ສິ່ງທີ່ນັກລົງທຶນຄວນຮູ້ກ່ອນທີ່ເຫດການ Bitcoin Halving ຄັ້ງທີ 4 ຈະເກີດຂຶ້ນ


ປັດຈຸບັນ, ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນສູງຫຼາຍເຖິງ 60% ພາຍໃນ 2 ເດືອນໂດຍຢືນເໜືອລະດັບ 68,000 ເປັນທີ່ຮຽບຮ້ອຍແລ້, ເຊິ່ງໃກ້ຄຽງກັບລະດັບສູງສຸດທີ່ຜ່ານມາປະມານ 69,000 ໂດລາ.

ການເພີ່ມຂຶ້ນຂອງ Bitcoin ໃນປີນີ້, ສ່ວນໜຶ່ງແມ່ນເກີດຈາກການທີ່ຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນສະຫະລັດ (SEC) ໄດ້ອະນຸມັດ Spot Bitcoin ETF ໃນເດືອນມັງກອນທີ່ຜ່ານມາ. ກອງທຶນ Bitcoin ETF ເຫຼົ່ານີ້ໄດ້ເຮັດໃຫ້ນັກລົງທຶນເຂົ້າມາຮ່ວມໃນຕະຫຼາດຫຼາຍຂຶ້ນໂດຍບໍ່ຕ້ອງແບກຮັບຄວາມສ່ຽງຈາກການຊື້ຂາຍ Bitcoin ໂດຍກົງ.

ແລະນັບຕັ້ງແຕ່ກອງທຶນ Spot  bitcoin ETFs ໄດ້ເລີ່ມຕົ້ນການຊື້ຂາຍໃນສະຫະລັດໃນປີນີ້, ກໍໄດ້ມີເງິນທຶນຫຼາຍກວ່າ 6 ຕື້ໂດລາໄຫຼເຂົ້າໄປໃນຕະຫຼາດ, ໂດຍກອງທຶນ Grayscale Bitcoin Trust ເຊິ່ງເປັນກອງທຶນທີ່ໃຫຍ່ທີ່ສຸດໄດ້ມີເມັດເງິນໄຫຼເຂົ້າ ໂດຍມີການເພີ່ມຂຶ້ນເຖິງ 48% ນັບຕັ້ງແຕ່ເດືອນມັງກອນ.

ທັງນີ້, ເຫດການ “Halving” ຂອງ Bitcoin ທີ່ນັບຖອຍຫຼັງໃກ້ເຂົ້າມາຄາດວ່າຈະສົ່ງຜົນເຮັດໃຫ້ລາຄາຂອງ Bitcoin ເພີ່ມສູງຂຶ້ນໄປອີກໃນເດືອນໜ້າ. ສຳລັບໃນເດືອນເມສາທີ່ກຳລັງຈະມາເຖິງ ຮາງວັນທີ່ນັກຂຸດທີ່ຈະໄດ້ຮັບໃນການຂຸດ bitcoin ໃໝ່ແມ່ນຈະຖືກຕັດລົງເຄິ່ງໜຶ່ງ, ຈາກ 6.25 bitcoin ເປັນ 3.125 bitcoin. ເຊິ່ງເຫດການນີ້ເກີດຂຶ້ນທຸກໆ 4 ປີ ແລະ ຈະສືບຕໍ່ໄປຈົນກວ່າ bitcoin ກວ່າ 21 ລ້ານຫຼຽນຈະໝົດໄປ.

ເຫດການ Halving ນີ້ໄດ້ຖືກຂຽນເຂົ້າໄປໃນ code ຂອງ Bitcoin ນັບຕັ້ງແຕ່ການເປີດຕົວ ເພື່ອສ້າງຄວາມຂາດແຄນ ແລະ ປ້ອງກັນອັດຕາເງິນເຟີ້, ໂດຍເຫດການ Halving ທີ່ຜ່ານມາມັກຈະກົງກັນກັບໄລຍະເວລາທີ່ລາຄາຂອງ Bitcoin ເພີ່ມຂຶ້ນຢ່າງຫຼວງຫຼາຍ. ແລະ ຕໍ່ໄປນີ້ແມ່ນສິ່ງທີ່ເຮົາຄວນຮູ້ກ່ຽວກັບເຫດການ Halving ທີ່ກໍາລັງຈະມາເຖິງໃນເດືອນເມສາ.

