ການຕະຫຼາດ ອິນຟູເອັນເຊີ ລະບົບການໂຄສະນາທີ່ບຸກເປົ້າໝາຍຕະຫຼາດໄດ້ໄວ


ສັງເກດໄດ້ວ່າໃນຍຸກນີ້ສິນຄ້າໃດທີ່ມີຍອດຂາຍສູງ ຫຼື ເປັນກະແສຢ່າງວ່ອງໄວ ຄົງໜີບໍ່ພົ້ນອິດທິພົນການເສບສື່ໂຄສະນາ ຜ່ານຊ່ອງທາງອອນລາຍຈາກບັນດາອິນຟູເອັນເຊີທັງຫຼາຍ. ໃນສະຖິຕິປີ 2022 ຂອງປະເທດອາເມຣິກາ ການລົງທຶນໂດຍໃຊ້ອິນຟູເອັນເຊີໂຄສະນາແມ່ນມີກຳໄລຢ່າງກ້າວກະໂດດຈາກ 3.69 ພັນລ້ານ ມາເປັນ 4.14 ພັນລ້ານ ໂດລາ.

ແລ້ວໃຜຄືອິນຟູເອນເຊີ?

ອິນຟູເອນເຊີ (Influencer) ແມ່ນບຸກຄົນທີ່ມີຊື່ສຽງຜ່ານຊ່ອງທາງອອນລາຍ ເຊິ່ງສາມາດມີຍອດຜູ້ຕິດຕາມຕັ້ງແຕ່ 1,000 ຄົນຂຶ້ນໄປກໍຍັງຖືວ່າເປັນຜູ້ທີ່ມີອິດທິພົນທາງອອນລາຍໃນລະດັບນາໂນທີ່ຢູ່ໃນລະດັບຂັ້ນເລີ່ມຕົ້ນ. ສ່ວນໃຫຍ່ ອິນຟູເອັນເຊີ ຈະມີການເຄື່ອນໄຫວຂໍ້ມູນລົງສື່ອອນລາຍຢູ່ເປັນປະຈໍາ ເພື່ອສົ່ງຕໍ່ຂໍ້ມູນ ແລະ ສ້າງຄວາມດຶງດູດໃຫ້ຜູ້ຄົນເຂົ້າມາຕິດຕາມ. ເມື່ອເວົ້າເລື່ອງລັກສະນະຂອງສື່ທີ່ອິນຟູເອນເຊີນິຍົມຜະລິດກໍແມ່ນ ການຂຽນຄອນເທັນ, ຖ່າຍວິດີໂອ, ສ້າງພອສແຄສ ແລະ ໂພສທີ່ໜ້າສົນໃຈເພື່ອໃຫ້ມີການດຶງດູດຜູ້ຕິດຕາມຜ່ານຫຼາຍຊ່ອງທາງ.

ການດໍາເນີນທຸລະກິດໃນອອນລາຍ ແມ່ນສາມາດພິຊິດຍອດຂາຍໄດ້ຢ່າງວ່ອງໄວ, ນັ້ນກໍແມ່ນຜົນຈາກຍອດການຊົມໃຊ້ສື່ອອນລາຍທີ່ຫຼາຍຂຶ້ນໃນທຸກໆປີ ແລະ ໃນປີ 2023 ນີ້ກໍຍັງເພີ່ມຂຶ້ນຫຼາຍກວ່າປີທີ່ຜ່ານມາ, ອີງຕາມສະຖິຕິຈາກເວັບໄຊ Oberlo.com, ຕົວເລກຂອງຜູ້ຊົມສື່ອອນລາຍໃນປີ 2023 ແມ່ນມີຍອດທີ່ເພີ່ມສູງທີ່ 4.89 ພັນລ້ານຜູ້ໃຊ້ງານ, ຄິດເປັນ 6.5% ເມື່ອທຽບໃສ່ປີທີ່ຜ່ານມາ.

ການນໍາໃຊ້ອິນຟູເອນເຊີ ກໍເປັນຊ່ອງທາງການຂະຫຍາຍເຄືອຂ່າຍການຕະຫຼາດທີ່ສາມາດເຂົ້າເຖິງຜູ້ຄົນໄດ້ງ່າຍ ແລະ ມີຄວາມໜ້າເຊື່ອຖື. ເພາະພວກເຂົາມັກຈະສ້າງຄອນເທັ້ນທີ່ຫຼາກຫຼາຍ, ພ້ອມກັບເສີມຂໍ້ມູນທີ່ເປັນເກັດຄວາມຮູ້ຕໍ່ຜະລິດຕະພັນດັ່ງກ່າວ ແລະ ຍັງມີການສ້າງປະຕິສຳພັນທີ່ໃກ້ຊິດກັບຜູ້ຕິດຕາມຢູ່ສະເໝີ. ດ້ວຍເຫດນີ້ຜູ້ຕິດຕາມສ່ວນໃຫຍ່ຈຶ່ງມີຄວາມຮູ້ສຶກເຊື່ອ ແລະ ຄ້ອຍຕາມສິ່ງທີ່ບັນດາອິນຟູເອນເຊີແນະນໍາ, ບໍ່ວ່າພວກເຂົາຈະຈັບສິ່ງໃດກໍຍ່ອມເປັນກະແສຢ່າງວ່ອງໄວ, ໂດຍການສຳຫຼວດຂອງ Oberlo.com 56% ຜູ້ຊື້ສິນຄ້າສ່ວນໃຫຍ່ແມ່ນຕັດສິນໃຈຊື້ສິນຄ້າຈາກການແນະນໍາຂອງບັນດາອິນຟູເອັນເຊີ.

