ເປັນຫຍັງຊີ້ນປາແຊລມອນ ຈຶ່ງເປັນສີສົ້ມ


ເຊື່ອວ່າປາແຊລມອນເປັນອາຫານໃນດວງໃຈຂອງໃຜຫຼາຍຄົນ ດ້ວຍຣົດຊາດທີ່ເປັນເອກະລັກ ແລະ ສີສັນທີ່ຊວນເບິ່ງ ແຖມຍັງມີຄຸນປະໂຫຍດຕໍ່ຮ່າງກາຍ ສົ່ງຜົນໃຫ້ປາແຊລມອນເປັນທີ່ນິຍົມບໍລິໂພກຈົນຕ້ອງນຳເຂົ້າຈາກຕ່າງປະເທດ.

ແຕ່ຮູ້ບໍ່ວ່າປາແຊລມອນນັ້ນ ເປັນຫຍັງມັນຈຶ່ງເປັນສີສົ້ມ ມື້ນີ້ເຮົາຈະມາໄຂຂໍ້ຂ້ອງໃຈນຳກັນ

ປາແຊລມອນທີ່ເຮົານິຍົມບໍລິໂພກກັນ ມີຊີ້ນສີສົ້ມນັ້ນເພາະວ່າມາຈາກສານອາຫານທີ່ພວກມັນກິນເຂົ້າໄປ, ແຊລມອນທຳມະຊາດ ຫຼື ເອີ້ນວ່າແຊລມອນປ່າ (wild salmon) ຈະກິນພວກກຸ້ງ, ຫອຍ ແລະ ປູນ້ອຍເປັນອາຫານ ເຊິ່ງເປືອກຂອງຈຳພວກນີ້ຈະມີສານແອສຕາແຊນທີນ (astaxanthin) ແລະ ແຄນຊາແຊນທີນ (canthaxanthin) ເຊິ່ງມີລັກສະນະເປັນສີແດງສົ້ມໃນກຸ່ມ ແຄໂຣທີນນອຍ (carotenoids) ເຊັ່ນດຽວກັບເບຕາແຄໂຣທີນ (beta-carotene) ທີ່ມີຢູ່ໃນຫົວກະລົດ ແລະ ໝາກອຶ.

ສ່ວນແຊລມອນນ້ຳເລິກ ແລະ ນ້ຳເຢັນ ຈະມີຊີ້ນທີ່ເປັນສີບົວ ມັກຈະມີມັນແຊກຢູ່ຊີ້ນຫຼາຍກວ່າ ເພາະຕ້ອງເອົາໄວ້ສູ້ກັບຄວາມໜາວ.

ໃນປັດຈຸບັນ ແຊລມອນຖືກເພາະລ້ຽງໃນຟາມຢ່າງແຜ່ຫຼາຍ ເນື່ອງຈາກຄວາມນິຍົມໃນການບໍລິໂພກ ແຕ່ແຊລມອນທີ່ເພາະລ້ຽງນັ້ນ ຈະມີຊີ້ນສີຂາວບໍ່ເປັນສີສົ້ມ ຫຼື ເປັນສີບໍ່ສົດ ເພາະພວກເຂົາລ້ຽງດ້ວຍອາຫານເມັດ ແລະເລັ່ງໃຫ້ແຊລມອນເຕີບໂຕໃຫ້ທັນຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ພວກເຂົາຈຶ່ງຕ້ອງເອົາສານແອສຕາແຊນທີນເຂົ້າໄປໃນອາຫານໃຫ້ແຊລມອນກິນ ເພື່ອເຮັດໃຫ້ຊີ້ນມັນກາຍເປັນສີສົ້ມ.

ຜູ້ບໍລິໂພກປາແຊລມອນສ່ວນໃຫຍ່ ມີຄວາມເຊື່ອວ່າ ປາແຊລມອນທີ່ສີສັນສົດກວ່າ ແດງກວ່າ ຈະສົດໃໝ່ກວ່າ ແລະ ມີລາຄາແພງກວ່າຕາມສີ ຈຶ່ງເຮັດໃຫ້ຜູ້ລ້ຽງໃຊ້ສານແອສຕາແຊນທີນ. ຢ່າງໃດກໍຕາມ ສານນີ້ບໍ່ໄດ້ອັນຕະລາຍ ເພາະເປັນສານທີ່ມີຢູ່ຕາມທຳມະຊາດ ທົ່ວໂລກຈຶ່ງອະນຸຍາດໃຫ້ເປັນສ່ວນປະສົມເຕີມລົງໄປໃນອາຫານປາໄດ້.

ທີ່ມາ: https://www.sinergiaanimalinternational.org/single-post/salmon-color

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/