ວ່ອງໄວທັນໃຈ ລະບົບເຕືອນໄພນໍ້າຖ້ວມຈາກ ສ.ເກົາຫຼີ ພະຍາກອນເຫດການໄດ້ລ່ວງໜ້າ 1 ຊົ່ວໂມງ


ໄພນໍ້າຖ້ວມຖືເປັນໜຶ່ງໃນໄພພິບັດທາງທຳມະຊາດຮູບແບບໜຶ່ງ ທີ່ກໍ່ຫາຍະນະໄດ້ຢ່າງຮຸນແຮງຕໍ່ຊັບສິນ ແລະ ຊີວິດຂອງມະນຸດ, ຍິ່ງການປ່ຽນແປງດິນຟ້າອາກາດທີ່ມີຄວາມຖີ່ຍິ່ງຂຶ້ນກໍຍິ່ງເປັນສິ່ງທ້າທາຍຕໍ່ການພະຍາກອນເຫດການຕ່າງໆ. ປະເທດເກົາຫຼີເອງກໍມີຫຼາຍພື້ນທີ່ທີ່ປະເຊີນກັບສະພາບນໍ້າຖ້ວມອັນໜັກໜ່ວງ, ໂດຍສະເພາະໃນພື້ນທີ່ຮາບພຽງຂະໜາດນ້ອຍ ແລະ ອ້ອມຮອບດ້ວຍພູ ຄວາມໄວຂອງການໄຫຼນໍ້າແມ່ນຈະໄວກວ່າພື້ນທີ່ອື່ນເຖິງແມ່ນຈະມີປະລິມານນໍ້າຝົນທີ່ເທົ່າກັນ, ເຮັດໃຫ້ນໍ້າມັກຈະໄຫຼໄປເຕົ້າໂຮມກັບບໍລິເວນຄອງນໍ້າ ແລະ ແມ່ນໍ້າທີ່ໃກ້ຄຽງຈົນເຮັດໃຫ້ເກີດນໍ້າຖ້ວມໃນທີ່ສຸດ.

ເພື່ອຕອບສະໜອງແຜນຮັບມືໄພນໍ້າຖ້ວມໃຫ້ທັນເຫດການ, ທາງນັກວິໄຈຈາກສະຖາບັນວິສະວະກໍາໂຍທາ ແລະ ເທັກໂນໂລຢີອາຄານແຫ່ງເກົາຫຼີ (KICT) ຈຶ່ງພັດທະນາລະບົບພະຍາກອນນໍ້າຖ້ວມທີ່ຈະເກີດຢ່າງກະທັນຫັນໄດ້ລ່ວງໜ້າ ພາຍໃນ 1 ຊົ່ວໂມງ, ດ້ວຍການເອົາຂໍ້ມູນຈາກເຣດາປະລິມານນໍ້າຝົນຂອງກະຊວງສິ່ງແວດລ້ອມ, ທີ່ຮວບຮວມເອົາລັກສະນະຂອງນໍ້າຖ້ວມໃນລະດັບພູມີພາກ ເຊິ່ງຈະເລີ່ມບໍລິການພະຍາກອນນໍ້າຖ້ວມໂດຍລັດຖະບານເກົາຫຼີໃນປີນີ້.

ລະບົບການພະຍາກອນແມ່ນຖືເປັນລະບົບທຳອິດທີ່ຮວມຮວມເອົາຂໍ້ມູນລະອຽດ ແລະ ວ່ອງໄວ, ຈາກການເກັບກໍາຂໍ້ມູນຄວາມເສຍຫາຍ ແລະ ລະດັບຄວາມເລິກຂອງນໍ້າຖ້ວມໃນພື້ນທີ່ທີ່ເຄີຍເກີດນໍ້າຖ້ວມມາກ່ອນ, ຈາກນັ້ນຂໍ້ມູນຈະຖືກນໍາໄປຮວບຮວມການຄໍານວນຢ່າງຖືກຕ້ອງຖິງຄວາມສ່ຽງທີ່ຈະເກີດຂຶ້ນ ແລະ ຍັງສາມາດຄາດຄະເນໄດ້ໃນພື້ນທີ່ທີ່ບໍ່ມີຂໍ້ມູນຄວາມເສຍຫາຍໃນຫຼາຍຂອບເຂດຕົວເມືອງ, ພູ ແລະ ໝູ່ເກາະ.

ໃນການສ້າງຕັ້ງລະບົບນີ້ກໍໄດ້ມີການລິເລີ່ມໂຄງການທົດລອງຕັ້ງແຕ່ປີ 2019 ຫາ 2022, ຜ່ານການທົດລອງລະບົບເປັນເວລາ 4 ປີ ເຫັນວ່າລະບົບສາມາດພະຍາກອນເຫດການນໍ້າຖ້ວມອີກ 1 ຊົ່ວໂມງລ່ວງໜ້າທີ່ຈະເກີດຂຶ້ນໄດ້ຢ່າງຖືກຕ້ອງ ພາຍໃນເວລາສອງສາມນາທີ.

ໃນປີ 2019 ກໍມີການທົດລອງທີ່ຖືວ່າປະສົບຜົນລຳເລັດ ຈາກເຫດການຝົນຕົກໜັກ 31 ຄັ້ງ, ເຊິ່ງໄດ້ຮັບຜົນທີ່ໜ້າປະທັບໃຈເຖິງ 90.3%. ເຊິ່ງລະບົບຈະຖືກນໍາໄປໃຊ້ອອກແຈ້ງເຕືອນນໍ້າຖ້ວມຄັ້ງທໍາອິດໃນລະດູຝົນ ທີ່ ກຸງໂຊລ ປີ 2023 ໂດຍການເຮັດວຽກຂອງ ສຳນັກງານຄວບຄຸມນໍ້າຖ້ວມ ກະຊວງສິ່ງແວດລ້ອມ.

ແຫຼ່ງຂໍ້ມູນຈາກ:

https://www.preventionweb.net/news/forecasting-flash-floods-hour-advance

https://phys.org/news/2023-06-hour-advance.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/