ປະຊາຊົນເກົາຫຼີໃຕ້ ແຫ່ກັນເຮັດພາລະກິດແລກເງິນ ໃນແອັບພິເຄຊັນ Toss


ຊາວເກົາຫຼີໃຕ້ແຫ່ກັນດາວໂຫຼດແອັບພິເຄຊັນທີ່ໃຫ້ບໍລິການເຮັດພາລະກິດແລກເງິນ ເພື່ອຫາລາຍໄດ້ບັນເທົາຄ່າຄອງຊີບ. ພາບທີ່ປາກົດແມ່ນຊາວເກົາຫຼີໃຕ້ຫຼາຍຮ້ອຍຄົນພາກັນຍ່າງໄປມາບໍລິເວນດ້ານໜ້າຂອງພິພິທະພັນໃຈກາງນະຄອນໂຊລ ເພື່ອລວມຕົວກັນຫຼິ້ນແອັບພິເຄຊັນທາງດ້ານການເງິນ ທີ່ມີຊື່ວ່າ Toss ເຊິ່ງຖືກອອກແບບມາເພື່ອປະຊາຊົນໃນໄລຍະທີ່ເສດຖະກິດບໍ່ດີ.

ແອັບພິເຄຊັນ Toss ຖືກພັດທະນາຂຶ້ນໂດຍ Viva Republic ສະຕາດອັບສັນຊາດເກົາຫຼີໃຕ້ ຜ່ານພາລະກິດງ່າຍໆ ທີ່ຈະກຳນົດໃຫ້ຜູ້ຫຼິ້ນປະຕິບັດພາລະກິດຕ່າງໆໃຫ້ຄົບ ເພື່ອສະສົມເງິນຮາງວັນທີ່ສາມາດນຳອອກມາໃຊ້ຈ່າຍໄດ້ແທ້ໃນຊີວິດປະຈຳວັນ ເຊັ່ນ: ການຍ່າງໃຫ້ຄົບ 10.000 ກ້າວທີ່ກຳນົດ ຫຼື ການເຮັດຕາມຄຳສັ່ງເຊັ່ນ: ການຈັບໜ້າຈໍໂທລະສັບເມື່ອມີຜູ້ໃຊ້ລາຍຊື່ອື່ນຢູ່ໃກ້ໆ ສາມາດເຮັດພາລະກິດສ້າງລາຍໄດ້ຮອດ 10 ເຊນຕໍ່ຄັ້ງ.

Toss ກຳລັງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນບັນດາແອັບພິເຄຊັນທີ່ໄດ້ຮັບຮາງວັນຕອບແທນຄ້າຍຄືກັນໃນເກົາຫຼີໃຕ້ ໂດຍທາງ Viva Republic ຜູ້ພັດທະນາຫວັງວ່າ ການບອກປາກຕໍ່ປາກໃນເທື່ອນີ້ ຈະຊ່ວຍເຮັດໃຫ້ຜູ້ຄົນດາວໂຫຼດແອັບພິເຄຊັນຫຼາຍຂຶ້ນ ແລະ ຮັກສາລູກຄ້າໄວ້ໄດ້ຫຼາຍກວ່າການເຮັດການຕະຫຼາດແບບເກົ່າໆ. ໃນປັດຈຸບັນ ມີຜູ້ໃຊ້ບໍລິການໃນການເຮັດພາລະກິດໃນແອັບພິເຄຊັນປະມານ 4 ລ້ານ 4 ແສນຄົນ ຕັ້ງແຕ່ການເປີດຕົວເມື່ອເດືອນ ມັງກອນ ໂດຍຟີເຈີໃໝ່ນີ້ເຮັດໃຫ້ມີຜູ້ໃຊ້ງານເພີ່ມຂຶ້ນ 30%.

ແບດ ນາຍອງ ຜູ້ໃຊ້ງານແອັບພິເຄຊັນໄດ້ໃຫ້ສຳພາດວ່າ “ຈົນຮອດຕອນນີ້ຂ້ອຍເຮັດພາລະກິດໄດ້ເງິນພຽງ 150 ວອນ ແຕ່ຂ້ອຍວາງແຜນຈະຫຼິ້ນຕໍ່ໄປເລື້ອຍໆ ສ່ວນເງິນທີ່ໄດ້ຈະເອົາໄປເປັນຄ່າກາເຟ” ສ່ວນ ຮັນ ຊັນແຈ ຜູ້ຫຼິ້ນອີກຄົນ ອາຍຸ 77 ປີ ລາວສາມາດເຮັດເງິນໄດ້ປະມານ 50.000 ວອນ

ປະເທດເກົາຫຼີໃຕ້ມີອັດຕາເງິນເຟີ້ 5,1% ໃນປິ 2022 ທີ່ຜ່ານມາ ສູງສຸດນັບຕັ້ງແຕ່ປີ 1998 ໂດຍລາຄາອາຫານ ແລະ ຄ່າບໍລິການຂົນສົ່ງເພີ່ມຂຶ້ນ 5,9% ແລະ 9,7% ຕາມລຳດັບ ທາງດ້ານນັກວິຊາການຂອງເກົາຫຼີໃຕ້ລະບຸວ່າ ທ່າອ່ຽງດັ່ງກ່າວສະແດງໃຫ້ເຫັນວ່າ ຜູ້ຄົນກຳລັງກະຕືລືລົ້ນເພື່ອຈະຊ່ວຍກັນເອົາຊະນະສະຖານະການທາງເສດຖະກິດທີ່ຕົກຕ່ຳ ຫຼັງຈາກເກົາຫຼີໃຕ້ ປະສົບບັນຫາເງິນເຟີ້.

ຢ່າງໃດກໍຕາມ ຜູ້ຊ່ຽວຊານບາງຄົນໄດ້ອອກມາເຕືອນວ່າ ການແຊຣ໌ຂໍ້ມູນແລກກັບເງິນຈຳນວນໜ້ອຍອາດຈະເຮັດໃຫ້ຂໍ້ມູນສ່ວນຕົວຂອງເຮົາຖືກແຊຣ໌ໄປຫາບຸກຄົນທີ 3 ຈຶ່ງຂໍໃຫ້ຜູ້ທີ່ໃຊ້ງານແອັບພິເຄຊັນ ພິຈາລະນາລອງເບິ່ງວ່າ ໄດ້ກຸ້ມແທ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/