ຕິດຕາມຄວາມຄືບໜ້າໃນການເກັບກູ້ໂຄງກະດູກວານບູຮານທີ່ຄົ້ນພົບໃນປະເທດໄທ


ຈາກຕອນທຳອິດທີ່ທາງ ThaiWales ໄດ້ຮັບແຈ້ງວ່າ ມີການຄົ້ນພົບໂຄງກະດູກປາວານບູຮານ ທີ່ຈັງຫວັດສະໝຸດສາຄອນ ປະເທດໄທ ໂດຍບໍລິເວນທີ່ພົບຫ່າງຈາກຊາຍຫາດທະເລປະມານ 15 ກິໂລແມັດ ເຊິ່ງຜ່ານມາ 10 ວັນແລ້ວ. (ອ່ານເພີ່ມຕື່ມ: https://laox.la/world-news/4696/ )

ວັນທີ 15 ພະຈິກ 2020 ທາງ Facebook Page: ThaiWales ໄດ້ອັບເດດຄວາມຄືບໜ້າການເກັບກູ້ໂຄງກະດູກປາວານບູຮານວ່າ:​ ກໍາລັງຕິດຕາມ ແລະ ລົງພື້ນທີ່ຢ່າງໃກ້ຊິດທຸກມື້ ຈາກທີມງານທີ່ດູແລເລື່ອງນີ້ ເຊິ່ງແມ່ນສູນວິໄຈຊັບພະຍາກອນທາງທະເລ ແລະ ຊາຍຝັ່ງອ່າວໄທຕອນເທິງທາງຕາເວັນຕົກ ໄດ້ມາເກັບຕົວຢ່າງຈາກຊັ້ນຕະກອນດິນໜຽວໃນພື້ນທີ່ ແລະ ສິ່ງທີ່ມີຊີວິດອື່ນໆ, ພາກສ່ວນທີ່ກ່ຽວຂ້ອງ ຕື່ນເຕັ້ນເຮັດວຽກໜັກຫລາຍໃນງານນີ້ ໂດຍສະເພາະພາກສ່ວນກົມຊັບພະຍາກອນທໍລະນີ ແລະ ກອງຄຸ້ມຄອງຊາກດຶກດຳບັນ.

ກົມທໍລະນີຂຸດກະດູກຢ່າງປານີດ ແລະ ລະມັດລະວັງ ຄ່ອຍໆໃຊ້ແປງຂົນປັດເທື່ອລະໜ້ອຍ ເພື່ອພະຍາຍາມຮັກສາສະພາບໃຫ້ສົມບູນກ່ອນຈະນຳໄປສຶກສາຕໍ່. ກົມທໍລະນີຂຸດໄລ່ກະດູກໄປເຖິງສ່ວນຫາງ ບໍ່ຄ່ອຍເປັນຮູບເປັນຮ່າງສົມບູນແຕກເປັນຊິ້ນນ້ອຍໆປານໃດ ແລະ ໄດ້ເຮັດການຂຸດໄລ່ຂຶ້ນມາທາງຫົວຈົນພົບກະດູກສັນຫຼັງທີ່ມີກະດູກຍື່ນອອກມາທາງເທິງ ລວມທັງພົບກະດູກສະບັກ ແລະ ໃນມື້ນີ້ເຈົ້າໜ້າທີ່ໄດ້ຂຸດພົບກະດູກສ່ວນມືທີ່ຂ້ອນຂ້າງສົມບູນຫຼາຍພ້ອມ.

ຈາກການສອບຖາມກັບທ່ານ ປຣີຊາ ສາຍທອງ ຜູ່ອຳນວຍການສ່ວນບໍລິຫານການຄຸ້ມຄອງຊາກດຶກດຳບັນ ກົມຊັບພະຍາກອນທາງທໍລະນີ ໄດ້ຂໍ້ມູນວ່າ ເບື້ອງຕົ້ນຊາກໂຄງກະດູກວານນີ້ຖືເປັນ “Subfossil” ອາຍຸອາດຈະຢູ່ໃນຊ່ວງ 5,000-2,000 ປີ ເຊິ່ງໃນວົງການຊາກດຶກດຳບັນ ຖືວ່າອາຍຸໜ້ອຍ ຢູ່ໃນຊັ້ນຕະກອນທີ່ຍັງບໍ່ໄດ້ກາຍເປັນຟອສຊິວ ຫຼື ຍັງບໍ່ເປັນໂດຍສົມບູນ. ຫຼັງຈາກນີ້ ຈະເຮັດການວິໄຈໃຫ້ຄອບຄຸມ ແລະ ຖືເປັນຊາກດຶກດຳບັນ ຕາມ ກົດໝາຍຄຸ້ມຄອງຊາກດຶກດຳບັນໃນປີ 2008.

ຊາກວານຕົວນີ້ມີຄຸນຄ່າ ແລະ ມີຄວາມສຳຄັນທັງໃນເລື່ອງບັນພະຊີວິນວິທະຍາ(Paleontology), ປະຫວັດວິວັດທະນາການຂອງວານ, ທໍລະນີວິທະຍາ ເຮົາອາດຈະໄດ້ຂໍ້ມູນທີ່ວ່າ ແຜ່ນດິນແຖວນີ້ອາດເປັນແຜ່ນດິນເກີດໃໝ່ເຄີຍເປັນທະເລມາກ່ອນ.

ຂອບໃຈຂໍ້ມູນຈາກ: https://www.facebook.com/thaiwhales/posts/4655895924483516