ໂມຣັອກໂຄ ເກີດແຜ່ນດິນໄຫວຂະໜາດ 6.8 ໜັກສຸດໃນຮອບ 120 ປີ


ເກີດເຫດແຜ່ນດິນໄຫວທີ່ປະເທດ ໂມຣັອກໂຄ ຮຸນແຮງຮອດຂະໜາດ 6.8 ສ້າງຄວາມເສຍຫາຍໃຫ້ກັບອາຄານບ້ານເຮືອນ ແລະ ໃນເຂດເມືອງເກົ່າຂອງເມືອງ ມາຣາເກດ ທີ່ເປັນໜຶ່ງໃນເມືອງທີ່ໄດ້ຮັບການຂຶ້ນເປັນມໍລະດົກໂລກ ນັບເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດໃນຮອບ 120 ປີ ຂອງປະເທດໂມຣັອກໂຄ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຄືນວັນສຸກທີ 8 ກັນຍາ 2023 ທີ່ຜ່ານມາ ເກີດແຜ່ນດິນໄຫວທີ່ຮຸນແຮງຂະໜາດ 6.8 ຣິກເຕີ ທີ່ເຂດເມືອງມາຣາເກດ ສົ່ງຜົນເຮັດໃຫ້ອາຄານບ້ານເຮືອນພັງທະລາຍລົງ ພາໃຫ້ປະຊາຊົນແລ່ນໜີຕາຍ ໂດຍສູນກາງຂອງແຜ່ນດິນໄຫວຫ່າງຈາກເມືອງມາຣາເກດພຽງແຕ່ 64 ກິໂລແມັດ.

ທາງການຂອງປະເທດໂມຣັອກໂຄ ໄດ້ອອກມາລະບຸວ່າ ມີຜູ້ເສຍຊີວິດຢ່າງໜ້ອຍປະມານ 296 ຄົນ ແລະ ບາດເຈັບອີກ 153 ຄົນ ເຊິ່ງເຫດການແຜ່ນດິນໄຫວໃນຄັ້ງນີ້ນັບວ່າຮຸນແຮງທີ່ສຸດໃນຮອບ 120 ປີ ເນື່ອງຈາກປະເທດໂມຣັອກໂຄ ບໍ່ເຄີຍເກີດແຜ່ນໃຫຍ່ແບບນີ້ມາຕັ້ງແຕ່ປີ 1900 ນັ້ນເອງ.

ມີລາຍງານວ່າ ເກີດຄວາມເສຍຫາຍຂຶ້ນກັບ ເມດິນາ ເຂດເມື່ອງເກົ່າຂອງເມືອງມາຣາເກດ ເຊິ່ງເປັນໂຄງສ້າງທາງປະຫວັດສາດທີ່ມີກຳແພງສີແດງ ແລະ ຖະໜົນຫົນທາງເຊິ່ງໄດ້ຖືກຮັບຮອງຈາກຢູເນສໂກຂຶ້ນເປັນມໍລະດົກໂລກໄດ້ພັງທະລາຍລົງມາ ແຕ່ຕອນນີ້ຍັງບໍ່ສາມາດຄຳນວນໄດ້ວ່າເສຍຫາຍຫຼາຍປານໃດ.

ໂດຍທາງໜ່ວຍງານສຳຫຼວດວິທະຍາຂອງສະຫະລັດອາເມຣິກາ ຫຼື USGS  ໄດ້ອອກມາບອກເຖິງສາເຫດໃນການເກີດແຜ່ນດິນໄຫວໃນປະເທດໂມຣັອກໂຄເທື່ອນີ້ ຄາດການວ່າມາຈຈາກ ຮອຍເລື່ອນແບບເຄື່ອນຕົວຕາມແນວສຽງໃນສາຍພູແອດລາສນັ້ນເອງ ໂດຍແຜ່ນດິນໄຫວນີ້ເປັນແຜ່ນດິນໄຫວທີ່ຂ້ອນຂ້າງເປັນທີ່ແຕກຕື່ນ ໂດຍເກີດຈາກຄວາມເລິກປະມານ 18,5 ກິໂລແມັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/