັນເລື່ອງທີ່​​ສຳຄັນ ​ແລະ​ ຮີບ​ດ່ວນ​ກວ່າ​ວຽກງານ​ອື່ນໆ.

  1. Meeting Amnesia: ລືມເນື້ອຫາໃນຄັ້ງກ່ອນເລີຍຕ້ອງນັດປະຊຸມໃໝ່

ບາງອົງກອນມັກທີ່ຈະຈັດຕາຕະລາງເພື່ອນັດປະຊຸມເພີ່ມເຕີມ ພຽງແຕ່ຍ້ອນວ່າພວກເຂົາບໍ່ສາມາດຈື່ລາຍລະອຽດຂອງການປະຊຸມທີ່ຜ່ານມາໄດ້ ເຮັດໃຫ້ບໍ່ສາມາດດໍາເນີນວຽກງານຕໍ່ໄປໄດ້ ດັ່ງນັ້ນ ຈຶ່ງໄດ້ນັດການປະຊຸມໃໝ່ອີກຄັ້ງ.

  1. Pluralistic Ignorance: ບໍ່ກ້າທີ່ຈະສະແດງຄວາມຄິດເຫັນເພາະຢ້ານຄິດໄປເອງຄົນດຽວ

ການນັ່ງຟັງບົດສົນທະນາທີ່ບໍ່ມີປະໂຫຍດ ແລະ ເສຍເວລາ, ເຮັດໃຫ້ເຮົາເກີດຄວາມຮູ້ສຶກທີ່ຢາກຈະຖາມ ແຕ່ກໍຢ້ານວ່າຈະມີແຕ່ຕົນເອງເທົ່ານັ້ນທີ່ຄິດວ່າສິ່ງນີ້ບໍ່ມີປະໂຫຍດ, ເຊິ່ງໃນຄວາມເປັນຈິງແລ້ວອາດມີອີກຫຼາຍຄົນທີ່ຄິດຄືກັນກັບເຮົາ ແຕ່ບໍ່ກ້າທີ່ຈະເວົ້າອອກມາເຊັ່ນກັນ.

ເນື່ອງຈາກວ່າການປະຊຸມບໍ່ແມ່ນສິ່ງທີ່ຈະຮັບປະກັນເຖິງຄຸນະພາບໃນການເຮັດວຽກ. ການປະຊຸມທີ່ຫຼາຍ ແລະ ມີເນື້ອຫາເກົ່າຊ້ຳໆ ບໍ່ພຽງແຕ່ຈະເຮັດໃຫ້ປະສິດທິພາບການເຮັດວຽກຫຼຸດລົງ, ແຕ່ມັນກໍສົ່ງຜົນກະທົບທາງລົບຕໍ່ສຸຂະພາບແລະ ເຮັດໃຫ້ເຮົາເສຍເວລາໄປໂດຍເປົ່າປະໂຫຍດ, ລວມທັງຮູບແບບໃນການເຮັດວຽກ ແລະ ຂໍ້ຈໍາກັດຕ່າງໆ.

ໃນປັດຈຸບັນ ຫຼາຍໆຄົນອາດເສບຕິດການປະຊຸມໄປໂດຍບໍ່ຮູ້ຕົວ, ດັ່ງນັ້ນ ພວກເຮົາຄວນຖາມຕົນເອງວ່າ ການປະຊຸມມີຄວາມຈຳເປັນຫຼາຍເທົ່າໃດ? ຄວນເຂົ້າຮ່ວມ ຫຼື ປະຕິເສດ? ແລະ ຢ່າລືມຈັດລໍາດັບຄວາມສໍາຄັນໃຫ້ດີ ເພື່ອ​ບໍ່ໃຫ້​ຕາ​ຕະ​ລາງ​ການ​ເຮັດ​ວຽກ​ ແລະ​ ຕາ​ຕະ​ລາງ​ການ​ໃຊ້ຊີ​ວິດ​ຂອງເຮົາເກີດຄວາມວຸ້ນວາຍຫຼາຍເກີນໄປ.

ການປະຊຸມທີ່ບໍ່ມີປະສິດທິພາບນອກຈາກຈະສົ່ງຜົນເສຍຕໍ່ຕົວເຮົາແລ້ວ ມັນຍັງສົ່ງຜົນເສຍຕໍ່ຕົ້ນທຶນຊັບພະຍາກອນບຸກຄະລາກອນ. ຈາກການສຳຫຼວດຄົນທີ່ເຮັດວຽກໃນສະຫະລັດໂດຍເວັບໄຊ Zippia ພົບວ່າ “ພະນັກງານທີ່ຕ້ອງເຂົ້າຮ່ວມການປະຊຸມທີ່ບໍ່ມີປະສິດທິພາບຫຼາຍເຖິງ 31 ຊົ່ວໂມງຕໍ່ເດືອນ ຄິດເປັນ 71% ຂອງຊົ່ວໂມງການເຮັດວຽກທັງໝົດ ເຊິ່ງສົ່ງຜົນເຮັດໃຫ້ເສຍຕົ້ນທຶນຊັບພະຍາກອນບຸກຄະລາກອນຫຼາຍເຖິງ 37 ຕື້ໂດລາຕໍ່ປີ”

