ສື່ຈີນເຕືອນນັກລົງທຶນກ່ຽວກັບຄວາມສ່ຽງ Crypto ທ່າມກາງການເພີ່ມຂຶ້ນຢ່າງຮຸນແຮງຂອງລາຄາ Bitcoin


ໃນວັນຈັນທີ່ຜ່ານມາ, ໜັງສືພິມເສດຖະກິດລາຍວັນ (Economic Daily) ຂອງລັດຖະບານຈີນໄດ້ເຜີຍແຜ່ບົດຄວາມເຕືອນນັກລົງທຶນກ່ຽວກັບຄວາມສ່ຽງຂອງການລົງທຶນໃນ crypto. ບົດ​ຄວາມ​ນີ້​ໄດ້​ຖືກ​ພິມ​ເຜີຍ​ແຜ່​ໃນ​ເວ​ລາ​ທີ່​ລາ​ຄາ​ຂອງ Bitcoin ເພີ່ມ​ຂຶ້ນ​ເເຕະລະດັບ 64,000 ໂດລາເຊິ່ງເປັນຈຸດສູງສຸດໃນຮອບ 2 ປີ. ໂດຍໃນປັດຈຸບັນລາຄາຂອງ Bitcoin ກໍໄດ້ເເຕະລະດັບ 68,000 ໂດລາເຮັດຈຸດສູງສຸດໃໝ່ເປັນທີ່ຮຽບຮ້ອຍເເລ້ວ.

ໜັງສືພິມໄດ້ລະບຸວ່າ ລາຄາ Bitcoin ທີ່ຟື້ນຕົວນັ້ນບໍ່ໄດ້ໝາຍຄວາມວ່າ ຄວາມສ່ຽງພື້ນຖານທີ່ກ່ຽວຂ້ອງກັບສິນຊັບດິຈິຕອນນີ້ຈະໝົດໄປ.

“ນັກລົງທຶນຄວນລະວັງຄວາມສ່ຽງທີ່ກ່ຽວຂ້ອງກັບ Bitcoin ແລະ ຜະລິດຕະພັນທີ່ມີມູນຄ່າທີ່ເຊື່ອມໂຍງກັບ cryptocurrencies”

ໜັງສືພິມ Economic Daily ຂອງລັດຖະບານຈີນ ຍັງອ້າງເຖິງຄໍາເວົ້າຂອງທະນາຍຄວາມຊາວປັກກິ່ງ Xiao Sa ກ່ຽວກັບການອະນຸມັດ Bitcoin Spot ETFs ທີ່ຜ່ານມາໃນສະຫະລັດ. ໂດຍທະ​ນາຍ​ຄວາມ​ຄົນ​ນີ້​ໃຫ້​ຄວາມ​ເຫັນ​ວ່າ ການອະນຸມັດ Bitcoin Spot ETFs ໃນສະຫະລັດຈະຊ່ວຍຫຼຸດອຸປະສັກໃນການເຂົ້າສູ່ຕະຫຼາດສໍາລັບນັກລົງທຶນຕ່າງຊາດ ເເລະ ຍັງຊ່ວຍກະຕຸ້ນກິດຈະກໍາການຊື້ຂາຍໃນຕະຫຼາດ crypto

​ແນວ​ໃດ​ກໍ​ດີ, Xiao Sa ກ່າວຢ້ຳ​​ວ່າ ບໍລິສັດທີ່ເຮັດໜ້າທີ່ເປັນຕົວແທນຈໍາໜ່າຍເງິນທຶນເຫຼົ່ານັ້ນຢູ່ຕ່າງປະເທດ ບໍ່ສາມາດຂາຍຜະລິດຕະພັນທາງດ້ານການເງິນທີ່ກ່ຽວຂ້ອງກັບ Bitcoin ໃຫ້ກັບປະຊາຊົນຊາວຈີນໄດ້. ທັງນີ້, ​ຈີນ​ຍັງໄດ້ຫ້າມບໍ່ໃຫ້ຊື້ຜະລິດຕະພັນທາງດ້ານການເງິນທີ່ກ່ຽວຂ້ອງໂດຍກົງກັບ crypto ໂດຍຜ່ານເຄື່ອງມືທາງດ້ານການເງິນໃດໆ

