Binance ໄດ້ຍື່ນຂໍຈົດທະບຽນເພື່ອຕໍ່ຕ້ານການຟອກເງິນກັບໜ່ວຍງານຄຸ້ມຄອງດູແລຂອງໄຕ້ຫວັນແລ້ວ


ອີງຕາມການລາຍງານຈາກສຳນັກຂ່າວໃນທ້ອງຖິ່ນ, ໃນຂະນະນີ້ Binance ແພລັດຟອມເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ຍື່ນຂໍຈົດທະບຽນພາຍໃຕ້ກົດໝາຍວ່າດ້ວຍການຄວບຄຸມການຟອກເງິນ ແລະ ​ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງ​ດູແລທາງການ​ເງິນ (FSC​)​ ແລ້ວ.

ນອກຈາກນີ້ໃນລາຍງານຍັງໄດ້ກ່າວອ້າງເຖິງ Chen Peiyun ຜູ້ຮ່ວມກໍ່ຕັ້ງ BitShine ແພລັດຟອມເທຣດ crypto ໃນໄຕ້ຫວັນ. ໂດຍ Chen Peiyun ໄດ້ກ່າວວ່າ “ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງ​ດູແລທາງການ​ເງິນ (FSC​)​ ເບິ່ງວ່າການເຂົ້າມາຂອງ Binance ແມ່ນເປັນໂອກາດທີ່ດີທີ່ຈະມີແພລັດຟອມເທຣດ crypto ໃນໄຕ້ຫວັນ ໂດຍຜ່ານການດຳເນີນການຕາມກົດໝາຍຄວບຄຸມການຟອກເງິນ (AML)”

ໂດຍອຸດສາຫະກຳ crypto ໃນໄຕ້ຫວັນສ່ວນໃຫຍ່ຍັງບໍ່ໄດ້ຮັບການຄວບຄຸມກ່ຽວກັບການຟອກເງິນ ແລະ ທາງ FSC ຈຶ່ງໄດ້ແນະນຳແນວທາງ AML ໃນເດືອນກໍລະກົດ ປີ 2021, ເຊິ່ງຈະກຳນົດໃຫ້ແພລັດຟອມເທຣດ crypto ທັງໝົດຕ້ອງເຮັດຕາມກົດໝາຍທີ່ FSC ໄດ້ວາງເອົາໄວ້

ໃນຂະນະນີ້ Binance ກໍາລັງດໍາເນີນງານຢູ່ໃນໄຕ້ຫວັນໂດຍຜ່ານໜ່ວຍງານທ້ອງຖິ່ນທີ່ເອີ້ນວ່າ Binance International Limited ສາຂາໄຕ້ຫວັນ, ເຊິ່ງໃນປັດຈຸບັນນີ້ບໍລິສັດໄດ້ລົງທະບຽນເປັນນິຕິບຸຄົນແລ້ວເມື່ອວັນທີ 12 ເດືອນພຶດສະພາ ປີ2023.

ແລະນອກຈາກນັ້ນ, Binance ຍັງໄດ້ຮ່ວມມືກັບລັດຖະບານຂອງໄຕ້ຫວັນເພື່ອຕໍ່ສູ້ກັບອາຊະຍາກໍາທາງອິນເຕີເນັດອີກດ້ວຍ.

ທີ່ມາ:

cointelegraph

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/