ເສດຖະກິດສະຫະລັດໄດ້ມີການເຕີບໂຕຂຶ້ນຢ່າງເກີນຄາດໃນໄຕມາດທີ 4 ພ້ອມກັບອັດຕາເງິນເຟີ້ທີ່ຊະລໍຕົວລົງ


ໃນວັນສຸກທີ່ຜ່ານມາ, ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ ເສດຖະກິດສະຫະລັດໃນໄຕມາດສຸດທ້າຍຂອງປີ 2023 ແມ່ນມີການເຕີບໂຕໄວກວ່າທີ່ນັກວິເຄາຄາດການໄວ້, ໂດຍຂະຫຍາຍຕົວຢູ່ທີ່ 3.3% ຕໍ່ປີ, ເຮັດໃຫ້ສາມາດຫຼີກເວັ້ນພາວະເສດຖະກິດຖົດຖອຍທີ່ນັກວິເຄາະຫຼາຍຄົນໄດ້ຄາດການໄວ້ກ່ອນໜ້ານີ້.

ຕົວເລກ GDP ເຊິ່ງແມ່ນຕົວວັດແທກມູນຄ່າລວມຂອງສິນຄ້າ ແລະ ການບໍລິການທີ່ຜະລິດທັງໝົດ ເພີ່ມຂຶ້ນ 3.3% ຕໍ່ປີໃນໄຕມາດທີ 4 ປີ 2023, ຫຼັງຈາກໄດ້ມີການປັບຕົວຕາມລະດູການ ແລະ ອັດຕາເງິນເຟີ້. ຕົວເລກດັ່ງກ່າວແມ່ນຖືວ່າດີກວ່າທີ່ນັກວິເຄາະໄດ້ຄາດການໄວ້ທີ່ 2% ແລະ ດີກ່ວາການເຕີບໂຕຂອງໃນໄຕມາດທີ 3 ທີ່ເຕີບໂຕຢູ່ທີ່ 4.9%.

ນອກເໜືອຈາກຕົວເລກ GDP ທີ່ດີຂຶ້ນກວ່າທີ່ຄາດການໄວ້ແລ້ວ, ອັດຕາເງິນເຟີ້ຍັງມີທ່າອ່ຽງທີ່ຈະດີຂຶ້ນ. ຕົວເລກເງິນເຟີ້ (Core PCE) ເຊິ່ງເປັນຕົວຊີ້ວັດສໍາລັບອັດຕາເງິນເຟີ້ໃນໄລຍະຍາວທີ່ທະນາຄານກາງສະຫະລັດໃຫ້ຄວາມສຳຄັນ ເພີ່ມຂຶ້ນພຽງແຕ່ 2% ໃນໄຕມາດທີສີ່, ໃນຂະນະທີ່ອັດຕາເງິນເຟີ້ທັງໝົດແມ່ນຢູ່ທີ່ 1.7%.

ເມື່ອທຽບເປັນລາຍປີ, ດັດຊະນີລາຄາ PCE ເພີ່ມຂຶ້ນ 2.7% ຈາກ 5.9% ເມື່ອທຽບກັບປີທີ່ຜ່ານມາ. ສ່ວນຕົວເລກເງິນເຟີ້ (Core PCE) ທີ່ບໍ່ລວມອາຫານ ແລະ ພະລັງງານ ແມ່ນເພີ່ມຂຶ້ນ 3.2% ຈາກ 5.1% ເມື່ອທຽບກັບປີທີ່ຜ່ານມາ

“ນີ້ເບິ່ງຄືວ່າເປັນໄຊຊະນະສໍາລັບເສດຖະກິດຂອງນັກວິເຄາະ. ຕົວເລກນີ້ແມ່ນແຂງແຮງຫຼາຍ ແລະ ອັດຕາເງິນເຟີ້ກໍໄດ້ມີການຊະລໍຕົວລົງ”.

ໃນຕະຫຼອດທັງປີ 2023, ເສດຖະກິດຂອງສະຫະລັດໄດ້ເຕີບໂຕຢູ່ທີ່ 2.5% ຕໍ່ປີ, ເຊິ່ງດີກວ່າທີ່ນັກວິເຄາະຄາດການໄວ້ຫຼາຍ. ໂດຍໄດ້ຮັບແຮງຂັບເຄື່ອນຫຼັກໆຈາກການໃຊ້ຈ່າຍທີ່ເພິ່ມຂຶ້ນຂອງຜູ້ບໍລິໂພກ, ການ​ໃຊ້​ຈ່າຍ​ຂອງ​ລັດ​ທັງ​ຢູ່​ໃນ​ຂັ້ນ​ທ້ອງ​ຖິ່ນ ແລະ ​ຂັ້ນ​ສູນ​ກາງ  ກໍໄດ້ມີສ່ວນ​ເຂົ້າ​ຮ່ວມ​ໃນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ.

ເຖິງແມ່ນວ່າຕົວເລກເສດຖະກິດສໍາລັບປີ 2023 ແມ່ນດີກ່ວາທີ່ຄາດໄວ້, ແຕ່ກໍຍັງມີເລື່ອງທີ່ຕ້ອງກັງວົນຢູ່ຄື: ຜົນກະທົບໄລຍະຍາວຂອງການເພີ່ມອັດຕາດອກເບ້ຍໃນປີທີ່ຜ່ານມາ ອາດຈະເຮັດໃຫ້ເສດຖະກິດຊະລໍຕົວໃນພາຍຫຼັງ, ພາລະໜີ້ສິນຄົວເຮືອນເພີ່ມຂຶ້ນ ບວກກັບການຫຼຸດລົງຂອງເງິນຝາກປະຢັດ ອາດຈະສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຜູ້ບໍລິໂພກໃນອະນາຄົດ ແລະ ການຂາດດຸນຂອງລັດຖະບານ ນັ້ນອາດຈະເປັນຄວາມສ່ຽງທາງດ້ານການເງິນ.

​ໂດຍ​ລວມ​ແລ້ວ, ປີ 2023 ​ແມ່ນ​ປີ​ທີ່​ເສດຖະກິດ​ຂອງ​ອາ​ເມ​ລຣິກາ​ຫັນ​ໄປ​ສູ່​ການ​ເຕີບ​ໂຕ, ຫຼຸດພົ້ນ​ຈາກ​ການ​ຖົດ​ຖອຍ. ເຖິງວ່າຈະມີສິ່ງທ້າທາຍຢູ່ຂ້າງຫນ້າ ແຕ່ພາບລວມຖືວ່າດີກວ່າທີ່ຄາດໄວ້. ພວກເຮົາຕ້ອງມາ​ເບິ່ງ​ກັນ​ວ່າ​ປີ 2024 ເສດຖະກິດ​ຈະ​ໄປ​ໃນ​ທິດທາງ​ໃດ.

ທີ່ມາ:

investing

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/