ຕົ້ນສັງກັດອອກມາຢືນຢັນ ຮັນໂຊຮີ ແລະ ຣຍູຈຸນຍອລ ເລີກກັນແລ້ວ


ຫຼັງຈາກທີ່ເປີດຕົວວ່າກຳລັງຄົບຫາດູໃຈກັນໄດ້ສອງອາທິດ ຮັນໂຊຮີ ແລະ ຣຍູຈຸນຍອລ ກໍໄດ້ຍຸຕິຄວາມສຳພັນກັນ ໂດຍທາງຄ້າຍຕົ້ນສັງກັດຂອງຝ່າຍຊາຍເອງເປັນຜູ້ອອກມາຊີ້ແຈງ.


ໃນຕອນທີ່ທັງສອງຖືກຈັບໄດ້ວ່າຄົບຫາເບິ່ງໃຈກັນ ກໍເກີດດຣາມາຂຶ້ນ ວ່າຝ່າຍຊາຍນັ້ນສຶກສາເບິ່ງໃຈ ແລະ ລົມກັບ ຮັນໂຊຮີ ຕັ້ງແຕ່ຕອນຍັງບໍ່ເລີກກັບ ຮະເຍຣິ ແຟນເກົ່າທີ່ຄົບກັນມາດົນເຖິງ 7 ປີ ແຟນຄລັບຂອງທັງສາມແບ່ງແຍກເປັນຫຼາຍຝ່າຍ ແລະ ຖົກຖຽງກັນໃນໂລກໂຊຊຽວມາຫຼາຍມື້ ແລະ ມີການຮຽກຮ້ອງໃຫ້ ຮັນໂຊຮີ ແລະ ຣຍູຈຸນຍອລ ເປີດເຜີຍທາມລາຍຂອງຄວາມສຳພັນ.


ສື່ເກົາຫຼີໃຕ້ເປີດເຜີຍວ່າກ່ອນຈະຍຸຕິຄວາມສຳພັນກັນ ຮັນໂຊຮີ ຂໍໃຫ້ຝ່າຍຊາຍອອກມາຢືນຢັນເລື່ອງທາມລາຍນື້ ແຕ່ຝ່າຍຊາຍກໍງຽບຕັ້ງແຕ່ຕົ້ນເລື່ອງ ຈົນຝ່າຍຍິງໄປຂໍໃຫ້ຕົ້ນສັງກັດຂອງຝ່າຍຊາຍອອກມາຊີ້ແຈງ ແຕ່ທາງຄ້າຍຂອງຝ່າຍຊາຍກໍປະຕິເສດ, ທັງມີການພະຍາຍາມຕິດຕໍ່ ຮະເຍຣິ ແຕ່ກໍຕິດຕໍ່ບໍ່ໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/