CEO ຂອງ Binance ກ່າວຍິນດີກັບການອອກກົດໝາຍ Crypto ຂອງສະຫະພາບຢູໂຣບ


Changpeng Zhao CEO ຂອງກະດານເທຣດ Binance ໄດ້ອອກມາກ່າວຍິນດີກັບກົດລະບຽບ Crypto ຂອງສະຫະພາບຢູໂຣບ ຫຼັງຈາກທີ່ກົດລະບຽບ Markets in Crypto Assets (MiCA) ຜ່ານອຸປະສັກສຸດທ້າຍຂອງ ລັດຖະສະພາ​ໃນອາທິດນີ້.

ໃນຂະນະທີ່ກົດລະບຽບລໍຖ້າການອະນຸມັດຢ່າງເປັນທາງການຈາກ 27 ປະເທດສະມາຊິກທົ່ວໂລກ, ຜູ້ນໍາ crypto ຢ່າງ CZ ເເລະ Tyler Winklevoss ຜູ້ກໍ່ຕັ້ງ Gemini ແລະ Jay Clayton ອະດີດປະທານ SEC ກໍໄດ້ອອກມາສະເເດງຄວາມຍິນດີກັບຂ່າວນີ້.

CZ ກ່າວວ່າ “ລັດຖະສະພາຢູໂຣບໄດ້ລົງຄະເເນນສຽງຮອງຮັບເອົາ MiCA ເຊິ່ງໝາຍຄວາມວ່າໜຶ່ງໃນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກກຳລັງມີກົດລະບຽບສະເພາະສໍາລັບ crypto ເພື່ອປົກປ້ອງຜູ້ໃຊ້ ແລະ ສົ່ງເສີມການປະດິດສ້າງ”

MiCA ແມ່ນຂໍ້ກໍານົດທີ່ຊັດເຈນສໍາລັບການແລກປ່ຽນ crypto ເພື່ອດໍາເນີນການຢູ່ໃນ ສະຫະພາບຢູໂຣບ. ໂດຍ CZ ກ່າວວ່າ “ພວກເຮົາພ້ອມແລ້ວທີ່ຈະຫັນປ່ຽນທຸລະກິດຂອງພວກເຮົາໃນ 12-18 ເດືອນຂ້າງໜ້າ. ເພື່ອ​ໃຫ້​ສາມາດ​ປະຕິບັດ​ຕາມ​ຂໍ້​ກຳນົດ​ໄດ້”

ກົງກັນຂ້າມກັບສະຫະລັດທີ່ກົດລະບຽບຍັງບໍ່ມີຄວາມແນ່ນອນ ​ແລະ ບັນດາ​ບໍລິສັດ​ໄດ້ອອກມາ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຊັດເຈນ​ຍິ່ງຂຶ້ນ ຫຼັງຈາກ​ສະຫະພາບຢູໂຣບ​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ. ບໍລິສັດໃດໆທີ່ມີໃບອະນຸຍາດຢູ່ໃນປະເທດມາຊິກສະຫະພາບຢູໂຣບເຖິງຈະມີພຽງປະເທດດຽວກໍສາມາດເຂົ້າເຖິງຕະຫຼາດສະຫະພາບຢູໂຣບໄດ້ທັງໝົດຢ່າງຖືກຕ້ອງຕາມກົດໝາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/