ເດັກນ້ອຍໄຕ້ຫວັນ 14 ປີ ເປັນເບົາຫວານ ຍ້ອນກິນສິ່ງນີ້ທຸກມື້!


ເກົາ ມິນມິນ ນັກໂພຊະນາການອອກມາແຊຣ໌ອຸທາຫອນ ໂດຍມີເດັກຍິງອາຍຸ 14 ປີໄດ້ເຂົ້າຮັບການວິນິດໄສວ່າເປັນໂຣກເບົາຫວານປະເພດທີ 2 ເຖິງ 13% ເຊິ່ງຕໍ່ມາເມື່ອເດັກນ້ອຍໄດ້ເຂົ້າຮັບການປິ່ນປົວ ພ້ອມເລີ່ມກິນຢາແລ້ວ ຈຶ່ງໄດ້ສອບຖາມຜູ້ເປັນແມ່ເຖິງພຶດຕິກຳຂອງເດັກນ້ອຍຈຶ່ງໄດ້ຮູ້ວ່າ ມີການບໍລິໂພກນ້ຳຕານຊາຍຂາວຫຼາຍເກີນໄປ.

ໂດຍເດັກຍິງຈະມັກກິນເຂົ້າຈີ່ໃສ່ແຍມ ແລະ ນົມຂຸ້ນຫວານ ພ້ອມນັ້ນຍັງມີເຄັກ ແລະ ໂດຣາຍາກິ ທີ່ໃຫ້ກິນເປັນປະຈຳທຸກມື້ຫຼັງເລີກຮຽນ ຈົນລາມໄປຮອດການກິນເຂົ້າຕອນແລງ ທັງຕອນຍັງຢູ່ໃນໂຮງຮຽນຍັງມີພຶດຕິກຳ ມັກຊື້ເຂົ້າຈີ່ ແລະ ພວກເຂົ້າໜົມນົມເນຍມາກິນຍາມວ່າງເມື່ອຕອນຫິວເຂົ້າ.

ເດັກນ້ອຍຄວນກິນນ້ຳຕານບໍ່ເກີນ 4-8 ກ້ອນຕໍ່ມື້ ນອກຈາກນັ້ນຄວນກິນຂອງວ່າງເບົາໆ ແລະ ຄວບຄຸມການກິນ ເພາະນອກຈາກນີ້ ຍັງມີພວກນ້ຳຕານທີ່ມາຈາກຜັກ ແລະ ໝາກໄມ້ທີ່ເບິ່ງຄືດີຕໍ່ສຸຂະພາບກໍຍັງມີນ້ຳຕານທຽບເທົ່າ ນ້ຳຕານ 6 ກ້ອນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/