ໄຕ້​ຫວັນ​​ໄຟ​ຂຽວ​! ສ້າງຕັ້ງສະມາຄົມຄຸ້ມຄອງດູແລສະກຸນເງິນດິຈິຕອນ ເພື່ອສະໜັບສະໜັບໜູນການເຮັດທຸລະກໍາດ້ວຍ crypto ຢ່າງໂປ່ງໃສ


ລັດຖະບານໄຕ້​ຫວັນ​ໄດ້​ອະນຸມັດໃຫ້​ຈັດຕັ້ງ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກໍາ Cryptocurrency ຢ່າງ​ເປັນ​ທາງ​ການ​, ໂດຍການເຄື່ອນໄຫວດັ່ງກ່າວ ຊີ້ໃຫ້ເຫັນຄວາມຄືບໜ້າຂອງລັດຖະບານໃນ​ການ​ຮອງຮັບເອົາ ​ແລະ ຄຸ້ມຄອງດູແລ​​ອຸດ​ສາ​ຫະ​ກໍາທີ່ກຳລັງຂະ​ຫຍາຍ​ຕົວ​. ເຊິ່ງນີ້ແມ່ນບາດກ້າວທີ່ສໍາຄັນໃນການຮອງຮັບປະກັນສະຖານະພາບຂອງອຸດສາຫະກໍາ cryptocurrency.

ປັດຈຸບັນ, ກຸ່ມທີ່ເຮັດວຽກດ້ານ cryptocurrency ທ້ອງຖິ່ນ ເຊິ່ງປະກອບດ້ວຍບໍລິສັດ cryptocurrency 22 ແຫ່ງ ລວມເຖິງບໍລິສັດແລກປ່ຽນເຊັ່ນ MaiCoin ແລະ BitoPro ເປັນຕົ້ນທີ່ໄດ້ຮັບການອະນຸມັດຈາກລັດຖະບານໃນການສ້າງຕັ້ງສະມາຄົມຢ່າງເປັນທາງການ. ໂດຍຂັ້ນຕອນຕໍ່ໄປແມ່ນການກຽມຕົວໃຫ້ພ້ອມໃນທ້າຍເດືອນມິຖຸນານີ້.

ຄວາມສໍາເລັດນີ້ ມັນເນັ້ນຢ້ຳເຖິງການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງຂອງອຸດສາຫະກໍາ ແລະ ໜ່ວຍງານຄຸ້ມຄອງດູແລ. ເພື່ອສ້າງກອບສໍາລັບການເຮັດທຸລະກໍາ cryptocurrency ທີ່ມີຄວາມຮັບຜິດຊອບໃນໄຕ້ຫວັນ.

ປັດຈຸບັນໄຕ້ຫວັນໄດ້ຮຽກຮ້ອງໃຫ້ຜູ້ໃຫ້ບໍລິການ cryptocurrency ປະຕິບັດຕາມກົດໝາຍຕ້ານການຟອກເງິນ. ແຕ່ອຸດສາຫະກໍາໂດຍລວມແມ່ນຍັງບໍ່ມີການເຂັ້ມງວດໃນລະບຽບທີ່ຫຼາຍພໍ. ການສ້າງຕັ້ງສະມາຄົມຂຶ້ນ ຈະຊ່ວຍສົ່ງເສີມການຄຸ້ມຄອງຕົນເອງພາຍໃນອຸດສາຫະກໍາ.

ໂດຍການສ້າງຕັ້ງສະມາຄົມແມ່ນມີຄວາມສໍາຄັນດັ່ງຕໍ່ໄປນີ້:

ການຮອງຮັບ: ສະມາຄົມຈະຊ່ວຍໃຫ້ສະຖານະຂອງອຸດສາຫະກໍາ cryptocurrency ໄດ້ຮັບການຍອມຮັບຈາກລັດຖະບານ.

ການຄຸ້ມຄອງດູແລ: ສະມາຄົມສາມາດຊ່ວຍລັດຖະບານໃນການຄຸ້ມຄອງອຸດສາຫະກໍາ, ພັດທະນາຄໍາແນະນໍາ ແລະ ສ້າງມາດຕະຖານ

ການພັດທະນາ: ສະມາຄົມສາມາດສົ່ງເສີມການພັດທະນາອຸດສາຫະກໍາແບບຍືນຍົງໂດຍຜ່ານການສຶກສາ, ການຄົ້ນຄວ້າ ແລະ ນະວັດຕະກໍາ.

ການປົກປ້ອງຜູ້ບໍລິໂພກ: ສະມາຄົມສາມາດຊ່ວຍສ້າງກົນໄກປົກປ້ອງຜູ້ບໍລິໂພກ ແລະ ສ້າງຄວາມໝັ້ນໃຈໃນລະບົບ

ສະຫຼຸບແລ້ວ, ການອະນຸມັດສ້າງຕັ້ງສະມາຄົມອຸດສາຫະກໍາສະກຸນເງິນດິຈິຕອນໄຕ້ຫວັນ ເປັນບາດກ້າວທີ່ສໍາຄັນຕໍ່ການຮັບຮູ້ ແລະ ການຄຸ້ມຄອງດູແລອຸດສາຫະກໍາທີ່ກຳລັງຂະຫຍາຍຕົວນີ້, ສະມາຄົມຈະມີບົດບາດສໍາຄັນໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ສ້າງລະບົບນິເວດສະກຸນເງິນດິຈິຕອນທີ່ປອດໄພ ແລະ ໂປ່ງໃສ.

ທີ່ມາ:

siamblockchain

en.bitcoinsistemi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/