ນັກທຸລະກິດລາວຊີ້ ຕະຫຼາດພາຍໃນ ຍັງເໝາະສົມ ແລະ ເປັນຕະຫຼາດທີ່ໜ້າສົນໃຈ ສຳລັບສິນຄ້າລາວ


ທ່ານບຸນທ່ຽມ ທຳມະວົງ ຜູ້ບໍລິຫານ ບໍລິສັດ ໄອແຄ ບໍລິການ ເຜີຍ ຕະຫຼາດພາຍໃນ ຍັງເໝາະສົມ ແລະ ເປັນຕະຫຼາດທີ່ໜ້າສົນໃຈ ສຳລັບສິນຄ້າລາວ ທັງໃນເລື່ອງຂອງການແຂ່ງຂັນຂອງສິນຄ້າພາຍໃນທີ່ຍັງບໍ່ສູງ, ຄວາມໄດ້ປຽບດ້ານພຶດຕິກຳຂອງຜູ້ບໍລິໂພກໃນ ສປປ ລາວ ແລະ ກະແສສັງຄົມ ທີ່ຕ້ອງການເຫັນຜະລິດຕະພັນລາວກ້າວໄປທາງໜ້າ ແລະ ພ້ອມສະໜັບສະໜູນຜະລິດຕະພັນລາວ.

ໂດຍ ທ່ານ ບຸນທ່ຽມ ໄດ້ໃຫ້ສຳພາດກັບ ທີມງານ Lao Xperts ເມື່ອບໍ່ດົນມານີ້ ກ່ຽວກັບສະພາບການຂອງຕະຫຼາດ ແລະ ທ່າອ່ຽງ ຂໍ້ໄດ້ປຽບຂອງ ສິນຄ້າລາວໃນຕະຫຼາດພາຍໃນປະເທດ. ໂດຍຜູ້ບໍລິຫານ ບໍລິສັດ ໄອແຄ ບໍລິການ ໄດ້ຍົກໃຫ້ເຫັນຂໍ້ໄດ້ປຽບຂອງສິນຄ້າລາວໃນຕະຫຼາດ ທີ່ໄດ້ຮັບແຮງໜຸນຈາກກະແສສັງຄົມ ພ້ອມແນະນຳໃຫ້ ຜູ້ປະກອບການລາວ ຄວ້າໂອກາດນີ້ ໃນການເລີ່ມຕົ້ນເຮັດທຸລະກິດ.

ທ່ານ ບຸນທ່ຽມ ກ່າວວ່າ: “ປັດຈຸບັນ 1 ຈຸດເດັ່ນທີ່ເປັນທ່າແຮງໃນການຊຸກຍູ້ໃຫ້ສິນຄ້າລາວໄດ້ປຽບໃນທ້ອງຕະຫຼາດ ກໍຄືເລື່ອງຂອງກະແສສັງຄົມ ທີ່ຫັນມາສົນໃຈ ຜະລິດຕະພັນລາວ ຫຼາຍຂຶ້ນ, ຜູ້ປະກອບການລາວ ຄວນສວຍໃຊ້ໂອກາດນີ້ ໃຫ້ໄດ້ປະໂຫຍດສູງສຸດ ໃນການສ້າງຜະລິດຕະພັນໃດໜຶ່ງຂຶ້ນມາ ເພື່ອໃຫ້ເປັນສັນຍະລັກ ມີເອກະລັກ ແລະ ເປັນແບຣນຂອງປະເທດລາວ”

ຕະຫຼາດລາວ ມີອີກໜຶ່ງຈຸດເດັ່ນທີ່ແຕກຕ່າງຈາກ ຕະຫຼາດຕ່າງປະເທດ ກໍຄື ເລື່ອງຂອງພຶດຕິກຳການບໍລິໂພກຂອງຄົນລາວ ທີ່ມີຄວາມໃຈດີ ພ້ອມໃຫ້ໂອກາດຜະລິດຕະພັນຕ່າງໆ ລວມໄປຮອດຂັ້ນຕອນການຕັດສິນໃຈຊື້ສິນຄ້າຕ່າງໆ ທີ່ໜ້ອຍກວ່າຜູ້ບໍລິໂພກໃນຕະຫຼາດໃນຕ່າງປະເທດ.

ໂດຍ ທ່ານ ບຸນທ່ຽມ ກ່າວວ່າ: ອີກ 1​ສິ່ງທີ່ໄດ້ປຽບສຳລັບຜະລິດຕະພັນລາວ ໃນຕະຫຼາດພາຍໃນ ກໍຄື ພຶດຕິກຳຂອງຜູ້ບໍລິໂພກ ທີ່ມີຄວາມໃຈດີ ພ້ອມໃຫ້ໂອກາດກັບຄວາມຜິດພາດຜະລິດຕະພັນ ລວມໄປຮອດຂັ້ນຕອນການຕັດສິນໃຈຊື້ ການປຽບທຽບ ທີ່ໜ້ອຍກວ່າ ຢູ່ຕ່າງປະເທດ ທີ່ມີການປຽບທຽບທຸກຢ່າງ ນັບແຕ່ລາຄາ, ນໍ້າໜັກ ຫຸ້ມຫໍ່, ການອອກແບບ ໄປຈົນຮອດໂພຊະນາການ ຂອງສິນຄ້ານັ້ນໆ.

