ທະນາຄານລະດັບໂລກ Standard Chartered ກ່າວ Bitcoin ອາດເເຕະ 100.000 ໂດລາພາຍໃນປີນີ້


ຕາມການລາຍງານການວິໄຈຂອງ ທະນາຄານ Standard Chartered ລະບຸວ່າ ລະດູໜາວຂອງ Crypto ໄດ້ສິ້ນສຸດລົງເເລ້ວ ເເລະ ອ້າຍໃຫຍ່ຄື Bitcoin ມີໂອກາດທີ່ຈະລາຄາເພີ່ມຂຶ້ນເເຕະ 100.000 ໂດລາພາຍໃນປີນີ້.

ໂດຍການທີ່ຈະໄຕ່ຂຶ້ນສູ່ລະດັບ 100.000 ໂດລານັ້ນອາດໄດ້ຮັບເເຮງໜູນຈາກປັດໄຈຫຼາຍປະການລວມເຖິງວິກິດການທະນາຄານທີ່ພວມຜ່ານມາໄດ້ບໍ່ດົນທີ່ຈະຊ່ວຍ “ສ້າງຄວາມເຊື່ອໝັ້ນໃຫ້ກັບ Bitcoin ອີກຄັ້ງໃນຖານະທີ່ເປັນສິນຊັບດິຈິຕອລທີ່ມີຈຳນວນຈຳກັດເເບບການກະຈາຍອຳນາດ” ເຊິ່ງທະນາຄານໄດ້ລະບຸໄວ້ໃນວັນຈັນທີ່ຜ່ານມາ.

ນັກວິເຄາະ Geoff Kendrick ກ່າວວ່າ “ເມື່ອບໍ່ດົນມານີ້ Bitcoin ໄດ້ຮັບຜົນປະໂຫຍດຈາກສະຖານະພາບຂອງຕົນວ່າເປັນສິນຊັບທີ່ປອດໄພ ແລະ ສາມາດເກັບຮັກສາມູນຄ່າໄດ້ ລວມໄປເຖິງການໃຊ້ເປັນເຄື່ອງມືທີ່ສໍາລັບການໂອນເງິນ”

ລາຄາ Bitcoin ໄດ້ເພີ່ມຂຶ້ນຫຼາຍເຖິງ 65% ນັບຕັ້ງເເຕ່ຕົ້ນປີ ແລະ ບໍ່ດົນມານີ້ກໍສາມາດຢືນຢູ່ເໜືອລະດັບ 30.000 ໂດລາໄດ້ສຳເລັດໃນອາທິດທີ່ຜ່ານມາເປັນຄັ້ງທໍາອິດ ຫຼັງຈາກຕະຫຼາດໝີທີ່ເເກ່ຢາວມາເປັນເວລາຫຼາຍປີ

ປັດຈຸບັນມີການຊື້ຂາຍ Bitcoin ຢູ່ທີ່ 27.328 ໂດລາ, ລົດລົງ 1,2% ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ.

ໃນລາຍງານຂອງທະນາຄານຍັງໄດ້ລະບຸອີກວ່າ ໜຶ່ງໃນປັດໄຈທີ່ສາມາດຊຸກຍູ້ໃຫ້ລາຄາຂອງ Bitcoin ໄປເຖິງ 100.000 ໂດລາກໍຄື ສະພາວະເສດຖະກິດທີ່ກຳລັງຟື້ນຕົວ, ການຜ່ອນຜັນນະໂຍບາຍເງິນເຟີ້ຂອງ Fed ເເລະ ການເເຍກຕົວອອກຈາກຄວາມສຳພັນກັບຕະຫຼາດຮຸ້ນສະຫະລັດຂອງ Bitcoin. ທະນາຄານຍັງຄາດການວ່າ ສ່ວນເເບ່ງຕະຫຼາດຂອງ Bitcoin ເມື່ອທຽບກັບຫຼຽນ crypto  ອື່ນໆຈະເພີ່ມຂຶ້ນກັບໄປທີ່ 50 – 60% ຫຼັງ​ຈາກການ​ລົ້ມລະ​ລາຍ​ຂອງ​ທະ​ນາ​ຄານ Silicon Valley.

ນອກຈາກນີ້ ການ halving ຂອງ Bitcoin ທີ່ກຳລັງຈະມາຮອດ, ເຊິ່ງການ halving  ຈະເຮັດໃຫ້ຮາງວັນໃນການຂຸດລົດລົງເຄິ່ງໜຶ່ງໃນທຸກໆສີ່ປີ, ນີ້ເເມ່ນອີກໜຶ່ງປັດໄຈທີ່ຈະກາຍເປັນຕົວຂັບເຄື່ອນໃນທາງບວກສໍາລັບທ່າອ່ຽງລາຄາຂອງ Bitcoin.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/