ແມ່ຕູ້ອາຍຸ 86 ຍັງໂສດຍັງຊິງ ເຜີຍເສຍໃຈປະຕິເສດຜູ້ຊາຍນັບຮ້ອຍ ຕອນນີ້ຮູ້ສຶກເຫງົາ


ເລື່ອງລາວຂອງແມ່ຕູ້ “ໂຊເຟຍ ໄຊດີ” ອາຍຸ 86 ປີ ຊາວແທນຊາເນຍ ໄດ້ໃຫ້ສຳພາດກັບສື່ທ້ອງຖິ່ນເຖິງຊີວິດອັນໂດດດ່ຽວ ພ້ອມກັບບອກວ່າຮູ້ສຶກເສຍໃຈທີ່ບໍ່ໄດ້ແຕ່ງງານ ຫຼື ໄດ້ສຳຜັດກັບຄວາມສຳພັນແບບໂຣແມນຕິກເລີຍ ເຫດມາຈາກຄອບຄົວເຄັ່ງຄັດເລື່ອງປະເພນີ ໂດຍມີເກນທີ່ວ່າພໍ່ແມ່ມີໜ້າທີ່ຫາສາມີໃຫ້ລູກນັ້ນເອງ.

ແຕ່ແມ່ຕູ້ ໂຊເຟຍ ຍັງໄດ້ບອກອີກວ່າ ເພາະເປັນຄົນມັກອິດສະຫຼະ ໃນບັນດາຊາຍໜຸ່ມທີ່ເຄີຍເຂົ້າຫາ ກໍຖືກປະຕິເສດໝົດ ເພື່ອເຝົ້າລໍຖ້າສັນຍາແຫ່ງຄວາມມັ່ງຄັ່ງ ແລະ ຄວາມໝັ້ນຄົງ ນອກຈາກນີ້ຍັງພະຍາຍາມຫຼົບໜ້າຜູ້ຊາຍ ແລະ ຍັງບໍ່ມັກການມີປະຕິສຳພັນກັບເພດກົງກັນຂ້າມ.

ແຕ່ເວລາຜ່ານໄປ ໂຊເຟຍ ເຂົ້າໃຈ ແລະ ຮັບຮູ້ເຖິງສັດຈະທຳຂອງຊີວິດ ບາງຄັ້ງການຕັດສິນໃຈເລື່ອງສຳຄັນບາງຢ່າງອາດເປັນການຕັດສິນໃຈທີ່ໄຮ້ດຽງສາ ຈົນເຮັດໃຫ້ບັ້ນປາຍຊີວິດໂດດດ່ຽວແບບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/