  • ໃນສະຫະລັດມີການປະຊຸມປະມານ 55 ລ້ານຄັ້ງຕໍ່ອາທິດ ຫຼື 11 ຄົນຕໍ່ມື້ ແລະ ຫຼາຍກວ່າ 1 ຕື້ຕໍ່ປີ
  • ເວລາສະເລ່ຍໃນການປະຊຸມແມ່ນ 3 ຊົ່ວໂມງຕໍ່ອາທິດ. ໂດຍພະນັກງານກວ່າ 30% ໄດ້ມີການໃຊ້ເວລາໃນການປະຊຸມຫຼາຍກວ່າ 5 ຊົ່ວໂມງຕໍ່ອາທິດ
  • ອົງກອນຕ່າງໆໃຊ້ເວລາປະມານ 15% ໃນການປະຊຸມ, ໂດຍຜົນການສໍາຫຼວດພົບວ່າ 71% ຂອງການປະຊຸມເຫຼົ່ານັ້ນແມ່ນບໍ່ມີປະສິດທິພາບ
  • ອົງກອນສູນເສຍເງິນປະມານ 37 ຕື້ໂດລາຈາກການປະຊຸມທີ່ບໍ່ມີປະສິດທິພາບ
  • ພະນັກງານໃຊ້ເວລາສະເລ່ຍ 31 ຊົ່ວໂມງ ຕໍ່ເດືອນໃນການປະຊຸມທີ່ບໍ່ມີປະໂຫຍດ

ເຮັດໃຫ້ຫຼາຍອົງກອນໄດ້ມີການລົນນະລົງເລື່ອງການປະຊຸມໃຫ້ມີປະສິດທິພາບໂດຍອີງເຖິງຈຳນວນເງິນທີ່ເສຍໄປຈາກການປະຊຸມທີ່ບໍ່ມີປະສິດທິພາບ ແລະ ໄດ້ອອກແບບເວັບໄຊທີ່ຈະຊ່ວຍຄິດໄລ່ຄ່າໃຊ້ຈ່າຍທາງດ້ານການເງິນຂອງແຕ່ລະການປະຊຸມ. ເພື່ອຊ່ວຍໃຫ້ຜູ້ຄົນເຮັດວຽກສາມາດຮັບຮູ້ຄຸນຄ່າຂອງເວລາຂອງພວກເຂົາ ແລະ ສື່ສານພາຍໃນອົງກອນໄດ້ງ່າຍຂຶ້ນ.

ວິທີການຄຳນວນ Meeting cost

  1. ຄລິກເຂົ້າລິ້ງ https://bit.ly/3KQb3Jw
  2. ພິມຂໍ້ມູນໃສ່ຫົວຂໍ້ ຫຼື ຈະບໍ່ໃສ່ກໍໄດ້
  3. ເລືອກໄລຍະເວລາ ແລະ ຈຳນວນຜູ້ເຂົ້າປະຊຸມ
  4. ເລືອກຈຳນວນເງິນຂອງຜູ້ເຂົ້າປະຊຸມແຕ່ລະຄົນ (ສະກຸນເງິນໂດລາ)
  5. ລໍຖ້າລະບົບສະແດງຜົນເປັນ Meeting cost ຕົ້ນທຶນທີ່ໃຊ້ໃນການປະຊຸມ

ຍົກ​ຕົວ​ຢ່າງ: ຫົວຂໍ້ໃນການປະຊຸມແມ່ນ ​​ຕິດ​ຕາມ​ກວດ​ກາ​ຜົນ​ປະກອບການໃນປີ 2023, ເຊິ່ງ​ໃຊ້​ເວ​ລາ 3 ຊົ່ວ​ໂມງ​ ແລະ​ ມີ​ຜູ້​ເຂົ້າ​ຮ່ວມ 5 ຄົນ​ທີ່​ມີ​ເງິນ​ເດືອນ​ພື້ນ​ຖານ 50,000 ໂດລາ, ຜົນປາກົດວ່າບໍລິສັດໄດ້​​ຈ່າຍຕົ້ນທຶນໃນການປະຊຸມໃນຄັ້ງນີ້ 525 ໂດລາ. ​ແຕ່​ຖ້າ​ຫາກການ​ປະຊຸມ​ບໍ່​ມີ​ປະສິດທິ​ພາບ ຫຼື ຕໍ່ເວລາຍືດຍາວອອກໄປອີກກໍຈະບໍລິສັດຈະຕ້ອງຈ່າຍຕົ້ນທຶນເພີ່ມຂຶ້ນ, ແທນທີ່ຈະໃຫ້ເງິນນີ້ເປັນຕົ້ນທຶນໃຫ້ກັບການເຮັດວຽກງານທີ່ສ້າງສັນຫຼາຍກວ່າການປະຊຸມ.

ທີ່ມາ:

hbr

zippia

facebook

frontiersin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/