ງົດເຂົ້າ ຊ່ວຍໃຫ້ນ້ຳໜັກລົງໄດ້ໄວແທ້ຫຼືບໍ່?


ຫຼາຍໆຄົນທີ່ຢາກຈ່ອຍ ຕ່າງກໍມີຫຼາຍວິທີທີ່ຈະເຮັດໃຫ້ຕົນເອງຈ່ອຍໃຫ້ໄດ້ ແລະ ໜຶ່ງໃນນັ້ນກໍມີການອົດເຂົ້າ ເພື່ອໃຫ້ນ້ຳໜັກລົງ ແຕ່ການອົດເຂົ້າຈະຊ່ວຍໃຫ້ນ້ຳໜັກຫຼຸດແທ້ບໍ່? ມື້ນີ້ທາງ LaoX ຈະມາໄຂຂໍ້ສົງໄສໃຫ້ພວກທ່ານໄດ້ຮູ້ກັນ.

ເຂົ້າ ຈະມີສານຄາໂບໄຮເດຣດ ເປັນສານອາຫານຫຼັກທີ່ໃຫ້ພະລັງງານຮ່າງກາຍເຊັ່ນດຽວກັບໂປຣຕີນ ແລະ ໄຂມັນ ຮ່າງກາຍຈຳເປັນຕ້ອງໄດ້ຮັບເພື່ອນຳໄປເປັນແຫຼ່ງພະລັງງານ ແຕ່ຄວນຫຼີກເວັ້ນຄາໂບໄຮເດຣດທີ່ຜ່ານການຂັດສີ ດູດຊຶມໄວ, ກາກໃຍ, ວິຕາມິນແຮ່ທາດໜ້ອຍ ໄດ້ແກ່: ນ້ຳຕານ, ເຂົ້າຂາວ ແລະ ເຂົ້າຈີ່ຝຣັ່ງ.

ແຕ່ຄວນຮັບປະທານຄາໂບໄຮເດຣດທີ່ບໍ່ຜ່ານການຂັດສີ ເຊັ່ນ ເຂົ້າກ້ອງ, ທັນຍາພືດ, ຖົ່ວແດງ, ໝາກເດືອຍ, ສາລີຕ່າງໆນັ້ນເອງ. ໂດຍສະຫຼຸບແລ້ວວ່າ ຫາກກຳລັງຫຼຸດນ້ຳໜັກຢູ່ ແຕ່ລະມື້ຄວນກິນເຂົ້າປະມານ 1-2 ຈອງຕໍ່ມື້ ໂດຍບໍ່ຈຳເປັນຕ້ອງງົດ ແຕ່ຄວນເລືອກໃຫ້ເໝາະສົມ. ສະຫຼຸບການງົດເຂົ້າ ອາດຊ່ວຍໃຫ້ນ້ຳໜັກລົງ ແຕ່ອາດຈະບໍ່ດີຕໍ່ສຸຂະພາບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/