ເປີດຕົວສູງທີ່ສຸດໃນປີ 2024! Godzilla x Kong: The New Empire ກວາດໄປຮອດ 194 ລ້ານໂດລາ


Deadline ໄດ້ລາຍງານວ່າຮູບເງົາເລື່ອງ ‘Godzilla x Kong: The New Empire’ ຮູບເງົາລຳດັບທີ 5 ຂອງແຟຣນໄຊ ‘MonsterVerse’ ຂອງ Legendary and Warner Bros. ເຮັດລາຍໄດ້ເປິດຕົວໃນອາທິດທຳອິດໄປຢ່າງໜ້າປະທັບໃຈຮອດ 194 ລ້ານໂດລາ ຈາກທຶນສ້າງພຽງແຕ່ 135 ລ້ານໂດລາ ເຊິ່ງເປັນລາຍໄດ້ສູງສຸດໃນປີ 2024 ແຊງໜ້າ ‘Dune: Part Two’ ເປັນທີ່ຮຽບຮ້ອຍ.

ໂດຍລາຍໄດ້ທັງໝົດມາຈາກການສາຍໃນ 63 ປະເທດທົ່ວໂລກ ບໍ່ນັບລວມກັບສະຫະລັດອາເມຣິກາ ໂດຍລວມເປັນເງິນ 114 ລ້ານໂດລາ ມາຈາກປະເທດຈີນສູງຮອດ 44 ລ້ານໂດລາ ຮອງລົງມາຄື ອິນເດຍ 5,5 ລ້ານໂດລາ ແລະ ສະຫະຣາຊະອານາຈັກ 5,3 ລ້ານໂດລາ.

ໂດຍລາຍໄດ້ເປີດຕົວໃນສະຫະລັດອາເມຣິກາ ເຮັດໄປໄດ້ເຖິງ 80 ລ້ານໂດລາ ນັບວ່າສູງເປັນອັນດັບ 2 ໃນປີ 2024 ຮອງຈາກຮູບເງົາເລື່ອງ ‘Dune: Part Two’ ທີ່ເປີດຕົວໃນສະຫະລັດອາເມຣິກາໄປສູງເຖິງ 82,5 ລ້ານໂດລາ ແລະ ເປັນຮູບເງົາລຳດັບທີ 2 ຂອງແຟຣນໄຊຮອງຈາກ ‘Godzilla’ 2014 ທີ່ເຮັດໄວ້ສູງເຖິງ 93,1 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/