Apple ຂຶ້ນເປັນອັນດັບ 1 ໃນຕະຫຼາດສະມາດໂຟນຂອງຈີນ ໂດຍຖືຄອງສ່ວນແບ່ງເຖິງ 17,3%


Apple ໄດ້ກາຍເປັນອັນດັບ 1 ຜູ້ຂາຍສະມາດໂຟນທີ່ໃຫຍ່ທີ່ສຸດໃນປະເທດຈີນຄັ້ງທໍາອິດ ອີງຕາມຂໍ້ມູນຂອງປີ 2023 ທີ່ໄດ້ເປີດເຜີຍໃນວັນພະຫັດທີ່ຜ່ານມາ ໂດຍໄດ້ລະບຸວ່າ ຍອດການຈັດສົ່ງໂທລະສັບສະມາດໂຟນຂອງ Apple ໃນປະເທດຈີນໄດ້ມີການເພີ່ມຂຶ້ນສູງ ຈົນສາມາດເຮັດສ່ວນແບ່ງໃນຕະຫຼາດໄດ້ເຖິງ 17,3%, ເຊິ່ງເປັນສະຖິຕິສູງສຸດຂອງບໍລິສັດໃນຕະຫຼາດເສດຖະກິດທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ.

ເຖິງແມ່ນວ່າຍອດການຈັດສົ່ງໂດຍລວມຂອງ Apple ໄດ້ຫຼຸດລົງ 2,2% ເມື່ອທຽບກັບປີ 2022 ແລະ ຕະຫຼາດໂດຍລວມຫຼຸດລົງ 5%, ອີງຕາມຂໍ້ມູນຂອງ IDC (International Data Corporation), ແຕ່ຄວາມສໍາເລັດໃນການໄຕ່ຂຶ້ນໄປຢູ່ອັນດັບ 1 ໃນປະເທດຈີນຄັ້ງນີ້ ຖືເປັນໄຊຊະນະທີ່ສໍາຄັນ. ໂດຍສະເພາະຢ່າງຍິ່ງເມື່ອພິຈາລະນາເຖິງ​ການ​ແຂ່ງ​ຂັນ​ທີ່​ເພີ່ມ​ຂຶ້ນຈາກ Huawei ແລະ ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ​ຊະລໍຕົວລົງ, Apple ສາມາດບັນລຸໄດ້ໃນສ່ວນໜຶ່ງ ໂດຍການຫຼຸດລາຄາສະມາດໂຟນໃນໄຕມາດທີສາມຜ່ານຊ່ອງທາງຕົວແທນຈຳໜ່າຍຂອງຕົນ ເພື່ອຊ່ວຍກະຕຸ້ນຍອດຂາຍ.

ໃນທ້າຍປີທີ່ຜ່ານມາ, ແພລັດຟອມອອນລາຍຫຼາຍແຫ່ງໃນປະເທດຈີນ ຕ່າງກໍກຳລັງຈັດໂປຣໂມຊັນຫຼຸດລາຄາສຳລັບ iPhone 15 ຮຸ່ນຫຼ້າສຸດ ແລະ ຍັງສືບຕໍ່ຈົນຮອດເດືອນນີ້. ນອກຈາກນີ້ Apple ຍັງໄດ້ຫຼຸດລາຄາຂອງ iPhone 15 ທຸກຮຸ່ນຜ່ານເວັບໄຊຂອງຕົນເອງໃນປະເທດຈີນ ເພື່ອຮັກສາປະລິມານຂອງຍອດການຂາຍ.

ຕະຫຼາດສະມາດໂຟນຂອງຈີນໄດ້ຮັບຜົນກະທົບຈາກຄວາມບໍ່ແນ່ນອນຂອງສະຖານະການເສດຖະກິດພາຍໃນປະເທດ ແລະ ການໃຊ້ຈ່າຍຂອງຜູ້ບໍລິໂພກຫຼຸດລົງ. ເຮັດໃຫ້ຕະຫຼາດໂດຍລວມຫຼຸດລົງໃນປີ 2023.

Apple ແມ່ນສະມາດໂຟນທີ່ມີສ່ວນແບ່ງໃນຕະຫຼາດຫຼາຍທີ່ສຸດໃນປີ 2023 ຢູ່ທີ່ 17,3%, ຮອງລົງມາແມ່ນ Honor ມີ 17,1%, OPPO ມີ 16,7%, vivo ມີ 16,5% ແລະ Xiaomi ມີ 13.2%, ເຊິ່ງ Arthur Guo ນັກວິເຄາະ IDC ໃຫ້ຄວາມຄິດເຫັນວ່າເປັນຜົນມາຈາກ Huawei ໄດ້ມີການປັບທິດທາງຂອງທຸລະກິດສະມາດໂຟນຂອງຕົນ.

ເຊິ່ງນີ້ເຮັດໃຫ້ Apple ມີໂອກາດທີ່ຈະເຕີບໂຕ. ລວມເຖິງມີການໂປຣໂມຊັນຫຼຸດລາຄາທີ່ຂ້ອນຂ້າງຫຼາຍ. ຢ່າງໃດກໍຕາມ, ຕົວເລກໄຕມາດທີ 4 ໃນປີ 2023 ຍັງສະທ້ອນໃຫ້ເຫັນເຖິງການກັບມາຂອງ Huawei ເຊິ່ງມີສ່ວນແບ່ງຢູ່ໃນອັນດັບ 4, ແຕ່ Apple ຍັງຄົງຮັກສາຕຳແໜ່ງອັນດັບ 1 ໄວ້ໄດ້.

ທີ່ມາ:

facebook

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/