Martin Scorsese ສ້າງສະຖິຕິດ້ວຍການເຂົ້າຊິງ Oscars ສາຂາຜູ້ກໍາກັບດີເດັ່ນຄັ້ງທີ 10


Martin Scorsese ຜູ້ກໍາກັບສີມືລະດັບຕໍານານ ສາມາດສ້າງສະຖິຕິໃນຖານະຜູ້ກໍາກັບທີ່ຍັງມີຊີວິດຢູ່ ແລະ ໄດ້ຮັບການສະເໜີຊື່ເຂົ້າຊິງຮາງວັນ Oscars ສາຂາຜູ້ກໍາກັບດີເດັ່ນຫຼາຍຄັ້ງທີ່ສຸດ ເມື່ອໄດ້ຮັບການສະເໜີຊື່ເຂົ້າຊິງຮາງວັນນີ້ເປັນຄັ້ງທີ 10 ໃນຊີວິດຈາກຮູບເງົາ ‘Killers of the Flower Moon’.

ໂດຍ Martin Scorsese ສາມາດແຊງໜ້າພໍ່ມົດແຫ່ງວົງການ Hollywood ຢ່າງ Steven Spielberg ທີ່ເຄີຍເຂົ້າຊິງຮາງວັນສາຂານີ້ມາແລ້ວເຖິງ 9 ຄັ້ງ. ແຕ່ຢ່າງໃດກໍຕາມເຖິງແມ່ນວ່າຈະເຄີຍຖືກສະເໜີມາແລ້ວເຖິງ 10 ຄັ້ງ ແຕ່ກໍສາມາດຄວ້າມາໄດ້ພຽງຄັ້ງດຽວຈາກເລື່ອງ The Departed ມາລຸ້ນກັນວ່າຄັ້ງທີ 10 ວ່າຈະຄວ້າມາໄດ້ຫຼືບໍ່?.

ສ່ວນຜູ້ກຳກັບທີ່ຄອງສະຖິຕິເຂົ້າຊິງຮາງວັນ Oscars ສາຂາຜູ້ກໍາກັບດີເດັ່ນຫຼາຍຄັ້ງທີ່ສຸດ ກໍຄື William Wyler ທີ່ໄດ້ເສຍຊີວິດລົງແລ້ວ ໂດຍເຂົ້າຊິງທັງໝົດ 12 ຄັ້ງນັ້ນເອງ. ແນ່ນອນວ່າ Martin Scorsese ນັ້ນຢູ່ອັນດັບ 2 ໃນປີຫຼ້າສຸດ ເຖິງອາຍຸຈະ 81 ປີແລ້ວ ແຕ່ກໍຍັງບໍ່ມີແຜນທີ່ຈະກະສຽນຕົນເອງອອກຈາກງານກໍາກັບ  ບາງເທື່ອເຮົາອາດຈະເຫັນປູ່ Martin Scorsese ທໍາລາຍສະຖິຕິ 12 ຄັ້ງນີ້ກໍເປັນໄປໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/