Direct Air Capture ເເມ່ນຫຍັງ ເເລະ ມັນສາມາດຕໍ່ສູ້ກັບການປ່ຽນເເປງຂອງສະພາບອາກາດໄດ້ເເນວໃດ


ລັດ​ຖະ​ບານ​ສະ​ຫະ​ລັດ​ໄດ້ສະເໜີເງິນ​ຊ່ວຍ​ເຫຼືອ 3.5 ຕື້​ໂດລາ ໃຫ້ກັບບໍລິສັດຕ່າງໆເພື່ອທີ່ຈະດັກຈັບ ແລະ ເກັບຮັກສາອາຍແກ໊ສຢ່າງຖາວອນໂດຍໃຊ້ຂະບວນການທີ່ເອີ້ນວ່າ Direct Air Capture (DAC).

ເທັກໂນໂລຍີ DAC ໃຊ້ປະຕິກິລິຍາທາງເຄມີເພື່ອກຳຈັດຄາບອນໄດອັອກໄຊອອກຈາກອາກາດເຊິ່ງມັນສາມາດເກັບໄວ້ຢູ່ໃຕ້ດິນ ຫຼື ໃຊ້ໃນຜະລິດຕະພັນ ຫຼື ໃຊ້ງານຕ່າງໆເຊັ່ນ: ການເຮັດຊີມັງ ຫຼື ນໍ້າມັນເຊື້ອໄຟການບິນ.

ອົງການຈັດຕັ້ງສິ່ງແວດລ້ອມສ່ວນໃຫຍ່ເຫັນດີວ່າການກໍາຈັດຄາບອນເປັນສິ່ງຈໍາເປັນເພື່ອບັນລຸເປົ້າໝາຍດ້ານສະພາບອາກາດທົ່ວໂລກ. ແຕ່ບາງອົງການຈັດຕັ້ງກັງວົນວ່າທຸລະກິດຈະໃຊ້ມັນເປັນຂໍ້ແກ້ຕົວເພື່ອເພີ່ມການປ່ອຍອາຍພິດແທນ. ​ກຸ່ມ​ສິ່ງ​ແວດ​ລ້ອມ​ບາງກຸ່ມຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ນຳ​ໃຊ້​ຊີວະ​ມວນ​ເພື່ອ​ຜະລິດ​ພະລັງງານ ​ແລະ ຂໍ້​ບົກ​ຜ່ອງທີ່ເປັນໄປໄດ້​ທາງ​ດ້ານ​ເຕັກນິກ​ເຊັ່ນ DAC ບາງຄົນມີຄວາມສົນໃຈໃນຄວາມຍຸຕິທໍາດ້ານສິ່ງແວດລ້ອມຂອງພວກເຂົາ, ເຊິ່ງສາມາດໃຫ້ຜົນປະໂຫຍດຕໍ່ຜູ້ທີ່ມີລາຍໄດ້ຕໍ່າ ແລະ ຊຸມຊົນນ້ອຍທີ່ຢູ່ໃກ້ກັບໂຮງງານການປ່ອຍອາຍພິດລາຍໃຫຍ່.

ກ່ອນໜ້ານີ້ ວິທີການທາງທໍາມະຊາດຂອງການກໍາຈັດຄາບອນເຊັ່ນ: ການປູກຕົ້ນໄມ້ແລະ ການຄຸ້ມຄອງປ່າໄມ້ ຖືກຄາດ​ຫວັງວ່າ​ຈະ​ມີ​ບົດບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປ່ຽນ​ແປງ​ຂອງ​ສະພາບດິນ​ຟ້າ​ອາກາດ ​ເພາະວ່າ​ມັນ​ມີ​ລາຄາ​ບໍ່​ແພງ​ຫຼາຍ ຕ່ຳ​ກວ່າ 50 ​ໂດ​ລາ​ຕໍ່​ໂຕນ ອີງ​ຕາມລາຍງານຂອງ World Resources Institute ​ ​ເມື່ອ​ທຽບ​ໃສ່​ເທັກ​ໂນ​ໂລ​ຢີດັ່ງກ່າວ, DAC ມີ​ລາຄາ​ແພງ​ກວ່າ 3 ເທົ່າ.

​ຢ່າງໃດກໍຕາມ, ນັກວິທະຍາສາດຫຼາຍຄົນເຊື່ອວ່າບັນຫານີ້ຈຳເປັນຕ້ອງໄດ້ຮັບການເເກ້ໄຂ ສ່ວນໜຶ່ງແມ່ນຍ້ອນຈໍານວນພື້ນທີ່ທີ່ຕ້ອງໃຊ້ໃນການປູກຕົ້ນໄມ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/