ປັດຈຸບັນ ສິນຄ້າລາວ ຍັງບໍ່ສາມາດເຂົ້າສູ່ຕະຫຼາດ ແລະ ແຂ່ງຂັນກັບສິນຄ້ານຳເຂົ້າຈາກຕ່າງປະເທດໄດ້ຢ່າງເຕັມທີ່ ເນື່ອງຈາກຫຼາຍປັດໄຈ ທັງໃນເລື່ອງຂອງຄວາມພ້ອມຂອງ ຜະລິດຕະພັນ, ຄວາມພ້ອມຂອງຜູ້ປະກອບການ, ລະບົບພື້ນຖານກການຜະລິດບໍ່ເຂັ້ມແຂງ ເຮັດໃຫ້ບໍ່ສາມາດຄວບຄຸມຕົ້ນທຶນ ແລະ ລາຄາຂາຍ ໃຫ້ຢູ່ໃນລະດັບທີ່ເໝາະສົມໄດ້ ບວກກັບຄວາມລຶ້ງເຄີຍຂອງປະຊາຊົນທີ່ມີຕໍ່ກັບສິນຄ້ານຳເຂົ້າ ມາເປັນເວລາຫຼາຍ 10 ປີ.

ນອກຈາກນີ້ ຜູ້ບໍລິຫານ ບໍລິສັດ ໂອແຄຣ ບໍລິການ ເຊິ່ງຜູ້ທີ່ຜະລິດນໍ້າຢາລ້າງຈານ ແລະ ໃຫ້ບໍລິການຈັດຫາແມ່ບ້ານ ຍັງໃຫ້ຮູ້ອີກວ່າ ຜູ້ປະກອບການລາວ ຄວນແນໃສ່ການຜະລິດສິນຄ້າ ອຸປະໂພກ ຫຼື ບໍລິໂພກ ທີ່ມີຄວາມຈຳເປັນຕ້ອງໄດ້ໃຊ້ ແຕ່ບໍ່ຈຳເປັນຕ້ອງໄດ້ເລືອກຊື້ ເພື່ອໃຫ້ ສິນຄ້າດັ່ງກ່າວ ກະຈາຍເຂົ້າສູ່ຜູ້ບໍລິໂພກໄດ້ໄວທີ່ສຸດ.

ທ່ານ ບຸນທ່ຽມ ກ່າວວ່າ: “ຍົກຕົວຢ່າງສິນຄ້າ ທີ່ຕ້ອງຊື້ ແຕ່ບໍ່ຕ້ອງເລືອກຍີ່ຫໍ້ ກໍຄື ພວກ ນໍ້າຢາລ້າງຈານ, ຖົງຂີ້ເຫຍື້ອ ຫຼື ແມ່ນແຕ່ນໍ້າຕານ ທີ່ຂ້າພະເຈົ້າເຊື່ອວ່າ ທຸກເຮືອນມີ ແຕ່ບໍ່ເຄີຍເລືອກວ່າ ນໍ້າຕານຍີ່ຫໍ້ນີ້ ຫວານໜ້ອຍຫວານຫຼາຍຈຶ່ງຕັດສິນໃຈຊື້”.

ແຕ່ຢ່າງໃດກໍຕາມ ຕະຫຼາດລາວໃນປັດຈຸບັນ ກໍຍັງມີຄວາມທ້າທາຍຫຼາຍອັນຕໍ່ກັບຜູ້ປະກອບການ ບໍ່ວ່າຈະເປັນ ຄວາມລຶ້ງເຄີຍຕໍ່ກັບຜະລິດຕະພັນນຳເຂົ້າ, ຊ່ອງທາງການຂາຍ, ລະບົບຂົນສົ່ງຄົມມະນາຄົມ ທີ່ຍັງບໍ່ມີຄວາມສະດວກ ເຮັດໃຫ້ການກະຈາຍສິນຄ້າບໍ່ໄດ້ດີເທົ່າທີ່ຄວນ, ຂະໜາດຂອງຕະຫຼາດ ຈຳນວນປະຊາກອນທີ່ບໍ່ຫຼາຍຄືກັບປະເທດອື່ນ ອາດເຮັດໃຫ້ມີຄວາມທ້າທາຍໃນການຂະຫຍາຍທຸລະກິດໃດໜຶ່ງ ຫຼື ພັດທະນາຜະລິດຕະພັນໃດໜຶ່ງ ໄປສູ່ລະດັບ ອຸດສາຫະກຳຂະໜາດໃຫຍ່ໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/