Sberbank ຂອງຣັດເຊຍເປີດຕົວ GigaChat ເພື່ອແຂ່ງຂັນກັບ ChatGPT ຂອງ Microsoft ແລະ Bard ຂອງ Google


Sberbank ທະນາຄານລາຍໃຫຍ່ຂອງຣັດເຊຍໄດ້ປະກາດເປີດຕົວ GigaChat ເເຊັດບັອດ AI ຂອງຕົນເອງໂດຍມີຈຸດປະສົງເພື່ອແຂ່ງຂັນກັບ ChatGPT ຂອງ Microsoft ເເລະ Bard ຂອງ Google ແຕ່ຍັງຢູ່ໃນຂັ້ນຕອນການທົດສອບ.

ການມາເຖິງຂອງ ChatGPT ໂດຍ OpenAI ໄດ້ກະຕຸ້ນການແຂ່ງຂັນໃນອຸດສາຫະກໍາເທັກໂນໂລຢີ AI, ສົ່ງຜົນໃຫ້ບໍລິສັດຈໍານວນຫຼາຍພັດທະນາ AI ຂອງຕົນເອງ. ສໍາລັບ Sberbank ເເມ່ນມີເປົ້າໝາຍ ເພື່ອລົດຜ່ອນການເພິ່ງພາອາໄສເທັກໂນໂລຢີຈາກຕ່າງປະເທດ.

SberDevices ຂອງ Sberbank ເຊິ່ງເປັນຜູ້ຜະລິດອຸປະກອນອັດສະລິຍະທີ່ກໍ່ຕັ້ງຂຶ້ນໃນປີ 2019 ແລະ ທີມງານ Sber AI ໄດ້ເຂົ້າຮ່ວມໃນການພັດທະນາ model ໂດຍໄດ້ຮັບການສະໜັບສະໜູນຈາກສະຖາບັນຄົ້ນຄວ້າປັນຍາປະດິດຂອງ Moscow.

Sberbank ກ່າວວ່າ ສິ່ງທີ່ເຮັດໃຫ້ GigaChat ເເຕກຕ່າງຈາກຄູ່ເເຂ່ງກໍຄືຄວາມສາມາດທີ່ເໜືອກວ່າໃນການສື່ສານຢ່າງສະຫຼາດໃນພາສາຣັດເຊຍຫຼາຍກວ່າເຄືອຂ່າຍຕ່າງປະເທດອື່ນໆ ເນື່ອງຈາກປະຊາກອນສ່ວນໃຫຍ່ຂອງຕົນໃຊ້ພາສາຣັດເຊຍເປັນຫຼັກ. ພວກເຂົາຕ້ອງການ GigaChat ຊ່ວຍຂັບເຄື່ອນການປະດິດສ້າງເເລ້ວຫັນປ່ຽນວິທີການເຮັດວຽກຂອງຜູ້ຄົນ ແລະ ທຸລະກິດໃນຣັດເຊຍ ໂດຍຫວັງວ່າຈະພັດທະນາໄປສູ່ການແຂ່ງຂັນໃນຕະຫຼາດເເຊັດບັອດ ໃນໄວໆນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/