ໃນປີ 2023 ນີ້ ອຸນຫະພູມສະເລ່ຍໂລກອາດຮ້ອນຂຶ້ນ ຈາກປາກົດການ El Nino


ສະຖາບັນ ໂຄເປີນິຄັສ Copernicus Institute ຂອງສະຫະພາບຢູໂຣບ (EU’s Copernicus Climate Change Service) ໄດ້ເຜີຍແຜ່ບົດລາຍງານຈາກສູນບໍລິການດ້ານການປ່ຽນແປງສະພາບດິນຟ້າອາກາດ ທີ່ລະບຸວ່າ ອຸນຫະພູມສະເລ່ຍຂອງໂລກມີທ່າອ່ຽງທີ່ຈະຂຶ້ນສູງເປັນສະຖິຕິໃໝ່ໃນປີນີ້ (2023) ແລະ ປີໜ້າ (2024) ເນື່ອງຈາກປາກົດການ ເອລນີໂຢ (El Nino) ຈະກັບຄືນມາໃນໄຕມາດທີ 3 ຂອງປີນີ້.

ໂດຍໃນໄລຍະທີ່ເກີດເອລນີໂຢ ລົມທີ່ພັດທາງທິດຕາເວັນຕົກຕາມແນວເສັ້ນສູນສູດຈະຄ່ອຍໆຊ້າລົງ ແລະ ກະແສນໍ້າອຸ່ນຈະຖືກພັດໄປທາງຕາເວັນອອກ ເຮັດໃຫ້ອຸນຫະພູມເທິງພື້ນຜິວມະຫາສະໝຸດອຸ່ນຂຶ້ນ.

ໃນໄລຍະ 3 ປີຜ່ານມາ, ໂລກໄດ້ປະເຊີນກັບປາກົດການ ລານີຍາ (La Nina) ທີ່ສົ່ງຜົນກະທົບຕໍ່ອຸນຫະພູມພື້ນຜິວທະເລໃນພາກກາງຂອງມະຫາສະໝຸດປາຊີຟິກ ແລະ ໃນແຖບເສັ້ນສູນສູດ  ອຸນຫະພູມຕໍ່າກວ່າປົກກະຕິ 3-5 ອົງສາ

ອຸນຫະພູມ​ສະ​ເລ່ຍ​ທົ່ວ​ໂລກ​ໄດ້​ຮ້ອນ​ຂຶ້ນ​ຕໍ່ເນື່ອງ ​ນັບ​ແຕ່​ປີ 2016, ຖືເປັນສະຖິຕິຕໍ່ເນື່ອງກັນເຂົ້າສູ່ປີທີ 8 ​ໂດຍ​ກົງ​ກັບ​ປາກົດ​ການ ເອລນີໂຢ ທີ່​ຮ້າຍ​ແຮງ.  ເຖິງແມ່ນວ່າການປ່ຽນແປງຂອງດິນຟ້າອາກາດ ຈະກະຕຸ້ນໃຫ້ອຸນຫະພູມສູງຂຶ້ນໃນໄລຍະຫຼາຍປີທີ່ຜ່ານມາ ບໍ່ມີປາກົດການນີ້ກໍຕາມ.

ຄາໂຣ ບູອອນເທມໂປ ຜູ້ອຳນວຍການໜ່ວຍບໍລິການດ້ານການປ່ຽນແປງສະພາບອາກາດຂອງ ສະຖາບັນ ໂຄເປີນິຄັສ (Copernicus Climate Change Service) ລະບຸວ່າ: “ປົກກະຕິແລ້ວປາກົດການ ເອລນີໂຢ ຈະກ່ຽວຂ້ອງກັບການທຳລາຍສະຖິຕິອຸນຫະພູມໃນລະດັບໂລກ ເຊິ່ງການທຳລາຍສະຖິຕິຂອງອຸນຫະພູມໂລກຈະເກີດຂຶ້ນໃນປີ 2023 ຫຼື 2024 ຫຼືບໍ່ນັ້ນ ຍັງບໍ່ຮູ້ຢ່າງຊັດເຈນ ແຕ່ຄິດວ່າຈະມີຄວາມເປັນໄປໄດ້ ຫຼາຍກວ່າເປັນໄປບໍ່ໄດ້”.

ດັ່ງນັ້ນ, ການຄາດຄະເນເຫຼົ່ານີ້ ໂດຍສະຖາບັນ ໂຄເປີນີຄັດສ (Copernicus) ຈຶ່ງໝາຍຄວາມວ່າ  ຖ້າປາກົດການ ເອລນີໂຢ ເກີດຂຶ້ນແທ້ໃນເຄິ່ງຫຼັງຂອງປີນີ້  ອຸນ​ຫະ​ພູມ​ສະ​ເລ່ຍ​ຂອງ​ໂລກ​ໃນ​ປີ 2023 ຈະ​ຮ້ອນ​ຂຶ້ນ​​ກວ່າ​ໃນ​ປີ 2016​, ໃນ​ຂະ​ນະ​ທີ່​ອຸນ​ຫະ​ພູມ​ສະ​ເລ່ຍ​ໃນ​ທົ່ວ​ໂລກ​​ປັດ​ຈຸ​ບັນ​ຍັງ​ຢູ່​ໃນ​ປະ​ມານ 1,2 ອົງ​ສາ​.

ຄາໂຣ ບູອອນເທມໂປ ລະບຸອີກວ່າ: “ຖ້າມັນເກີດຂຶ້ນແທ້ ປີ 2023 ນີ້ຈະຮ້ອນກວ່າປີ 2016 ໂດຍພິຈາລະນາຈາກໂລກທີ່ຍັງຮ້ອນຂຶ້ນທຸກມື້ຢ່າງຕໍ່ເນື່ອງ ໃນຂະນະທີ່ມະນຸດຍັງຄົງເຜົາຜານເຊື້ອໄຟຟອສຊິລ”

 ເຖິງແມ່ນວ່າຜູ້ປ່ອຍແກ໊ສພິດລາຍໃຫຍ່ຂອງໂລກສ່ວນຫຼາຍຈະໃຫ້ຄໍາໝັ້ນສັນຍາວ່າຈະລົດການປ່ອຍແກ໊ສພິດໃຫ້ເຫຼືອສູນ.  ແຕ່ການປ່ອຍອາຍພິດຄາບອນໄດອອກໄຊ (CO2) ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນໃນປີກາຍນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/