ສ່ວນຫຼາຍແລ້ວບັນດາອິນຟູເອນເຊີນັ້ນຈະພົບໄດ້ໃນຫຼາຍຊ່ອງທາງອອນລາຍ ແຕ່ໃນອິນສະຕາແກຣມ ແມ່ນເປັນຊ່ອງທາງທີ່ອິນຟູເອັນເຊີໃຊ້ງານຫຼາຍທີ່ສຸດເປັນອັນດັບທຳອິດໃນປີ 2023 ຕາມມາດ້ວຍ ເຟສບຸກ ແລະ ຕິກຕັອກ. ເຊິ່ງຈໍານວນຂອງອິນຟູເອນເຊີແມ່ນມີຫຼາຍເຖິງເຄິ່ງລ້ານແອັກເຄົ້າໃນອິນສະຕາແກຣມ ເພາະສ່ວນໃຫຍ່ແອັກເຄົ້າເຫຼົ່ານີ້ແມ່ນຈະມີການເຄື່ອນໄຫວເປັນຈໍານວນຕໍ່ເນື່ອງ ແລະ ມັກຈະເປັນແອັກເຄົ້າແທ້ຂອງຜູ້ໃຊ້ງານນັ້ນ.

ນອກຈາກອິນຟູເອນເຊີທີ່ມີການສ້າງສື່ສຽງຜ່ານໂລກອອນລາຍ ແຕ່ຮູ້ຫຼືບໍ່ວ່າເຄົ້າກໍາເນີດຂອງອິນຟູເອນເຊີນັ້ນທຳອິດກໍແມ່ນມາຈາກ ດາລາທີ່ມີຊື່ສຽງ, ເຖິງແມ່ນວ່າໃນປັດຈຸບັນການຕະຫຼາດຈະສືບຕໍ່ໃຊ້ອິນຟູເອນເຊີຈາກອິນເຕີເນັດຫຼາຍ. ແຕ່ທັງນີ້ຫຼາຍແບຣນທີ່ມີຊື່ສຽງ ກໍຍັງຄົງໃຊ້ດາລາເປັນຄົນໂປຣໂໝດສິນຄ້າ ເພາະຊື່ສຽງຂອງເຂົານັ້ນມີຄວາມສຳຄັນໃນການສ້າງພາບລັກຂອງແບຣນ ແລະ ເຮັດໃຫ້ແບຣນຍັງຄົງຂາຍດີຢ່າງຕໍ່ເນື່ອງ ເຊັ່ນ ແບຣນ Dior, Tiffany & Co, Chanel ແລະ Cartier ທີ່ມີສະມາຊິກວົງ BLACKPINK ເປັນຜູ້ໂປຣໂໝດໃນແຕ່ລະແບຣນ.

ທັງນີ້ການນໍາໃຊ້ອິນຟູເອນເຊີເອງ ກໍບໍ່ໄດ້ໝາຍຄວາມວ່າສິນຄ້ານັ້ນຈະໄດ້ຂາຍດີສະເໝີໄປ, ເພາະສິນຄ້ານັ້ນຈະຕ້ອງມີຄວາມແທດເໝາະກັບລັກສະນະຂອງຜູ້ທີ່ໂປຣໂໝດ ແລະ ເຊື່ອຖືໄດ້ວ່າຜູ້ທີ່ໂຄສະນານັ້ນແມ່ນໄດ້ຜ່ານການທົດລອງນຳໃຊ້ສິນຄ້ານັ້ນແທ້, ອີກທັງຜູ້ຕິດຕາມຂອງບຸກຄົນດັ່ງກ່າວນັ້ນກໍເປັນຕົວຊີ້ວັດທີ່ສຳຄັນວ່າ ເມື່ອມີການໂປຣໂໝດສິນຄ້າແລ້ວ ຈະສາມາດເຈາະກຸ່ມເປົ້າໝາຍແທ້ໄດ້ບໍ່.

ແຫຼ່ງທີ່ມາ:

https://influencermarketinghub.com/glossary/influencer-marketing/

https://influencermarketinghub.com/what-is-an-influencer/

https://www.statista.com/topics/8371/influencer-marketing-in-the-us/#editorsPicks

https://www.oberlo.com/blog/influencer-marketing-statistics#:~:text=The%20latest%20influencer%20marketing%20statistics%20show%20that%20more,seeing%20an%20influencer%20use%20it%20%28IZEA%20Insights%2C%202022%29.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/