Tether (USDT) ຖືຄອງສ່ວນແບ່ງເຖິງ 80% ໃນຕະຫຼາດ Crypto ໃນບຣາຊິວ, ຫຼັງ​ຈາກ​ຄ່າເງິນ​ຂອງອາ​ເຈນ​ຕິ​ນາ​ໄດ້​ລົດ​ລົງ​ສູ່​ລະ​ດັບ​ຕໍ່າສຸດ


ສະກຸນເງິນເປໂຊໄດ້ມີການລົດລົງຢ່າງຮຸນແຮງ ໂດຍໄດ້ແຕະລະດັບຕໍ່າສຸດໃນອາທິດນີ້ ເຊິ່ງມີອັດຕາການແລກປ່ຽນຢູ່ທີ່ 605 ເປໂຊຕໍ່ 1 ໂດລາສະຫະລັດ. Mateo Reschini ນັກວິເຄາະຂອງສະຖາບັນຄົ້ນຄວ້າ Inviu ໄດ້ອະທິບາຍວ່າ: ການເສື່ອມຄ່າໄວຂອງເງິນເປໂຊເກີດຂຶ້ນເມື່ອບໍ່ດົນຫຼັງຈາກອາເຈນຕິນາໄດ້ປະກາດການຈໍາກັດການລົງທຶນໃນສະກຸນເງິນຕ່າງປະເທດເພື່ອປ້ອງກັນການຜັນຜວນທີ່ອາດຈະເກີດຂື້ນໃນລະຫວ່າງການເລືອກຕັ້ງເມື່ອວັນອາທິດທີ່ຜ່ານມາ.

ການລົດລົງຂອງຄ່າເງິນເປໂຊຄາດວ່າຈະສົ່ງຜົນກະທົບຕໍ່ດັດຊະນີລາຄາຜູ້ບໍລິໂພກ (CPI) ໃນເດືອນສິງຫາເຊັ່ນດຽວກັນ. ໂດຍບໍລິສັດເອກະຊົນໃນການປະກາດຄາດວ່າ CPI ຈະເພີ່ມຂຶ້ນ 9%+ ໃນເດືອນນີ້, ເຮັດໃຫ້ອາເຈນຕິນາກາຍເປັນປະເທດທີ່ມີອັດຕາເງິນເຟີ້ສູງທີ່ສຸດໃນໂລກ.

Tether (USDT) ເປັນຫຼຽນ Stablecoin ທີ່ມູນຄ່າຕະຫຼາດຫຼາຍສຸດເປັນອັນດັບໜຶ່ງໃນໂລກໄດ້ກາຍມາເປັນຫຼຽນ crypto ທີ່ຊາວເປໂຊນິຍົມໃຊ້ແລກປ່ຽນກັນຫຼາຍທີ່ສຸດໃນໄລຍະໄຕມາດທີ 1 ແລະ ໄຕມາດທີ 2 ຂອງປີ 2023.

ທັງນີ້ຍັງໄດ້ມີການເປີດເຜີຍຂໍ້ມູນຈາກເຈົ້່າໜ້າທີ່ເກັບພາສີໃນ Brazil ວ່າ: ຫຼາຍກວ່າ 80% ຂອງທຸລະກຳທີ່ເກີດຂຶ້ນໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ 2023 ແມ່ນໃຊ້ USDT ຫຼຽນ Stablecoin ໃນການເຮັດທຸລະກຳຕີເປັນມູນຄ່າຫຼາຍກວ່າ 18,4 ຕື້ໂດລາໃນຕະຫຼາດ crypto ຂອງ Brazil.

ນອກຈາກນີ້ ໃນຂໍ້ມູນຍັງເປີດເຜີຍອີກວ່າ ໃນເດືອນມິຖຸນາໄດ້ມີຊາວອາເຈນຕີນາກວ່າ 3,2 ລ້ານຄົນໄດ້ຊື້ cryptocurrency ເຊິ່ງທຳລາຍສະຖິຕິສູງສຸດ ແລະ ບໍລິສັດຕ່າງໆ ຍັງໄດ້ລົງທະບຽນຊື້ crypto ເປັນຈໍານວນຫຼາຍສຸດເປັນປະຫວັດສາດ.

ທີ່ມາ:

bitcoin

reuters

cryptonomist

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/