Lizzo ປະກາດອອກຈາກວົງການເພງ ຫຼັງຖືກບູລລີ່ເລື່ອງຮູບຮ່າງມາດົນ


Lizzo ໄດ້ປະກາດລາອອກຈາກວົງການເພງ ຫຼັງຈາກທີ່ລາວຖືກວິພາກວິຈານເລື່ອງຮູບຮ່າງໜ້າຕາ ແລະ ເລື່ອງສ່ວນຕົວມາຍາວນານ.

Lizzo ກ່າວວ່າ “ບໍ່ຢາກເປັນຕົວຕະຫຼົກຂອງໃຜອີກແລ້ວ ຂ້ອຍພໍແລ້ວ”

Lizzo ຫຼື ເມລິສຊາ ວິວຽນ ເຈບເຟີສັນ (Melissa Viviane Jefferson) ເກີດວັນທີ 27 ເມສາ 1988 ອາຍຸ 35 ປີ ເປັນນັກຮ້ອງ ນັກແຕ່ງເພງ ແຣປເປີ ແລະ ນັກສະແດງຊາວອາເມຣິກາ. ລາວເຄີຍຖືກສະເໜີຊື່ເຂົ້າຊິງເຖິງ 8 ສາຂາໃນງານປະກາດຮາງວັນແກຣມມີຄັ້ງທີ 62 ເຊິ່ງເປັນສິລະປິນທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍສາຂາທີ່ສຸດ ລວມເຖິງສາຂາໃຫຍ່ທີ່ສຸດທັງ 4 ສາຂາ, ໃນທີ່ສຸດກໍໄດ້ຮາງວັນອາລະບ້ຳເພງເອີເບິນຮ່ວມສະໄໜດີເດັ່ນ, ການສະແດງດ່ຽວປ໊ອບດີເດັ່ນ ຈາກເພງ Good as Hell ແລະ ຮາງວັນການສະແດງ R&B ດີເດັ່ນ ຈາກເພງ Jerome.

ທີ່ມາ: https://www.facebook.com/CLSUPDATE/posts/pfbid0DkFHpfsBdPqF1vVZqTChutCmy9JL99NTKCLiqG6duNVTmoi36n2mu6mt3nExBXLKl?_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/