ຈີນ ຄວ້າອັນດັບ 1 ມະຫາວິທະຍາໄລທີ່ດີທີ່ສຸດໃນອາຊີ ລາວບໍ່ຕິດອັນດັບ


ເວັບໄຊ  Times Higher Education ແຫຼ່ງບັນທຶກຂໍ້ມູນກ່ຽວກັບການສຶກສາລະດັບອຸດົມສຶກສາທົ່ວໂລກ ຈາກສະຖາບັນການສຶກສາຫຼາຍກວ່າ 7000 ແຫ່ງ ໃນ 171 ປະເທດ ໂດຍໃນປີ 2024 ມະຫາວິທະຍາໄລທີ່ດີທີ່ສຸດໃນອາຊີ ຕົກເປັນຂອງ Tsinghua University ຈາກປະເທດຈີນ.

ນອກຈາກນີ້ ມະຫາວີທະຍາໄລຈາກປະເທດຈີນຍັງສາມາດຕິດ 10 ອັນດັບ ໄດ້ຮອດ 5 ແຫ່ງ ສ່ວນປະເທດຍີ່ປຸ່ນເປັນປະເທດທີ່ມີຈຳນວນມະຫາໄລຕິດອັນດັບຫຼາຍທີ່ສຸດ ຫຼາຍເຖິງ 119 ແຫ່ງ ຕາມມາດ້ວຍປະເທດ ອິນເດຍ ອີກ 91 ແຫ່ງ ແລະ ປະເທດຈີນ ອີກ 89 ແຫ່ງ ສ່ວນປະເທດລາວບໍ່ຕິດອັນດັບໃດໆຈາກການຈັດອັນດັບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/