ແຟນໃໝ່ໜ້າຄຸ້ນໆ? 3 ວິທີເດີນໜ້າ ຫາກແຟນເກົ່າຄົບກັບຄົນທີ່ບອກວ່າບໍ່ມີຫຍັງກັນ


ຫຼາຍຄົນຄົງເຄີຍພົບກັບເຫດການນີ້ ວ່າເຮົາຈະສົງໄສໃນຄວາມສຳພັນລະຫວ່າງແຟນກັບອີກຄົນໆໜຶ່ງ ທີ່ຢອກກັນໄປມາ ຫຼື ເວົ້າແຕ່ວ່າສະໜິດກັນຊື່ໆ ບໍ່ໄດ້ມີຄວາມພິເສດ ເຮົາເລີຍຕ້ອງເກັບຄວາມສົງໄສເອົາໄວໃນໃຈ ແຕ່ພໍຮອດມື້ທີ່ເຮົາເລີກລາກັບແຟນ ສອງຄົນນັ້ນທີ່ເຮົາສົງໄສໄດ້ຄົບກັນ ພັດເຈັບຂຶ້ນມາ ແລ້ວກໍເກີດຄຳຖາມໃນຫົວຫຼາກຫຼາຍວ່າ “ໄປມັກກັນຕອນໃດ”, “ຕັ້ງແຕ່ຕອນຄົບນຳເຮົາ ຫຼື ຕອນໃດ” ຫຼື ໃນອີກມຸມໜຶ່ງເຂົາອາດຈະພຽງເດີນໜ້າໄວຫຼັງຈາກເລີກກັບເຮົາພຽງເທົ່ານັ້ນ.

Jane Greer ນັກຈິດບຳບັດ ໄດ້ກ່າວວ່າ ເມື່ອເຮົາເຫັນຄົນຮັກເກົ່າເລີ່ມຕົ້ນໃໝ່ ເຮົາຈະຮູ້ສຶກອ່ອນໄຫວເປັນພິເສດ ພ້ອມຕັ້ງຄຳຖາມກັບຕົນເອງ ຫາກເປັນການເດີນໜ້າທີ່ເກີດໃຫ້ຄວາມສົງໄສ ວ່າເຂົາເຈົ້າໄປຮັກກັນໄດ້ແບບໃດ ມັນຍິ່ງຄາໃຈເຮົາຢູ່ຕະຫຼອດ ແຕ່ມີ 3 ວິທີທີ່ຊ່ວຍໃຫ້ເຮົາເດີນໜ້າຕໍ່ໄດ້ກັບເລື່ອງນີ້.

  • ບໍ່ປຽບທຽບຕົນເອງ ກັບ ຄົນໃໝ່ : ບໍ່ວ່າເຂົາເຈົ້າຊິຄືກັບເຮົາຫຼາຍປາຍໃດ ກໍຫ້າມໄປປຽບທຽບກັບຄົນໃໝ່ ຢຸດການປຽບທຽບ ເພາະມັນຈະເຮັດໃຫ້ເຮົາມູບອອນໄປຈາກເລື່ອງນີ້ໄດ້ຍາກຂຶ້ນ.
  • ຮູ້ທັນຄວາມຮູ້ສຶກຕົນເອງ :  ຕອນເຮົາພົບກັບເລື່ອງນີ້ເຮົາອາດຈະມີຫຼາກຫຼາຍອາລົມ ປະສົມກັນໄປມາ ມີຄຳຖາມຫຼາກຫຼາຍໃນຫົວທີ່ຍັງຄ້າງຄາ ແຕ່ສຸດທ້າຍຄວາມວຸ້ນວາຍໃນໃຈຈະຜ່ານໄປ ຫາກເຮົາຮູ້ທັນຄວາມຮູ້ສຶກຕົນເອງ.
  • ຍອມຮັບວ່າເລື່ອງມັນຈົບໄປແລ້ວ : ອາດຈະເວົ້າງ່າຍ ແຕ່ເຮັດຍາກ ແຕ່ໃນຕອນນີ້ຄວາມສຳພັນໄດ້ຈົບລົງໄປແລ້ວ ປ່ອຍວາງຕົນເອງອອກຈາກເລື່ອງລາວຕ່າງໆ ແລະ ຄວາມສົງໄສທັງໝົດທີ່ມີ ເກັບມັນແລ້ວຖິ້ມໄປຈະດີກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/