ສປປ ລາວ ເນັ້ນຢໍ້າໃນກອງປະຊຸມ ສະພາຄວາມໝັ້ນຄົງ ສປຊ ວ່າໃຫ້ທຸກປະເທດຢຶດໝັ້ນໃນ “ລັດທິຫຼາຍຝ່າຍ” ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນ


ໃນລະຫວ່າງກອງປະຊຸມ ພາກອະພິປາຍແບບເປີດກ້ວາງ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫຼື UNSC ທາງການ ສປປ ລາວ ໄດ້ຮຽກຮ້ອງໃຫ້ ທຸກຝ່າຍຢຶດໝັ້ນໃນ “ລັດທິຫຼາຍຝ່າຍ” ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນ.

ໃນວັນທີ 24​ ເມສາ ທີ່ນະຄອນນິວຢອກ ສະຫະລັດ ອາເມຣິກາ ໄດ້ມີການຈັດກອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ພາຍໃຕ້ຫົວຂໍ້ “ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ຮັກສາລະບົບການພົວພັນຫຼາຍຝ່າຍທີ່ມີປະສິດຕິພາບ ໂດຍຜ່ານການປ້ອງກັນຫຼັກການໃນກົດບັດ ສປຊ”. ໃນໂອກາດດັ່ງກ່າວ, ທ່ານ ອະນຸພາບ ວົງນໍແກ້ວ ເອກອັກລະລັດຖະທູດ, ຜູ້ຕາງໜ້າສະມາຊິກຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ ສປຊ ໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນເຖິງຄວາມສໍາຄັນຂອງການຮັກສາ ຂອບການຮ່ວມມືແບບຫຼາຍຝ່າຍ ເພື່ອເປັນກົນໄກແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ປະຊາຄົມໂລກພວມປະເຊີນຢູ່.

ໂດຍ ທ່ານອະນຸພາບ ວົງນໍແກ້ວ ລະບຸວ່າ: “ປັດຈຸບັນ ພວກ​ເຮົາໄດ້ເດີນທາງມາຮອດຈຸດທີ່ສຳຄັນທີ່ສຸດ  ​ເມື່ອ​ປະຊາ​ຄົມ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານ, ​ໃນ​ນັ້ນ​ມີ​ທັງການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ, ການ​ເງິນ ​ແລະ ສິ່ງ​ແວດ​ລ້ອມ.  ລັດທິ​ຫຼາຍ​ຝ່າຍ​ທີ່​ເຄີຍ​ເປັນ​ຫຼັກ​ຂອງ​ການ​ຮ່ວມ​ມື​ສາກົນ​ໄດ້​ຖືກ​ທຳລາຍ, ​ໃນ​ຂະນະ​ທີ່​ລັດທິ​ຝ່າຍ​ດຽວ​ກຳລັງເພີ່ມຂຶ້ນ”.

“ພວກ​ເຮົາ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້ ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ທີ່​ເໝາະ​ສົມ​ທີ່​ສຸດ ​ແລະ ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າ​ຢູ່​ໃນ​ທຸກ​ວັນ​ນີ້. ເຊິ່ງສິ່ງເຫຼົ່ານີ້ຈະບໍ່ສາມາດເຮັດໄດ້ ຖ້າບໍ່ມີການຢຶດໝັ້ນຫຼັກການຂອງກົດບັດ ສປຊ ແລະ ຮັກສາລັດທິຫຼາຍຝ່າຍ”.

ທ່ານອະນຸພາບ ວົງນໍແກ້ວ ຍັງໄດ້ຮຽກຮ້ອງໃຫ້ ບັນດາ​ປະ​ເທດ​ສະມາຊິກ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ແກ້​ໄຂ​ຄວາມ​ແຕກ​ຕ່າງ, ຫຼີກ​ເວັ້ນການ​ປະ​ທະ​ກັນ ​ແລະ ຄວາມ​ແຕກ​ແຍກ. ​ໃນ​ສະພາບ​ການ​ດັ່ງກ່າວ, ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ UNSC ຕ້ອງ​ປະຕິບັດ​ໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ. ປະຊາ​ຄົມ​ໂລກ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ທີ່​ມີ​ສັນຕິພາບ ​ແລະ ​ຍາວ​ນານ​ຕໍ່​ການ​ປະ​ທະ​ກັນ​ ແລະ ​ການ​ຂັດ​ແຍ້​ງກັນ​ທີ່​ຍັງ​ຄົງ​ຄ້າງ.

ໂອກາດດຽວກັນ ຕາງໜ້າ ສປປ ລາວ ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການເຄົາລົບບັນດາຫຼັກການພື້ນຖານ ຂອງກົດບັດ ສປຊ ແລະ ກຽມພ້ອມທີ່ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ  ອົງການ ສປຊ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໃນນາມປະເທດສະມາຊິກ ອາຊຽນ, ສປປ ລາວ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ຄວາມຈໍາເປັນທີ່ຕ້ອງ ກັບຄືນສູ່ຂະບວນການແກ້ໄຂຂໍ້ຂັດແຍ້ງ ດ້ວຍສັນຕິວິທີ ລວມທັງ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຈລະຈາທາງການທູດເພື່ອສາມາດແກ້ໄຂບັນຫາສາກົນ.

ໂດຍການປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນຄັ້ງນີ້ ເກີດຂຶ້ນທ່າມກາງການວິພາກວິຈານ ຈາກຝັ່ງຂອງຢູໂຣບພໍສົມຄວນ ເນື່ອງຈາກວ່າການປະຊຸມຄັ້ງນີ້ໄດ້ ມີ ເຊີເກ ຣາຟຣອຟ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຂອງຣັດເຊຍ ນັ່ງເປັນປະທານໝູນວຽນ. ເນື່ອງຈາກ ຣັດເຊຍ ເປັນໜຶ່ງໃນ 5 ສະມາຊິກຖາວອນຂອງຄະນະມົນຕີ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮ່ວມກັບ ສະຫະລັດ ອາເມຣິກາ, ຝຣັ່ງ, ອັງກິດ ແລະ ຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/