ແມ່ຍິງ 20 ປີ ພົບວ່າຕົນເອງເປັນມະເຮັງປາກມົດລູກ ອາດມີສາເຫດມາຈາກເຈ້ຍທິດຊູ


ແມ່ຍິງ 20 ປີ ຊາວຈີນ ກວດພົບວ່າຕົນເອງເປັນມະເຮັງປາກມົດລູກ, ເຊິ່ງກ່ອນໜ້ານີ້ລາວໃຊ້ຊີວິດປົກກະຕິມາຕະຫຼອດ ຈົນຢູ່ດີໆມື້ໜຶ່ງເກີດເຈັບທ້ອງໃນມື້ທີ່ເປັນປະຈຳເດືອນ ແລະ ປະລິມານເລືອດທີ່ອອກມາຫຼາຍຜິດປົກກະຕິ ຈົນຕ້ອງໄປກວດຢູ່ໂຮງໝໍ ແລະ ພົບວ່າຕົນເອງຕິດເຊື້ອ HPV ຈົນເປັນມະເຮັງປາກມົດລູກ.

ເມື່ອແພດຄົ້ນປະຫວັດການໃຊ້ຊີວິດຂອງລາວ ພົບວ່າລາວເອງມັກໃໍເຈ້ຍທິດຊູສີເຫຼືອງອ່ອນ ແລະ ມີກິ່ນທີ່ຫອມ ໃຊ້ເຊັດທຳຄວາມສະອາດຮ່າງກາຍ ໂດຍສະເພາະຕາມອະໄວຍະວະເພດ.

ຍັງບໍ່ມີການຢືນຢັນວ່າສາເຫດແມ່ນສິ່ງນີ້ແທ້ບໍ່ ແຕ່ຕາມການສັນນິຖານຂອງແພດລະບຸໄວ້ວ່າ ການໃຊ້ເຈ້ຍທິດຊູທີ່ມີສານເຄມີ ເຊັ່ນ: ສານຟອກຂາວ, ສີຍ້ອມ ແລະ ນ້ຳຫອມທຽມ ສົ່ງຜົນເສຍຕໍ່ສຸຂະພາບ ເນື່ອງຈາກເຈ້ຍພວກນີ້ມັກຈະຖືກຣີໄຊເຄິນມາກ່ອນ ຈຶ່ງມີແບັກທີເຣຍຈຳນວນຫຼາຍຢູ່ພາຍໃນ. ເມື່ອຖືກໃຊ້ເປັນປະຈຳຕໍ່ເນື່ອງມາຫຼາຍປີ ແບັກທີເຣຍກໍມີໂອກາດເຂົ້າໄປໃນຮ່າງກາຍສະສົມ ແລະ ເຮັດໃຫ້ຕິດເຊື້ອໄດ້.


ເຈ້ຍທິດຊູ ມີຫຼາຍປະເພດຕາມການໃຊ້ງານ ເຊັ່ນ: ເຊັດໜ້າ, ເຊັດມື, ຊຳລະ, ອະເນກປະສົງ… ເຊິ່ງຜະລິດຈາກໃຍເຈ້ຍບໍລິສຸດ ແລະ ເຈ້ຍຣີໄຊເຄິນ.

ແພດແນະນຳໃຫ້ພະຍາຍາມຫຼີກເວັ້ນການໃຊ້ເຈ້ຍທີ່ເຮັດມາຈາກການຣີໄຊເຄິນເຊັດຕາມຮ່າງກາຍ ເພາະມັນເຮັດມາຈາກເຈ້ຍທີ່ໃຊ້ແລ້ວ ແຕ່ນຳມາຜ່ານຄວາມຮ້ອນຜ່ານການກຳຈັດໝຶກ ແລະ ຂຶ້ນຮູບໃໝ່ດ້ວຍຄວາມຮ້ອນສູງ ແລະ ການກຳຈັດນ້ຳໝຶກນີ້ເອງເຮັດໃຫ້ເກີດສານເຮືອງແສງຕົກຄ້າງ ເພາະວ່າການກຳຈັດນ້ຳໝຶກເຮັດໃຫ້ຄວາມຂາວຂອງເຈ້ຍໝອງລົງ ຈຶ່ງຕ້ອງໃຊ້ສານຟອກຂາວມາຊ່ວຍ ເຮັດໃຫ້ເກີດສານເຮືອງແສງຕົກຄ້າງໃນເຈ້ຍທິດຊູ.

ການວິໄຈພົບວ່າ ການທີ່ສານເຮືອງແສງໄດ້ຮັບຣັງສີອັລຕຣາໄວໂອເລັດ ຫຼື UV ຈາກແສງແດດ ອາດຈະເຮັດໃຫ້ເກີດການກໍ່ມະເຮັງຜິວໜັງໃນໄລຍະຍາວໄດ້.

ມີການທົດສອບແບບງ່າຍໆ ວ່າເຈ້ຍທິດຊູຕົວໃດທີ່ເຮັດມາຈາກໃຍເຈ້ຍບໍລິສຸດ ຫຼື ຣີໄຊເຄິນ (ໃນກໍລະນີທີ່ໃນບັນຈຸພັນບໍ່ຂຽນບອກ) ນັ້ນແມ່ນການເອົາເຈ້ຍທິດຊູໄປຈຸ່ມນ້ຳ ຖ້າຫາກວ່າມັນປ່ຽນເປັນສີໝອງລົງ ແປວ່າເຈ້ຍຕົວນັ້ນເຮັດມາຈາກເຈ້ຍຣີໄຊເຄິນ.

ຖ້າຫາກຈະໃຊ້ທິດຊູເຊັດຕາມຮ່າງກາຍແລ້ວ ນອກຈາກຈະເລືອກທິດຊູທີ່ເຮັັດມາຈາກໃຍເຈ້ຍບໍລິສຸດ ທິດຊູນັ້ນຕ້ອງແຫ້ງ ບໍ່ປຽກຊຸຸ່ມນຳ ເພາະທິດຊູທີ່ປຽກຊຸ່ມຈະເຮັດໃຫ້ເຊື້ອແບັກທີເຣຍ ເຊື້ອຣາ ໄວຣັສ ຈະເລີນເຕີບໂຕໄດ້ດີ ແລະເປັນອັນຕະລາຍຕໍ່ຮ່າງກາຍຂອງເຮົາ.

ທີ່ມາ:

sanook

bangkokbiznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/