ເວັບໄຊ ທ່ອງທ່ຽວ ແລະ ອາຫານ ຊື່ດັງຂອງໂລກ ຈັດໃຫ້ “ລາບ” ຂອງລາວເປັນ 1 ໃນອາຫານປະເພດຍຳ ທີ່ດີທີ່ສຸດໃນໂລກ


TasteAtlas ເວັບໄຊແນະນໍາການທ່ອງທ່ຽວ ແລະ ລວບລວມອາຫານພື້ນເມືອງຈາກທົ່ວໂລກ ໄດ້ຈັດໃຫ້ “ລາບ” ຂອງ ສປປ ລາວ ເປັນອັນດັບທີ 11 ຂອງ ອາຫານປະເພດຍຳທີ່ດີທີ່ສຸດໃນໂລກ.

ໂດຍທາງເວັບໄຊ ໄດ້ລະບຸວ່າການຈັດອັນດັບຄັ້ງນີ້ ເປັນການໃຫ້ຄະແນນຈາກຄົນທົ່ວໂລກທີ່ເຂົ້າມາໃຊ້ເວັບໄຊຂອງ TasteAtlas ເຊິ່ງທາງເວັບໄຊໄດ້ລະບຸເຖິງລາບ ເອົາໄວ້ວ່າ: ລາບ ເປັນອາຫານທີ່ມີຄວາມຫຼາກຫຼາຍຂອງວັດຖຸດິບ ທີ່ມີທັງ ຜັກສົດ, ພືດສະມຸນໄພ, ຊີ້ນ, ເຂົ້າຂົ້ວ, ເຄື່ອງປຸງທີ່ຫຼາກຫຼາຍ ລວມທັງປາແດກ ທີ່ປະສົມປະສານກັນໄດ້ຢ່າງລົງຕົວ.

ທາງເວັບໄຊ ຍັງລະບຸອີກວ່າ: ລາບຖືກເຮັດຂຶ້ນຄັ້ງທຳອິດຢູ່ແຂວງ ຢຸນນານຂອງປະເທດຈີນ ແຕ່ຖືກ ປຸງແຕ່ງ ແລະ ຝັງເລິກເຂົ້າໄປໃນວິຖີຊີວິດ ແລະ ກາຍເປັນອາຫານຢ່າງບໍ່ເປັນທາງການຂອງ ປະເທດລາວ ເຊິ່ງໄດ້ຮັບຄວາມນິຍົມທັງປະຊາຊົນລາວ ລວມທັງທາງພາກຕາເວັນອອກສຽງເໜືອຂອງໄທ ຫຼື ພາກອີສານ.

ໃນຂະນະທີ່ຕຳໝາກຫຸ່ງຈາກພາກຕາເວັນອອກສຽງເໜືອຂອງໄທ (ອີສານ) ຢູ່ໃນອັນດັບທີ 6 ໃນການຈັດອັນດັບຄັ້ງນີ້. ແຕ່ບົດຄວາມດັ່ງກ່າວໄດ້ລະບຸວ່າ ຕຳໝາກຫຸ່ງ ຖືກເຮັດຂຶ້ນຄັ້ງທຳອິດ ຢູ່ ສປປ ລາວ.

ໂດຍອາຫານໃນພາກພື້ນອາຊີຕາເວັນອອກສຽງໃຕ້ຂອງພວກເຮົາທີ່ຕິດອັນດັບກໍປະກອບມີ: Pecel ແລະ Gado Gado ຈາກ ອິນໂດເນເຊຍ, Bok l’hone ຈາກ ກຳປູເຈຍ ແລະ Phla Kung ຈາກປະເທດໄທ.

ໃນຂະນະທີ່ ຍຳທີ່ຖືກຈັດອັນດັບວ່າເປັນ ຍຳທີ່ດີທີ່ສຸດໃນໂລກ ຂອງ TasteAtlas ໃນຄັ້ງນີ້ ຕົກເປັນຂອງ Dakos, ອາຫານພື້ນເມືອງ ຈາກປະເທດກຣີສ.

ຂອບໃຈຂໍ້ມູນຈາກ: https://bit.ly/41QXdfN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/