  • ການ Halving ຫຼື ການສະໜອງທີ່ຫຼຸດລົງເຄິ່ງໜຶ່ງ ໝາຍເຖິງເຫດການທີ່ຮາງວັນສໍາລັບການຂຸດຄົ້ນ Bitcoin ຈະຫຼຸດເຄິ່ງໜຶ່ງໃນທຸກໆ 210,000 ບລັອກ, ເຊິ່ງໃຊ້ເວລາປະມານ 4 ປີ.
  • ການ Halving ມີໄວ້ເພື່ອຄວບຄຸມຈໍານວນ bitcoin ທັງໝົດໃນລະບົບ ບໍ່ໃຫ້ຖືກຂຸດຂຶ້ນມາຫຼາຍເກີນໄປ.
  • ການ Halving ຈະເຮັດໃຫ້ ການສະໜອງຂອງ bitcoin ໃໝ່ຈະຫຼຸດລົງ, ຄວາມຫາຍາກຂອງ Bitcoin ຈະເພີ່ມຂຶ້ນ ແລະ ລາຄາຂອງ Bitcoin ມີແນວໂນ້ມທີ່ຈະເພີ່ມຂຶ້ນ.
  • ການ Halving ເກີດຂຶ້ນມາແລ້ວ 3 ຄັ້ງ ໂດຍຄັ້ງທໍາອິດໃນປີ 2012, ປີ 2016 , ປີ 2020 ແລະ ມີຮາງວັນຫຼຸດລົງຈາກ 50 ເຫຼືອ 25, ຈາກ 25 ເຫຼືອ 12.5, ຈາກ 12.5 ເຫຼືອ 6.25 ລຽງກັນຕາມລໍາດັບ. ເຊິ່ງໃນປີ 2024 ນີ້ແມ່ນຈະເກີດເຫດການ having ຂຶ້ນເປັນຄັ້ງທີ 4 ໃນເດືອນເມສາ ໂດຍຮາງວັນຈະຫຼຸດລົງຈາກ 6.25 ເຫຼືອ 3.125 BTC.
  • ເນື່ອງຈາກຂຸດບລັອກໃໝ່ຈະເຖິງແບ່ງເຄີ່ງໃນທຸກໆ 4 ປີ ເຮັດໃຫ້ອຸປະທານ ຫຼື ການສະໜອງໃໝ່ຂອງ Bitcoin ທີ່ເຂົ້າສູ່ລະບົບຫຼຸດລົງ, ການ having ຈຶ່ງສົ່ງຜົນດີຕໍ່ລາຄາ Bitcoin ໃນໄລຍະຍາວ ໂດຍມີເຫດຜົນຫຼັກໆກໍຄື:
    1. ການສະຫນອງ Bitcoin ຫຼຸດລົງ: ເຄິ່ງໜຶ່ງເຮັດໃຫ້ການສະໜອງ Bitcoin ໃໝ່ເຂົ້າສູ່ລະບົບຫຼຸດລົງ 50%. ນີ້ສາມາດນໍາໄປສູ່ຄວາມກົດດັນດ້ານລາຄາ bullish.
    2. ຄວາມຕ້ອງການ Bitcoin ທີ່ເພີ່ມຂຶ້ນ: Bitcoin ກາຍເປັນທີ່ນິຍົມຫຼາຍຂຶ້ນເນື່ອງຈາກຂຸດໄດ້ໜ້ອຍລົງ.
    3. ຄວາມເຊື່ອໝັ້ນຂອງນັກລົງທຶນ: ເຫດການ having ເປັນການຢ້ຳເຕືອນເຖິງລັກສະນະພິເສດສະເພາະຕົວຂອງ Bitcoin ຄືການສະໜອງທີ່ຈໍາກັດຂອງ Bitcoin, ນີ້ສາມາດເພີ່ມຄວາມເຊື່ອໝັ້ນຂອງນັກລົງທຶນ ແລະ ຊຸກຍູ້ໃຫ້ເຂົາເຈົ້າຊື້ Bitcoin.

ຢ່າງໃດກໍຕາມ, ທຸກການລົງທຶນມີຄວາມສ່ຽງຢູ່ສະເໝີ, ຄວນສຶກສາວິເຄາະ ແລະ ຕັດສິນໃຈຢ່າງຮອບຄອບກ່ອນທີ່ຈະລົງທຶນໃນສິນຊັບໃດໆ.

ທີ່ມາ:

siamblockchain

qz

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/