Zhao Wei ນັກຄົ້ນຄວ້າອາວຸໂສຂອງ OKX ກ່າວຕື່ມວ່າມີຄວາມກັງວົນອື່ນໆໃນຕະຫຼາດ crypto ເຊັ່ນ: ຄວາມບໍ່ແນ່ນອນທາງດ້ານເສດຖະກິດມະຫາພາກເພີ່ມຂຶ້ນ, ເຫດການທີ່ບໍ່ຄາດຄິດໃນອຸດສາຫະກໍາ ເເລະ ນະໂຍບາຍກົດລະບຽບທີ່ບໍ່ຊັດເຈນ.

ຄຳເຕືອນດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກທີ່ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນ 60% ໃນປີນີ້, ໂດຍເພີ່ມຂຶ້ນສູງໃນອາທິດທີ່ຜ່ານມາ ເເລະ ໃນມື້ນີ້ລາຄາຂອງ Bitcoin ກໍສາມາດຢືນເໜືອລະດັບ 68,000 ໂດລາໄດ້ເຊິ່ງເປັນສະຖິຕິສູງສຸດໃໝ່. ປະລິມານການຊື້ຂາຍຂອງ Bitcoin ເເມ່ນໄດ້ຮັບເເຮງຂັບເຄື່ອນຈາກກອງທຶນ Bitcoin ທີ່ໄດ້ລົງທະບຽນຢູ່ໃນສະຫະລັດ, ເຊິ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນອາທິດທີ່ຜ່ານມາ ກາຍເປັນຫົວຂໍ້ຮ້ອນແຮງໃນແພລັດຟອມອອນລາຍຂອງຈີນເຊັ່ນເວັບໄຊ microblogging Weibo.

ສື່​ມວນ​ຊົນ​ຂອງ​ລັດ​ຖະບານຈີນ​ໄດ້​ພະຍາຍາມ​ຫຼາຍ​ເທື່ອ​ເພື່ອ​ເຕືອນ​ໄພ​ອັນຕະລາຍ ກ່ຽວກັບຄວາມສ່ຽງຈາກການເຂົ້າໄປມີສ່ວນຮ່ວມກັບ cryptocurrencies. ໂດຍອ້າງເຖິງຄວາມເປັນຫ່ວງກ່ຽວກັບການໄຫຼອອກຂອງເງິນທຶນ ແລະ ຄວາມບໍ່ສະຖຽນລະພາບທາງດ້ານການເງິນ.

ໃນເດືອນກັນຍາ 2021, ລັດຖະບານຈີນໄດ້ດຳເນີນຂັ້ນຕອນທີ່ສໍາຄັນໃນການສັ່ງຫ້າມ ໃນການໃຊ້ cryptocurrencies ທີ່ກ່ຽວຂ້ອງກັບ 10 ໜ່ວຍງານທີ່ແຕກຕ່າງກັນ. ພວກເຂົາໄດ້ປະກາດວ່າ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງກັບ crypto ແມ່ນຜິດກົດໝາຍ ເເລະ ໄດ້ຈັດເຂົ້າໃນປະເພດກິດຈະກໍາທາງດ້ານການເງິນທີ່ຜິດກົດໝາຍ. ການເຄື່ອນໄຫວນີ້ມີຈຸດປະສົງເພື່ອຫຼຸດຜ່ອນການນໍາໃຊ້ ແລະ ການຊື້ຂາຍ cryptocurrencies ພາຍໃນປະເທດ.

​ເຖິງ​ວ່າ​ລັດຖະບານ​ຈະ​ປາບ​ປາມ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຢູ່​ພາຍ​ໃນ​ປະ​ເທດ, ແຕ່ກໍບໍ່ໄດ້ຫ້າມບໍ່ໃຫ້ຄອບຄອງສິນຊັບຈິຕອນເຊັ່ນ Bitcoin ຫຼື Ethereum ໂດຍກົງ.

ທີ່ມາ:

cryptonews

TrendCryptBlock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/