ນິວຊີແລນ ຢຸດການສົ່ງອອກສັດທີ່ຍັງມີຊີວິດ ທາງເຮືອ ເນື່ອງຈາກເປັນຫ່ວງເລື່ອງຄວາມປອດໄພຂອງສັດ


ລັດຖະມົນຕີກະຊວງກະສິກຳຂອງນິວຊີແລນປະກາດ ການສົ່ງອອກສັດທີ່ຍັງມີຊີວິດຜ່ານທາງທະເລ ຫຼື ເຮືອ ຮອບສຸດທ້າຍໄດ້ສິ້ນສຸດລົງແລ້ວ ແລະ ການສົ່ງອອກສັດທີ່ມີຊີວິດຈາກນິວຊີແລນໄດ້ຢຸດແລ້ວ. ໃນຂະນະທີ່ນິວຊີແລນປະຕິບັດຢ່າງເຕັມທີ່ກ່ຽວກັບການສົ່ງອອກສັດທີ່ມີຊີວິດ ໂດຍຄຳນຶງເຖິງສະຫວັດດີພາບຂອງສັດ.

ໂດຍຢ້ອນກັບໄປກ່ອນໜ້ານີ້ເມື່ອປີ 2021 ລັດຖະບານນິວຊີແລນ ໄດ້ມີການປະກາດມາແລ້ວວ່າການສົ່ງອອກສັດນອກຊາຍຝັ່ງ ເຊິ່ງສ່ວນໃຫຍ່ໃຊ້ໃນການຄ້າຂາຍສັດກັບຈີນຈະໄດ້ຍຸຕິລົງ ເຊິ່ງຊາວກະສິກອນຈະໄດ້ຮັບເວລາປະມານ 2 ປີ ໃນການຫັນປ່ຽນອອກຈາກທຸລະກິດສົ່ງອອກ ທີ່ໄດ້ກຳໄລນີ້.

ໂດຍ ເດມຽນ ໂອຄອນເນີ ລັດຖະມົນຕີກະຊວງກະສິກຳຂອງນິວຊີແລນ ລະບຸໃນຖະແຫຼງການວ່າ: “ຕໍາແໜ່ງຂອງປະເທດຂອງພວກເຮົາທີ່ຕັ້ງຢູ່ໃນແຜນທີ່ນັ້ນ ໝາຍຄວາມວ່າການເດີນທາງໄປຕະຫຼາດໃນຂວັ້ນໂລກເໜືອມັກຈະເປັນການເດີນທາງທີ່ຍາວນານ ແລະ ນີ້ເຮັດໃຫ້ສິ່ງທ້າທາຍດ້ານຄວາມປອດໄພຂອງສັດບໍ່ສາມາດຫຼີກເວັ້ນໄດ້”.

ການສົ່ງອອກສັດທີ່ມີຊີວິດທາງທະເລກວມເອົາປະມານ 0,32% ຂອງລາຍຮັບຂອງສິນຄ້າສົ່ງອອກທີ່ສໍາຄັນຂອງນິວຊີແລນ  ເຊິ່ງລວມເຖິງພາກ​ກະສິກຳ ​ແລະ ບໍ່​ແຮ່ ນັບຕັ້ງແຕ່ໄລຍະປີ 2015 ເປັນຕົ້ນມາ. ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສັດ​ມີ​ຊີວິດ​ໃນ​ປີ 2022 ​ແມ່ນມີປະມານ 524 ລ້ານ​ໂດ​ລາ ນິວຊີແລນ ຫຼື ປະມານ 322,78 ລ້ານ​ໂດ​ລາ​ສະຫະລັດ.

ໂດຍສາເຫດສຳຄັນ ທີ່ເຮັດໃຫ້ ນິວຊີແລນ ຕັດສິນໃຈທົບທວນເລື່ອງ ຢຸດການສົ່ງອອກສັດທີ່ຍັງມີຊີວິດ ທາງເຮືອ ກໍຄືເມື່ອປີ 2020 ຫຼັງ​ຈາກ​ເກີດ​ອຸ​ບັດ​ຕິ​ເຫດ ເຮືອຂົນສົ່ງ​ງົວ​ລຳ​ໜຶ່ງ​ທີ່​ຈະໄປ​ປະ​ເທດ​ຈີນ​ໄດ້​ຈົມລົງ. ເປັນເຫດເຮັດ​ໃຫ້​ງົວ​ຕາຍກວ່າ 6.000 ໂຕ ​ແລະ ພະນັກງານໃນເຮືອ 41 ຄົນຈາກ 43 ຄົນເສຍຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/