ແບບໃໝ່! ໄຕ້ຫວັນ ເລີ່ມໃຊ້ເຕັກໂນໂລຊີ “ຈອດລົດຂ້າງທາງ” ແບບອັດສະລິຍະ


ສຳນັກຂ່າວທ້ອງຖິ່ນຂອງໄຕ້ຫວັນໄດ້ລາຍງານວ່າ ເທສະບານເມືອງ ນິວໄທເປ ໄຕ້ຫວັນ ໄດ້ເລີ່ມໃຊ້ງານລະບົບຈອດລົດຂ້າງທາງອັດສະລິຍະແບບໃໝ່ ຕັ້ງແຕ່ວັນທີ 1 ມີນາ 2024 ທີ່ຜ່ານມາ ໂດຍໃຊ້ວິທີຕິດຕັ້ງເຊັນເຊີແມ່ເຫຼັກຝັງລົງຖະໜົນບໍລິເວນຈຸດຈອດລົດ ຈຳນວນ 3,471 ຈຸດໃນຖະໜົນ 122 ເສັ້ນໃນເຂດ Banqiao, Yonghe, Zhonghe ແລະ Xindian.

ລະບົບຈອດລົດດັ່ງກ່າວຈະຖືກນຳມາໃຊ້ສອງດ້ານ ທຳອິດຄືການໃຫ້ຜູ້ຂັບຂີ່ພາຫະນະໃຊ້ຄົ້ນຫາຈຸດວ່າງໃນການຈອດ ຢ່າງງທີ່ສອງຄືເປັນລະບົບໃຊ້ສຳລັບເກັບເງິນຄ່າຈອດລົດ ເຊິ່ງຜູ້ຂັບຂີ່ເອງສາມາດສະແກນຈ່າຍຜ່ານແອັບພິເຄຊັນມືຖືໄດ້ທັນທີ ນອກຈາກນີ້, ເທສະບານເມືອງ ນິວໄທເປ ຈະປະເມີນຜົນການດຳເນີນງານສ່ວນນີ້ ເພື່ອກຽມຂະຫຍາຍການຕິດຕັ້ງລະບົບເຊັນເຊີ ໃຫ້ຄອບຄຸມທົ່ວເມືອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/