ຜົນວິໄຈເຜີຍວ່າ ແມວກໍຢາກຢູ່ໃກ້ໆມະນຸດຄືກັນ!


ຈາກມຸມມອງຂອງມະນຸດ ແມວສ່ວນໃຫຍ່ເປັນສັດທີ່ຫຍິ່ງ ແລະ ບໍ່ມັກສຸງສິງກັບມະນຸດ ມີສ່ວນໜ້ອຍເທົ່ານັ້ນຈະຂີ້ອ້ອນ ມັກມາເອາະເຊາະ.

ແຕ່ມີທີມນັກວິໄຈຈາກມະຫາວິທະຍາໄລແຫ່ງລັດໂອເຣກອນ ໄດ້ສຶກສາພຶດຕິກຳຂອງນ້ອງແມວຢູ່ໄລຍະໜຶ່ງ ຈົນໄດ້ຜົນວິໄຈອອກມາວ່າ ບັນດາແມວໆ ບໍ່ໄດ້ເບິ່ງເຮົາເປັນພຽງທາດ ທີ່ມີໜ້າທີ່ໃຫ້ອາຫານເທົ່ານັ້ນ, ພວກມັນບໍ່ໄດ້ຫຍິ່ງຂະໜາດນັ້ນ ແຕ່ເລິກໆແລ້ວ ນ້ອງແມວກໍຮັກເຈົ້າຂອງ ແລະ ຢາກຢູ່ໃກ້ໆເຈົ້າຂອງຄືກັນ ເພາະການຢູ່ໃກ້ເຈົ້າຂອງ ມັນເຮັດໃຫ້ນ້ອງແມວຮູ້ສຶກປອດໄພ, ຊ້ຳບໍ່ໜຳແມວອາດຄິດວ່າເຮົາເປັນພໍ່ເປັນແມ່ແທ້ໆຂອງນ້ອງ ແລະ ຄິດວ່າຕົນເອງເປັນລູກຂອງເຮົາອີກດ້ວຍ.

ແບບນີ້ຖືໄດ້ວ່າ ຮັກແຕ່ບໍ່ສະແດງອອກ ຫຼືບໍ່? ການກະທຳຂອງນ້ອງແມວອາດຈະບໍ່ສະແດງອອກ ແຕ່ຄວາມຈິງນ້ອງກໍຮັກເຈົ້າຂອງຄືກັນ.

ການວິໄຈນີ້ຈະເປັນຄວາມຈິງຫຼືບໍ່ ບັນດາຄົນລ້ຽງແມວທັງຫຼາຍ ລອງມາໃຫ້ຄຳຕອບນຳກັນເບິ່ງ!

ທີ່ມາ: https://www.thaipbs.or.th/now/content/480

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/