ສະໜາມບິນແຂວງຫົວພັນດຳເນີນສ້າງຕັ້ງແຕ່ປີ 2013 ໃນທີ່ສຸດກໍໃກ້ຈະສຳເລັດແລ້ວ


ເມື່ອບໍ່ດົນມານີ້ກໍໄດ້ມີເຮືອບິນລຳທຳອິດໄດ້ມາຈອດທີ່ສະໜາມບິນ ແລະ ໄວໆນີ້ກໍຈະມີການມອບ-ຮັບ ຢ່າງເປັນທາງການ ພ້ອມກັບກຽມລອງບິນ. ໂຄງການກໍ່ສ້າງສະໜາມບິນໜອງຄ້າງແຂວງຫົວພັນທີ່ປະຊາຊົນຊາວແຂວງຫົວພັນ ແລະ ຊາວລາວຄອງຄອຍມາຫຼາຍປີຮອດຕອນນີ້ໃກ້ສຳເລັດເຕັມທີ ຄາດວ່າທ້າຍເດືອນນີ້ຈະໄດ້ທຳການມອບ-ຮັບຢ່າງເປັນທາງການແລ້ວ ແລະນັບແຕ່ວັນທີ 19 ຂອງເດືອນເມສານີ້ແມ່ນໄດ້ທົດລອງລະບົບຕ່າງໆ ເພື່ອກຽມພ້ອມຮັບຍົນລົງຈອດໃນອະນາຄົດອັນໃກ້ນີ້.

ມາຮອດປັດຈຸບັນ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ອອກແບບເສັ້ນບິນ ແລະ ຕິດຕັ້ງລະບົບເຄື່ອງຊ່ວຍການບິນສຳເລັດແລ້ວ. ໃນວັນທີ 19 ເມສາ 2023 ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ຈັດຕັ້ງປະຕິບັດການບິນທົດສອບເສັ້ນບິນ ແລະ ອຸປະກອນຊ່ວຍການບິນ ຂອງສະໜາມບິນ ໜອງຄ້າງ, ແຂວງຫົວພັນ ໂດຍນໍາໃຊ້ເຮືອບິນກວດສອບຂອງ ບໍລິສັດວິທະຍຸການບິນປະເທດໄທ “AEROTHAI”, ຊະນິດເຮືອບິນ Supper King Air Models-B300 ເລກທະບຽນ HS-AIM ເຊິ່ງມີແຜນບິນທົດສອບ ແຕ່ວັນທີ 19-27 ເມສາ 2023.

ສະໜາມບິນໜອງຄ້າງ ຕັ້ງຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ປີ 2013 ເປັນຕົ້ນມາ. ໂດຍກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ (MOS 2009) ແລະ ມາດຕະຖານສາກົນ (ICAO) ວາງອອກ ກໍຄື: ສະໜາມບິນໃຫ້ໄດ້ຂະໜາດ 3C (Aerodrome Code 3C), ເຊິ່ງສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ເຮືອບິນ ATR 72, Fokker 70, MA-60, Fokker -100 ຫຼື ທຽບເທົ່າ.

ເຊິ່ງທາງແລ່ນຂຶ້ນ-ລົງ ມີຄວາມຍາວທັງໝົດ 2400 ແມັດ, ກວ້າງ 30 ແມັດ. ໂດຍແມ່ນ ກົມການບິນພົນລະເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາ ADCC, ສສ ຫວຽດນາມ ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ. ຄາດວ່າຈະມີການ ມອບ-ຮັບ ໃນທ້າຍເດືອນເມສາ 2023.

ຂໍ້ມູນຈາກ:

https://bit.ly/3URmvID

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/