ສປປ ລາວ ຕັ້ງເປົ້າກວາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ


ສປປ ລາວ ຕັ້ງເປົ້າຈະສູ້ຊົນ ຍາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ທີ່ກຳລັງຈະເປີດສາກຂຶ້ນໃນເດືອນ ພຶດສະພານີ້ ພາຍຫຼັງ ສາມາດຍາດໄດ້ 2 ຫຼຽນຄຳ ໃນການແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ.

ໃນການຖະແຫຼງຂ່າວ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ໃຫ້ຮູ້ວ່າ: ພະນົມເປນ ເກມ 2023 ປີນີ້ ເຈົ້າພາບ ປະເທດກຳປູເຈຍ ກຳນົດຊິງໄຊທັງໝົດ 46 ປະເພດກິລາ ສຳລັບ ສປປ ລາວ ຈະສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ຈາກ 31 ປະເພດ.

ໂດຍໃນ 31 ປະເພດກິລານັ້ັ້ນ ກຸ່ມຕົນເອງຮອບດ້ານ ມີ 11 ປະເພດກິລາ  ປະກອບມີ ບານເຕະ, ກ໋ອບ, ດອກປີກໄກ່, ຊ໋ອບເທັນນິດ, ປິ່ງປ່ອງ, ບານບ້ວງ, ອີສະປອດ, ຟັນດາບ, ບານສົ່ງຫາດຊາຍ, ກິລາຂ້າມສິ່ງກີດຂວາງ ແລະ ມວຍປໍ້າ ຈູຈິດຊູ ເຊິ່ງຈະນຳໃຊ້ງົບປະມານ 14 ຕື້ກີບ ແລະ ນັກກິລາ ໄດ້ມີການເກັບຕົວເຝິກຊ້ອມ ໃນໄລຍະ 50 ມື້ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ຫຼາຍກວ່າຄັ້ງຜ່ານມາ ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ ໄດ້ມີການສະເໜີທາງກະຊວງປ້ອງກັນປະເທດ ເພື່ອສະໜັບສະໜູນເຮືອບິນເດີນທາງເຂົ້າຮ່ວມ ໃນຈຳນວນ 5 ຖ້ຽວ ແລະ ຈຳນວນໜຶ່ງແມ່ນຈະໄດ້ເດີນທາງດ້ວຍສາຍການບິນ ລາວແອລາຍ, ໃນນັ້ນ ຫາກວ່ານັກກິລາ ສາມາດສ້າງຜົນງານພົ້ນເດັ່ນ ທາງລັດຖະບານມີໂບນັດໃຫ້ເລີຍ ໂດຍສະເພາະຫຼຽນຄຳ ແມ່ນ 10 ລ້ານກີບ, ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 4 ລ້ານກີບ.

ໃນການກະກຽມຄວາມພ້ອມຄັ້ງນີ້ ທາງຄະນະ​ກຳມະການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ລາວ ​ໄດ້​ຈ້າງ​ຄູເ​ຝິກ​ຈາກຕ່າງປະເທດ: ຈາກ​ຄິວ​ບາ, ກຳປູ​ເຈຍ, ​ໄທ, ເກົາຫຼີໃຕ້, ​ເຢຍລະ​ມັນ, ສິງກະ​ໂປ ​ແລະ ມຽນມາ ​ເພື່ອເ​ຝິກ​ອົບຮົມ​ນັກ​​ກິລາ​ມວຍ, ກຸນ ໂບກາໂຕ, ​ເຊປັກ ກະຕໍ້, ​ເທຄວັນ​ໂດ, ມວຍ​ປ້ຳ, ​ເທັນ​ນິສ​ອ່ອນ ​ແລະ ​ກິລາ​ບານ​ເຕະ.

ທ່ານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຄະນະ, ຄູເຝິກ ແລະ ຜູ້ແຂ່ງຂັນ ຈົ່ງມີຄວາມເຂັ້ມແຂງໃນການແຂ່ງຂັນ ແລະ ແຂ່ງຂັນຢ່າງມີນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີ. ໂດຍທ່ານ ປອ ກິແກ້ວ ໄຂຄຳພິທູນ  ຍັງໄດ້ຕັ້ງເປົ້າອີກວ່າ: “ໃນການແຂ່ງຂັນຊີເກມໃນປີນີ້ ສປປ ລາວ ພວກເຮົາຕັ້ງເປົ້າຍາດໃຫ້ໄດ້ 5 ຫຼຽນຄຳ”. ພ້ອມນີ້ ທ່ານຍັງໄດ້​ຮຽກຮ້ອງ​ໃຫ້​ທຸກ​ຄົນ​ໃນ​ລາວ​ສະໜັບສະໜູນ​ທີມ​ຕະຫຼອດ​ການ​ແຂ່ງຂັນ ​ແລະ​ ສະ​ແດງ​ກຳລັງ​ໃຈ​ຕໍ່​ນັກ​ກິລາ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ໜ້າ​ກັບ​ຄູ່​ຕໍ່ສູ້​ທີ່​ເຄັ່ງ​ຕຶງ.

ສຳລັບຜົນງານໃນການແຂ່ງຂັນ ກິລາຊີເກມ ຂອງທັບນັກກິລາ ສປປ ລາວ ໃນຄັ້ງທີ່ຜ່ານມາ ກໍຄື ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປີ 2022 ເຊິ່ງສາມາດຍາດໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 33 ຫຼຽນທອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/