ຮູ້ຈັກກັບ Unrecord ເກມຍິງ FPS ທີ່ສົມຈິງເກີນໄປ ຈົນຫຼາຍຄົນສົງໄສວ່າ ເປັນເກມແທ້ ຫຼື ວິດີໂອທີ່ຖ່າຍໄວ້


ຖ້າຈະເວົ້າເຖິງເກມຍິງແນວ FPS ຫຼື ມຸມມອງຄົນທີ 1 ທີ່ມີຄວາມສົມຈິງ ໃນໄລຍະນີ້ ກໍຄົງຈະໜີບໍ່ພົ້ນເກມ Unrecord ເກມຍິງ FPS ທີ່ທັງພາບ, ສຽງ, ການເຄື່ອນໄຫວຕ່າງໆ ມີຄວາມສົມຈິງແບບສຸດໆ ຈົນຫຼາຍຄົນສົງໄສວ່າ ໃນວິດີໂອຕົວຢ່າງເກມທີ່ປ່ອຍອອກມານັ້ນເປັນເກມແທ້ ຫຼື ວິດີໂອທີ່ຖ່າຍໄວ້.

Unrecord ເປັນເກມຈາກທີມພັດທະນາຊື່ດັງຈາກປະເທດຝຣັ່ງຢ່າງ Drama ໂດຍໃຊ້ເອັນຈິນຂອງ Unreal Engine 5 ເຊິ່ງຂຶ້ນຊື່ເລື່ອງຂຸມກໍາລັງ ແລະ ຄວາມສວຍງາມຂອງພາບ. ໂດຍແນວຄິດຂອງເກມນີ້ກໍຄື ເກມແນວຍິງ FPS ແບບທົ່ວໆໄປ ກໍຄືຢາກໃຫ້ເຮົາເປັນເຈົ້າໜ້າທີ່ຕຳຫຼວດທີ່ຕ້ອງປະເຊີນໜ້າກັບກຸ່ມຜູ້ກໍ່ການຮ້າຍ.

ແຕ່ທີ່ໂດດເດັ່ນ ແລະ ເປັນທີ່ເວົ້າເຖິງໃນເກມນີ້ກໍຄື ຕົວເກມຈະສະເໜີມຸມມອງໃຫ້ຜູ້ຫຼິ້ນໃນຮູບແບບຂອງ body camera ຫຼື ກ້ອງທີ່ຕິດຢູ່ໜ້າເອິກ ແບບດຽວກັນກັບ ເຈົ້າໜ້າທີ່ຕຳຫຼວດ ຫຼື ທະຫານໃຊ້ໃນການອອກປະຕິບັດການ ເພື່ອເກັບພາບ ແລະ ຫຼັກຖານຕ່າງໆ ໃນຂະນະທີ່ປະຕິບັດການ. ຜົນທີ່ໄດ້ກໍຄື ມຸມມອງທີ່ມີຄວາມສົມຈິງແບບດຽວກັນກັບທີ່ເຮົາມັກຈະເຫັນວິດີໂອທີ່ຖ່າຍຈາກເຈົ້າໜ້າທີ່ຕຳຫຼວດແທ້ໆເລີຍ.

ນອກເໜືຮອຈາກມຸມກ້ອງແລ້ວ ອີກໜຶ່ງສິ່ງທີ່ໂດດເດັ່ນສຸດໆຂອງເກມນີ້ກໍຄື ຄວາມສົມຈິງຂອງພາບ, ການເຄື່ອນໄຫວ, ການສັ່ນໄຫວຂອງມຸມມອງ, ການກົ້ມເງີຍຂອງຕົວລະຄອນ ເວລາແລ່ນ ແລະ ໂດດຂ້າມສິ່ງກີດຂວາງ ພ້ອມການຍິງປືນທີ່ສົມຈິງແບບສຸດໆ ຈົນເຮັດໃຫ້ແຟນເກມທີ່ໄດ້ເຫັນວິດີໂອຕົວຢ່າງຂອງເກມ ພາກັນຖົກຖຽງກັນວ່າ ນີ້ມັນເກມແທ້ ຫຼື ວິດີໂອທີ່ຖ່າຍໄວ້.

ຈົນສຸດທ້າຍກະແສການຖົກຖຽງກັນແຮງຈົນເຖິງຂັ້ນວ່າ Alexandre Spindler ນັກພັດທະນາເກມດັ່ງກ່າວນີ້ ຕ້ອງອອກມາໂພສວິດີໂອການສ້າງເກມດັ່ງກ່າວໃນ  Unreal Engine ເພື່ອຢືນຢັນວ່າສິ່ງທີ່ທ່ານເຫັນນັ້ນເປັນເກມແທ້ໆ ບໍ່ແມ່ນການຖ່າຍວິດີໂອ ພ້ອມກັບຄຳບັນຍາຍວ່າ: “ສຳລັບໃຜທີ່ຄິດວ່າ Unrecord ເປັນເລື່ອງຂີ້ຕົວະ ຫຼື ເປັນວິດີໂອທີ່ຖ່າຍໄວ້”.

Unrecord ໃນປັດຈຸບັນຍັງບໍ່ມີກໍານົດວ່າຈະເປີດຕົວ ແລະ ວາງຂາຍຢ່າງເປັນທາງການມື້ໃດ ແຕ່ປັດຈຸບັນສາມາດເຂົ້າໄປເບິ່ງໃນໜ້າເວັບຂອງ Steam ໄດ້ແລ້ວ ແຕ່ກໍບໍ່ທັນມີລາຍລະອຽດຫຍັງຫຼາຍ ໂດຍສະເພາະ ສະເປກຄອມຂັ້ນຕໍ່າ ຫຼື ສະເປກຄອມທີ່ຕ້ອງການ ໃນການຫຼິ້ນເກມທີ່ສົມຈິງແບບນີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/