LV ກາຍເປັນບໍລິສັດທຳອິດຈາກຢູໂຣບທີ່ມີມູນຄ່າເກີນ 5 ແສນລ້ານໂດລາ ທ່າມກາງຄວາມນິຍົມເຄື່ອງຫຼູໃນປະເທດຈີນທີ່ເພີ່ມສູງຂຶ້ນ


ວັນທີ 24 ເມສາ ສຳນັກຂ່າວຕ່າງປະເທດລາຍງານວ່າ ອານາຈັກແບຣນຫຼູຢ່າງ LVMH Moet Hennessy Louis Vuitton SE ມີມູນຄ່າຕາມລາຄາຕະຫຼາດ 454.000 ຢູໂຣ ຫຼື ປະມານ 5 ແສນລ້ານໂດລາ ເຊິ່ງໄດ້ກາຍເປັນບໍລິສັດທຳອິດຈາກຢູໂຣບທີ່ມີມູນຄ່າເກີນ 5 ແສນລ້ານໂດລາ ໂດຍມີປັດໄຈສະໜັບສະໜູນໃຫ້ມູນຄ່າຂອງບໍລິສັດເພີ່ມຂຶ້ນຈາກຍອດຂາຍສິນຄ້າຫຼູຫຼາລາຄາແພງທີ່ກຳລັງໄດ້ຮັບຄວາມນິຍົມຈາກປະເທດຈີນ ແລະ ຄ່າເງິນຢູໂຣທີ່ແຂງຄ່າຂຶ້ນ.

ຄວາມສໍາເລັດຄັ້ງນີ້ຂອງ LVMH ເກີດຂຶ້ນພາຍໃນເວລາບໍ່ຮອດສອງອາທິດຫຼັງຈາກ LVMH ໄດ້ເຂົ້າໄປຕິດ 10 ອັນດັບບໍລິສັດທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ແຮງສະໜັບສະໜູນຈາກຍອດຂາຍທີ່ເພີ່ມສູງຂຶ້ນໃນໄຕມາດທຳອິດຂອງປີ. ຂະນະທີ່ Hermes International ອີກໜຶ່ງອານາຈັກແບຣນຫຼູຈາກຝຣັ່ງກໍມີຜົນປະກອບການທີ່ເຂັ້ມແຂງບໍ່ຫຼຸດລື່ນກັນ ເຊິ່ງເປັນການຕອກຢ້ຳວ່າ ການກັບມາເປີດປະເທດຂອງຈີນ ນັ້ນກຳລັງກະຕຸ້ນການເຕີບໂຕຂອງທັງອຸດສາຫະກຳສິນຄ້າຫຼູ.

ອີງຕາມຂໍ້ມູນຈາກ Bloomberg Billionaires Index ເຊິ່ງເປັນເວັບໄຊທີ່ຈັດອັນດັບມະຫາເສດຖີຂອງໂລກ ເຫັນວ່າ ມູນຄ່າທີ່ເພີ່ມຂຶ້ນຂອງ LVMH ໄດ້ເພີ່ມຄວາມຮັ່ງມີຂອງ Bernard Arnault, ຜູ້ສ້າງ LVMH ໃຫ້ເປັນບໍລິສັດທີ່ມີອິດທິພົນໃນທົ່ວໂລກ ໂດຍການຊື້ກິດຈະການຂອງຄູ່ແຂ່ງ. ປັດຈຸບັນຄວາມຮັ່ງມີຂອງ Bernard Arnault ຢູ່ທີ່ປະມານ 213.000 ລ້ານໂດລາ ຖິ້ມຫ່າງ ອັນດັບ 2 ຢ່າງ ອີລອນມັກສ ທີ່ມີຊັບສິນຢູ່ທີ່ປະມານ 164.000 ລ້ານໂດລາ.

ໂດຍ LVMH ແລະ ຄູ່ແຂ່ງໃນອຸດສາຫະກໍາສິນຄ້າຫຼູຈາກ ຝຣັ່ງ ກໍາລັງກາຍເປັນ ບໍລິສັດດ້ານເທັກໂນໂລຢີຍັກໃຫຍ່ເປັນໃນອາເມຣິກາ ນັ້ນກໍຄືເປັນ ທຸລະກິດທີ່ໂດດເດັ່ນເຕີບໂຕໄດ້ໃນທຸກສະຖານະການບໍ່ວ່າເສດຖະກິດຈະດີ ຫຼື ບໍ່ກໍຕາມ ເຫັນໄດ້ຊັດເຈນຈາກການຈັດອັນດັບມູນຄ່າຕາມຕະຫຼາດຈາກບໍລິສັດທົ່ວໂລກ ເຊິ່ງມີບໍລິສັດເທັກໂນໂລຢີຫຼາຍແຫ່ງຕິດອັນດັບ ໂດຍມີ LVMH ເປັນບໍລິສັດຫຼ້າສຸດທີ່ເຂົ້າໄປຕິດ 1​ໃນ 10 ຂອງກຸ່ມບໍລິສັດດັ່ງກ່າວ.

ຄວາມຕ້ອງການສິນຄ້າຂອງ LVMH ນັ້ນເພີ່ມຂຶ້ນເຊັ່ນ ກະເປົາ Louis Vuitton, Moet & Chandon ແລະ ເສື້ອຜ້າຂອງ Christian Dior ເປັນຕົ້ນ ເຖິງແມ່ນວ່າອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ແລະ ອັດຕາດອກເບ້ຍທີ່ເພີ່ມສູງຂຶ້ນໄດ້ຄຸກຄາມໃຫ້ເສດຖະກິດໂລກກຳລັງເຂົ້າສູ່ສະພາວະຖົດຖອຍ ກໍຕາມ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/