ມາ​ເລ​ເຊຍ​ກຳລັງ​ເປີດຕົວ​ໂຮງງານ​ຜະລິດຊີ້ນສັດ​​ໃນ​ຫ້ອງ​ທົດ​ລອງ​ແຫ່ງ​ທຳ​ອິດ​ ເພື່ອ​ຊ່ວຍ​ລົດຜ່ອນ​ການ​ປ່ອຍ​ອາຍ​ພິດ​ທາງ​ກະສິກຳ


ມາ​ເລ​ເຊຍ​ພ້ອມ​ທີ່​ຈະ​ເລີ່​ມຜະລິດ​ຊີ້ນ​ສັງ​ເຄາະ​ໃນອີກສອງປີຂ້າງໜ້າ ເຊິ່ງເປັນການເຄື່ອນໄຫວທີ່ອາດຈະຊ່ວຍໃນການຕໍ່ສູ້ກັບການປ່ຽນເເປງຂອງສະພາບດິນຟ້າອາກາດຢ່າງຮີບດ່ວນ.

ໂດຍບໍລິສັດ Cell AgriTech ຂອງ​ມາ​ເລ​ເຊຍ​ຕັ້ງ​ເປົ້າ​ທີ່ຈະ​ສ້າງໂຮງງານຜະລິດຊີ້ນສັດເເຫ່ງທຳອິດຂອງປະເທດໃນປີນັງໃຫ້ສຳເລັດ​ພາຍໃນທ້າຍປີ​ 2024 ນີ້, ​ເຊິ່ງຈະເພາະຈຸລັງສັດ​ທີ່​ມີ​ຊີວິດ​ຢູ່​ໃນ​ເຕົາ​ປະຕິ​ກອນ​ຊີວະ​ພາບ​ໃຫ້​ເປັນ​ຜະລິດ​ຕະພັນ​ຊີ້ນສັດສຳລັບຜູ້​ບໍລິໂພກ.

ເທັກໂນໂລຢີນີ້ແມ່ນເປັນມິດກັບສິ່ງແວດລ້ອມຫຼາຍກວ່າການປູກຝັງແບບດັ້ງເດີມ. ເນື່ອງຈາກການເພາະຊີ້ນສັດຢູ່ໃນຫ້ອງທົດລອງໃຊ້ພື້ນທີ່ໜ້ອຍກວ່າ ແລະ ສາມາດລົດຜ່ອນການປ່ອຍອາຍຄາບອນຈາກການບຸກເບີກພື້ນທີ່ ແລະ ການຂົນສົ່ງຜະລິດຕະພັນ.

ອີງຕາມລາຍງານປີ 2013 ຂອງອົງກອນສະບຽງອາຫານ ເເລະ ການກະສິກຳຂອງສະຫະປະຊາຊາດ (FAO) ລະບຸວ່າ 14.5 % ຂອງ​ການ​ປ່ອຍອາຍເເກ໊ສເຮືອນເເກ້ວທີ່ເກີດຈາກມະນຸດ (greenhouse gas emissions) ເຊິ່ງມີສາເຫດມາຈາກການລ້ຽງສັດ ໂດຍການປ່ອຍເເກ໊ສເຫຼົ່ານີ້ສ່ວນໃຫຍ່ເເມ່ນມາຈາກການຜະລິດອາຫານສັດ ເເລະ ເເກ໊ສທີ່ປ່ອຍອອກມາລະຫວ່າງການຍ່ອຍອາຫານຂອງສັດເຊັ່ນ ງົວເອື້ອມຈະມີເເກ໊ສ methane ອອກມາເຊິ່ງເປັນອັນຕະລາຍຕໍ່ສິ່ງເເວດລ້ອມຫຼາຍກວ່າອາຍຄາບອນ.

“ພວກເຮົາໃຊ້ພື້ນທີ່ດິນໜ້ອຍລົງ, ນໍ້າໜ້ອຍລົງ ແລະ ຜະລິດຂອງເສຍໜ້ອຍລົງ” Jason Ng  ຜູ້ກໍ່ຕັ້ງ Cell AgriTech ກ່າວຕໍ່ CNA.

“ຫາກ​ເວົ້າ​ເຖິງ​ປາ, ບາງ​ຄົນ​ກໍບໍ່​ກິນ​ຫົວ ຫຼື​ ໜັງ. ແຕ່ພວກເຮົາພຽງແຕ່ສາມາດເອົາຈຸລັງກ້າມຊີ້ນຈາກປາມາຜະລິດຊີ້ນປາໄດ້”

ປັດຈຸ​ບັນ, ມາ​ເລ​ເຊຍ​ບໍ່​ອະນຸຍາດ​ໃຫ້​ມີ​ການ​ຂາຍ​ຊີ້ນ​ສັງ​ເຄາະ. ແຕ່ Jason Ng ກ່າວວ່າບໍລິສັດຂອງລາວກໍາລັງເຮັດວຽກກັບກະຊວງສາທາລະນະສຸກເພື່ອຄວບຄຸມຜະລິດຕະພັນຂອງລາວເພື່ອຮັບປະກັນຄວາມປອດໄພ. ນີ້​ແມ່ນ​ຂະ​ບວນ​ການ​ຮັບ​ຮອງ​ຢ່າງ​ເຂັ້ມງວດ​ທີ່​ Jason Ng ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ຊີ້ນ​ສັງ​ເຄາະ​ປອດ​ໄພ​ກວ່າ​ການ​ບໍ​ລິ​ໂພກ​ກວ່າ​ຊີ້ນ​ສັດທົ່ວໄປ ຍ້ອນວ່າຜະລິດຕະພັນຂອງ Jason ປາສະຈາກຢາຕ້ານເຊື້ອ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/