ຫຍ້າທະເລ ຊ່ວຍດູດຊຶມຄາບອນໄດ້ຫຼາຍກວ່າປ່າດົງດິບ 35 ເທົ່າ


ຫຍ້າທະເລ ສາມາດດູດຄາບອນໄດ້ຫຼາຍກວ່າປ່າດົງດິບ 35 ເທົ່າ ແລະ ສາມາດກັກເກັບຄາບອນໄວ້ດົນເຖິງ 1,000 ປີ.

ພື້ນທີ່ຊຸ່ມນ້ຳທີ່ຢູ່ຕາມແນວທະເລ ແລະ ຊາຍຝັ່ງເປັນແຫຼ່ງຫຍ້າທະເລ ແລະ ແນວປະກາລັງ ມີບົດບາດຢ່າງຫຼາຍໃນການດູດຊຶມເອົາຄາບອນລົງໄປໃນພື້ນດິນໃຕ້ທະເລ ສິ່ງນີ້ເອີ້ນວ່າ ຄາບອນສີຟ້າ ຫຼື Blue Carbon ເປັນຄາບອນທີ່ຖືກດູດຊຶມ ແລະ ກັກເກັບໄວ້ໃນນ້ຳ ເອີ້ນອີກຢ່າງວ່າຄາບອນຊີວະພາບ, ບໍ່ຄືກັບມົນລະພິດທີ່ມະນຸດສ້າງຂຶ້ນແບບຄາບອນທົ່ວໄປທີ່ລອຍຂຶ້ນໄປຊັ້ນບັນຍາກາດ.

ຕອນນີ້ຄາບອນຊີວະພາບທັງໝົດທີ່ຖືກດູດຊຶມໄວ້ໃນໂລກ ຫຼາຍກວ່າ 50% ຖືກດູດຊຶມໄວ້ໃນຜືນນ້ຳ ພະເອກຂອງພື້ນນ້ຳ ແມ່ນຫຍ້າທະເລ ເຊິ່ງເປັນທີ່ຢູ່ຂອງສັດທະເລຈຳນວນມະຫາສານ ເຖິງວ່າມັນຈະຄອບຄຸມພື້ນມະຫາສະໝຸດພຽງແຕ່ 0.1% ແຕ່ມັນສາມາດກັກເກັບຄາບອນໄດ້ຫຼາຍເຖິງ 18% ສາມາດດູດຊຶມຄາບອນໄດ້ໄວກວ່າປ່າດົງດິບເຖິງ 35 ເທົ່າ ແລະ ເວລາກັກເກັບຍາວນານເຖິງ 1,000 ປີ.

ໃນກໍລະນີທີ່ມັນຍັງບໍ່ຖືກທຳລາຍ ມັນຈະບໍ່ປ່ອຍຄາບອນທີ່ກັກເກັບໄວ້ອອກມາ ເພາະວ່າມັນເກັບໄວ້ທີ່ຮາກ ແລະ ຕະກອນດິນ ຄືກັນກັບຕົ້ນໄມ້ ເມື່ອມັນຖືກຕັດ ມັນຈະປ່ອຍຄາບອນອອກມາ ເພາະມັນກັກເກັບຄາບອນໄວ້ຢູ່ຕາມຮາກ ແລະ ລຳຕົ້ນຂອງມັນ.

ແຕ່ໜ້າເສົ້າໃຈ ຫຼາຍສິ່ງກຳລັງປ່ຽນແປງໄປໃນທາງທີ່ບໍ່ເອື້ອອຳນວຍຕໍ່ການມີຊີວິດຂອງຫຍ້າທະເລ ດ້ວຍການກະທຳຂອງມະນຸດ ເຮັດໃຫ້ເກີດພາວະໂລກຮ້ອນ ອຸນຫະພູມທີ່ເພີ່ມຂຶ້ນ ເຮັດໃຫ້ຫຍ້າທະເລຫຼຸດລົງ 7% ຕໍ່ປີ ທຽບເທົ່າຫຍ້າເທົ່າເດີ່ນບານຫາຍໄປໃນທຸກໆ 30 ນາທີ.

ທີ່ມາ: theguardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/