“ບໍ່ມີສົມຣົດເທົ່າທຽມ” ເທົ່າກັບຂັດຕໍ່ລັດຖະທຳມະນູນ


ສະຖານີໂທລະພາບ NHK ຂອງປະເທດຍີ່ປຸ່ນໄດ້ອອກມາລາຍງານວ່າ ມີຜູ້ເສຍຫາຍຈຳນວນ 8 ຄົນ ໃນນະຄອນໂຕກຽວ ໄດ້ຮຽກຮ້ອງການຊົດເຊີຍຈາກລັດຖະບານຍີ່ປຸ່ນ ໂດຍອ້າງວ່າກອບກົດໝາຍໃນປັດຈຸບັນ ເຊິ່ງບໍ່ຮັບຮອງເອົາການສົມຣົດເພດດຽວກັນ ຂັດຕໍ່ລັດຖະທຳມະນູນ ແລະ ປະຕິເສດໃນການສົມຣົດເທົ່າທຽມຂອງພວກເຂົາ.

ໂດຍສານພິພາກສານະຄອນໂຕກຽວມີຕຳຕັດສິນວ່າ ການຂາດກອບກົດໝາຍທີ່ຈະຊ່ວຍໃຫ້ຄູ່ຮັກເພດດຽວກັນໄດ້ຮັບຜົນປະໂຫຍດທາງກົດໝາຍ ແລະ ການຍອມຮັບຈາກສັງຄົມ ເປັນການລະເມີດສັກສີສ່ວນບຸກຄົນ ແລະ ຄວາມສະເໝີພາບທາງເພດ ຈຶ່ງຖືວ່າເປັນການຂັດຕໍ່ລັດຖະທຳມະນູນ.

ນອກຈາກສານນະຄອນໂຕກຽວແລ້ວ ຍັງມີສານຈາກຊັບໂປໂຣໄດ້ມີຄຳຕັດສິນວ່າ ການບໍ່ຮັບຮອງການສົມຣົດເພດດຽວກັນເປັນສິ່ງທີ່ຂັດຕໍ່ລັດຖະທຳມຸນ ແຕ່ກໍປະຕິເສດທີ່ຈະຈ່າຍຄ່າເສຍຫາຍຕາມໂຈດທີ່ຮຽກຮ້ອງມາ. ເຖິງຢ່າງໃດກໍຕາມ ຄຳຕັດສິນຫຼ້າສຸດຂອງທັງສອງສານ ມີແນວໂນ້ມວ່າຈະເພິ່ມແຮງກົດດັນໃຫ້ລັດຖະບານເຮັດຫຍັງຫຼາຍຂຶ້ນ ເພື່ອປົກປ້ອງກຸ່ມຄົນຮັກເພດດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/